Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ປກສ ເມືອງສີໂຄດຕະບອງ ກັກຕົວຄູ່ຜົວ-ເມຍ ຮ່ວມກັນຄ້າຂາຍ ຢ າ ເ ສ ບ ຕ ິດ

Posted on 16/05/202216/05/2022 By News

ວັນທີ 11 ມີຖຸນາ ປີ 2022 ເວລາ 10:00 ໂມງ, ເຈົ້າໜ້າທີ່ ປກສ ເມືອງສີໂຄດຕະບອງ ໄດ້ສົມທົບກັບ ປກສ ກຸ່ມ ຕາດທອງ ແລະ ອໍານາດການປົກຄອງບ້ານໂພນສົມບູນ ເຂົ້າກວດຄົ້ນ ແລະ ຈັ ບ ຕົວນາງ ກະມົນວັນ ຫຼື ນົກ, ອາຍຸ 30 ປີ, ອາຊີບຄ້າຂາຍ ແລະ ທ້າວ ບຸນເພັງ ບຸຜາໄຊ ຫຼື ກຸງກິ່ງ, ອາຍຸ 25 ປີ, ອາຊີບຄ້າຂາຍ ບ້ານໂພນສົມບູນ, ເມືອງ ສີໂຄດຕະບອງ ນະຄອນຫຼວງວຽງຈັນ ພ້ອມຂອງກາງ ຢ ບ ຈຳນວນ 271 ເ ມັ ດ, ມາດໍາເນີນຄະດີ.

ເຈົ້າໜ້າທີ່ ປກສ ເມືອງສີໂຄດຕະບອງ ໃຫ້ຮູ້ວ່າ: ກ່ອນເຂົ້າຈັ ບຕົວເປົ້າໝາຍ ເຈົ້າໜ້າທີ່ໄດ້ຮັບແຫຼ່ງຂ່າວຈາກພົນລະເມືອງ ວ່າ: ມີໄວໜຸ່ມທຽວເຂົ້າ-ອອກ ຊື້-ຂາຍ ຢ ບ ຢູ່ເຮືອນເປົ້າໝາຍ ຈຶ່ງໄດ້ລົງຕິດຕາມເຫັນວ່າມີການເຄື່ອນໄຫວຊື້ຂາຍ ຢ າ ເ ສ ບ ຕິ ດ, ຕົກມາຮອດເວລາ 14:05 ໂມງ, ຂອງວັນດຽວກັນຈິ່ງໄດ້ເຂົ້າ ຈັ ບ ຕົວ, ພ້ອມກວດຄົ້ນຕົວ ພົບເຫັນຂອງກາງ ຢ ບ ຈຳນວນ 271 ເ ມັ ດ, ຢູ່ຖົງໂສ້ງເບື້ອງຊ້າຍຂອງ ນ. ກະມົນວັນ ຫຼື ນົກ ຈຶ່ງໄດ້ນຳຕົວຄູ່ຜົວເມຍມາສອບສອບສວນຂະຫຍາຍຜົນ ດຳເນີນຄະດີຕາມລະບຽບກົດໝາຍ.

ປັດຈຸບັນຄະດີດັ່ງກ່າວ, ກອງບັນຊາການ ປກສ ເມືອງສີໂຄດຕະບອງ ພວມເລັ່ງສືບຄົ້ນກຸ່ມແກ້ງພວກຮ່ວມຂະບວນການ ມາດໍາເນີນຄະດີຕາມຂັ້ນຕອນຂອງກົດໝາຍ.

ຂ່າວສານບ້ານເມືອງ

Post navigation

Previous Post: ທ່ານນາຍົກລັດຖະມົນຕີ ພັນຄຳ ວິພາວັນ ສືບຕໍ່ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ-ອາເມລິກາ ສະໄໝພິເສດ ທີ່ ນະຄອນຫຼວງ ວໍຊິງຕັນ ດີຊີ
Next Post: ປະທານສະພາແຫ່ງຊາດ ແຫ່ງ ສສ ຫວຽດນາມເຂົ້າວາງພວງມາລາ ຢູ່ອະນຸສາວະລີ ນັກຮົບນິລະນາມ

Related Posts

ເດືອນ 5-6 ກຽມຮັບມືຟ້າຝົນ ສ່ວນເດືອນ 7 ອາດພົບ ໄພແລ້ງ! ອຸຕຸແຈ້ງເຕືອນ ຂ່າວສານບ້ານເມືອງ
ເຕືອນການສັນຈອນ ທາງເມືອງສັງທອງ-ເມືອງໝື່ນ ທາງທຽວຍາກຫຼາຍ (ມີຄລິບ) ຂ່າວສານບ້ານເມືອງ
4 ສາຍພັນດັ່ງກ່າວແມ່ນໄດ້ຖືກຈັດເປັນກຸ່ມສາຍພັນທີ່ໜ້າເປັນຫ່ວງ ຂ່າວສານບ້ານເມືອງ
ເມືອງປາກທາໄດ້ມີພິທີ ປະກາດການເລື່ອນຊັ້ນ ໃຫ້ນາຍຕໍາຫຼວດ ທີ່ມີຜົນງານດີເດັ່ນຄົບຕາມມາດຖານເງື່ອນໄຂ ຂ່າວສານບ້ານເມືອງ
ສາທາ ມອບໃບຍ້ອງຍໍ ແກ່ ຊ່ຽວຊານແພດຈີນ ທີ່ມາຊ່ວຍ ສູ້ໄພ ໂຄວິດ-19 ຂ່າວສານບ້ານເມືອງ
ເສົ້າໃຈ! ຊາຍອາຍຸ 28 ປີ ແຂວນຄໍເສຍຊີວິດ ທີ່ບ້ານພູໝອກ ຂ່າວສານບ້ານເມືອງ

Copyright © 2023 All in LAOS.

Powered by PressBook Grid Blogs theme