Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ໂບວິລັກ ນັກກິລາເປຕັງທີມຊາດລາວ ປະເພດຊຸດຕິ້ງຍິງ ໄດ້ຫຼຽນເງິນທຳອິດ ໃຫ້ນັກກິລາລາວ ໃນຊີເກມ ຄັ້ງທີ 31 ທີ່ ສສ ຫວຽດນາມ

Posted on 14/05/202214/05/2022 By News

ໂບວິລັກ ເທບພະກັນ ນັກກິລາເປຕັງທີມຊາດລາວ ປະເພດຊຸດຕິ້ງຍິງ ເສຍໃຫ້ ກິນ ເຈີຣີ ເທັສ ນັກກິລາມຽນມາ ດ້ວຍຄະແນນ 27-44 ຄະແນນ. ກິນ ເຈີຣີ ເທັສ ໄດ້ຫຼຽນຄຳ ໄປຄອງ, ໂບວິລັກ ໄດ້ຫຼຽນເງິນ ແລະ ເປັນຫຼຽນເງິນທຳອິດ ໃຫ້ແກ່ ນັກກິລາລາວ, ສ່ວນຫຼຽນທອງຮ່ວມ ແມ່ນນັກກິລາກຳປູເຈຍ ແລະ ຫວຽດ ນາມ ເຈົ້າພາບ, ຂະນະທີ່ ຫຼຽນຄຳ ຊຸດຕີ້ງຊາຍ ແມ່ນນັກກິລາຈາກໄທ, ຫຼຽນເງິນ ຫວຽດນາມ ເຈົ້າພາບ ແລະ ຫຼຽນທອງຮ່ວມ ແມ່ນ ມຽນມາ ແລະ ກຳປູເຈຍ, ສ່ວນ ສີສົມພອນ ສັນນະຈອນ ນັກກິລາທີມຊາດລາວ ຕົກຮອບທຳອິດ.

ການແຂ່ງຂັນກິລາເປຕັງ ໃນຊີເກມ ຄັ້ງນີ້ ມີການຊີງໄຊກັນທັງໝົດ 8 ລາຍ ການຄື: ຊຸດຕິ້ງຍິງ-ຊາຍ, ທີມຄູ່ຍິງ-ຄູ່ຊາຍ, ທີມຄູ່ປະສົມ, ທີມຊຸດຍິງ 2 ຊາຍ 1, ທີມຊຸດຍິງ ແລະ ທີມຊຸດຊາຍ, ກິລາເປຕັງ ມີ 6 ຊາດ ເຂົ້າຮ່ວມຊີງໄຊຄື: ສສ ຫວຽດນາມ ເຈົ້າພາບ, ສປປ ລາວ, ໄທ, ມາເລເຊຍ, ມຽນມາ ແລະ ກຳປູເຈຍ. ແຂ່ງຂັນລະຫວ່າງວັນທີ 13-19 ພຶດສະພານີ້, ໂດຍ ສປປ ລາວ ສົ່ງນັກກິລາຮ່ວມຊີງໄຊຄົບທັງ 8 ລາຍການ.

.

Cr: ສົງການ ພັນແພງດີ

ຂ່າວສານບ້ານເມືອງ

Post navigation

Previous Post: ລັດວິສາຫະກິດ ນໍ້າມັນເຊື້ອໄຟລາວ ໄດ້ສະເໜີຢືມນໍ້າມັນສຸກເສີນ ມາໃຊ້ແກ້ວິກິດ
Next Post: ທ່ານຮອງນາຍົກ ລົງຕິດຕາມ ຊຸກຍູ້ວຽກງານ ການບໍລິການເຂົ້າ-ອອກເມືອງ

Related Posts

ພະແນກຍຸຕິທຳ ແຂວງຊຽງຂວາງ ປະກາດຫາເຈົ້າຂອງລົດຈັກ 5 ຄັນ ຂ່າວສານບ້ານເມືອງ
ຂົວມິດຕະພາບ ລາວ-ໄທ ແຫ່ງທີ 6 ທີ່ຈະເຊື່ອມຕໍ່ລະຫວ່າງເມືອງ ລະຄອນເພັງ ແຂວງສາລະວັນ ຫາເມືອງ ນາຕານ ແຂວງອຸບົນຣາຊະທານີຂອງປະເທດໄທ ຂ່າວສານບ້ານເມືອງ
ກະຊວງ ຖວທ ປະກາດໃຫ້ພະນັກງານ
ການນໍາຂັ້ນສູງ ອອກພັກການ-ຮັບອຸດໜູນບໍານານ
ຂ່າວສານບ້ານເມືອງ
ເກີດເຫດ ລົດໃຫຍ່ຕຳລົດຈັກ (ແລ້ວລົບຫນີ) ຂ່າວສານບ້ານເມືອງ
ເຈົ້າເມືອງອາດສະພັງທອງ ລົງຊຸກຍູ້ການກໍ່ສ້າງທາງເບຕົງທີ່ບ້ານດົງກຶມ ຂ່າວສານບ້ານເມືອງ
ກັກຕົວຜູ້ຖືກຫາ 2ຄົນພ້ອມມ້າຈໍານວນຫຼາຍ ຂ່າວສານບ້ານເມືອງ

Copyright © 2023 All in LAOS.

Powered by PressBook Grid Blogs theme