Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ດ່ວນ! ເກີດເຫດໄຟໄໝ້ເຮືອບິນແອບັດ ຢູ່ສະໜາມບິນຈີນ

Posted on 12/05/202212/05/2022 By News

ວັນທີ 12 ພຶດສະພາ ສຳນັກຂ່າວ ຊິນຮວາ ຈີນ ລາຍງານເຫດການໄຟໄໝ້ ເຮືອບິນ ລຳນຶ່ງ ຂອງສາຍການບິນ ທິເບດ ແອລາຍ (Tibet Airlines) ເປັນເຮືອບິນAirbus A319-100 ຖ້ຽວບິນ TV9833 ທີ່ບັນທຸກ ຜູ້ໂດຍສານ 113ຄົນ ແລະ ລູກເຮືອ ອີກ 9ຄົນ ໄດ້ແລ່ນອອກນອກ ທາງແລນ (runway)

ພາບປະກອບ

ໃນຂະນະທີ່ ພວມອອກ ເດີນທາງ ຈາກນະຄອນ ຈົງຊີງ(Chongqing) ໄປຍັງ ເມືອງ ຫລິນຈື(Linzhi) ລະຫວ່າງ ພວມບິນຂຶ້ນ ແລະ ເກີດໄຟໄໝ້ຂຶ້ນ ຮຸນແຮງ ຢູ່ສະໜາມບິນ ສາກົນ ຈົງຊີງ ເຈ່ຍ ເປ່ຍ (Chongqing Jiangbei ) ໃນເທດ ສະບານ ນະຄອນ ຈົງຊີງ (Chongqing) ທາງຕາເວັນຕົກ ສ່ຽງໃຕ້ ຂອງຈີນ ສົ່ງຜົນໃຫ້ມີ ຜູ້ໄດ້ຮັບ ບາດເຈັບ ຢ່າງໜ້ອຍ 25ຄົນ ຖືນຳສົ່ງໄປ ໂຮງໝໍແລ້ວ.ຂະນະນີ້ ເຈົ້າໜ້າທີ່ ກ່ຽວຂ້ອງ ຂອງສະໜາມບິນ ສາມາດ ມອດໄຟໄດ້ແລ້ວ ແລະ ສັ່ງປິດ ສະໜາມບິນ ບ່ອນເກີດ ອຸບັດເຫດ ໃນຄັ້ງນີ້.

ພາບປະກອບ

ທີ່ມາ:ຂປລ

ຂ່າວສານບ້ານເມືອງ

Post navigation

Previous Post: ພົບເຫັນສິນຄ້າໝົດອາຍຸ ແລະບໍ່ຖຶກກົດໝາຍຢູ່ເມືອງຊຽງເງິນ ຫຼາຍກວ່າ 9 ລ້ານກີບ
Next Post: ດ່ວນໆ ເກີດເຫດລົດບັນທຸກນ້ຳມັນເສຍຫຼັກປີ້ນລົງຂ້າງທາງທີ່ແຂວງສາລະວັນ

Related Posts

ມື້ດຽວ ປກສ ເມືອງໄຊທານີ ມ້າງຄະດີ ຢ າ ເ ສ ບ ຕິ ດ ກັກໂຕເຈົ້າພໍ່ ຢ າ ເ ສ ບ ຕິ ດ ຂ່າວສານບ້ານເມືອງ
ຂ່າວດ່ວນ! ຄູບາເສຍຊີວິດມີເງື່ອນງໍາ ເຈົ້າໜ້າທີ່ເລັ່ງກວດສອບຫາສາເຫດ ຂ່າວສານບ້ານເມືອງ
ຊີ້ແຈງກໍລະນີ ຄູອາສາ ມຕ ຫ້ວຍເງິນ ລາການສິດສອນ ຂ່າວສານບ້ານເມືອງ
ຫົວໜ້າການເມືອງທະຫານແຂວງບໍ່ແກ້ວ ລົງກວດກາຊຸກຍູ້ວຽກງານຕ້ານ ແລະ ສະກັດກັ້ນ ພະຍາດໂຄວິດ ຢູ່ເມືອງຫ້ວຍຊາຍ ຂ່າວສານບ້ານເມືອງ
ໜ້າເປັນຫ່ວງ! ຈົນຄະນະຮັບຜິດຊອບຕ້ອງໂຈະການສັກຢາ ເພາະປະຊາຊົນເວົ້າບໍ່ຟັງຄວາມ ຂ່າວສານບ້ານເມືອງ
97 ຄອບຄົວທີ່ເມືອງຂວາ ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມ ຂ່າວສານບ້ານເມືອງ

Copyright © 2023 All in LAOS.

Powered by PressBook Grid Blogs theme