Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ຂ່າວດີ ຍອດງື່ມ ພາວເວີ ເຊັນສັນຍາກັບ ເຊື້ອໄຟລາວ ສະໜອງນ້ຳມັນກາຊວນສູ່ສັງຄົມລາວ

Posted on 12/05/202212/05/2022 By News

ໂຮງງານປຸງແຕ່ງນໍ້າມັນເຊື້ອໄຟ ຍອດງື່ມ ພາວເວີ ຈໍາກັດ, ຜູ້ຜະລິດ-ປຸງແຕ່ງນໍ້າມັນເຊື້ອໄຟຢູ່ພາກເໜືອຂອງລາວ ໄດ້ມີຄວາມພ້ອມດ້ານການສະໜອງນ້ຳມັນກາຊວນໃຫ້ແກ່ສັງຄົມທີ່ກຳລັງເປັນກະແສຮ້ອນແຮງໃນເວລານີ້, ເນື່ອງຈາກການເພີ່ມຂຶ້ນຂອງລາຄານໍ້າມັນເຊື້ອໄຟໃນຕະຫຼາດໂລກ ໄດ້ກະທົບໂດຍກົງຕໍ່ເສດຖະກິດບ້ານເຮົາໃນຖານະທີ່ເປັນປະເທດນຳເຂົ້າ. ສະນັ້ນ, ເພື່ອປະຕິບັດຕາມທິດຊີ້ນຳຂອງຂັ້ນເທິງ ກ່ຽວກັບການສະໜອງນ້ຳມັນເຊື້ອໄຟໃຫ້ພຽງພໍກັບຄວາມຕ້ອງການຊົມໃຊ້ຂອງສັງຄົມ ແລະ ມີລາຄາຖືກລົງກວ່າໃນປັດຈຸບັນ.

ຫຼ້າສຸດ, ໂຮງງານປຸງແຕ່ງນໍ້າມັນເຊື້ອໄຟ ຍອດງື່ມ ພາວເວີ ຈໍາກັດ ໄດ້ເຊັນສັນຍາ ຊື້-ຂາຍ ນໍ້າມັນເຊື້ອໄຟ ກັບ ບໍລິສັດ ລັດວິສະຫະກິດ ນ້ຳມັນເຊື້ອໄຟລາວ(ລນລ) ໃນວັນທີ 11 ພຶດສະພາ 2022 ທີ່ໂຮງແຮມລາວພລາຊາ, ນະຄອນຫຼວງວຽງຈັນ; ເຂົ້າຮ່ວມຂອງທ່ານ ຄຳແພງ ໄຊສົມແພງ ລັດຖະມົນຕີກະຊວງອຸດສະຫະກຳ ແລະ ການຄ້າ, ທ່ານ ຄຳເຈນ ວົງໂພສີ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ, ທ່ານ ບຸນຈັນ ສີວົງພັນ ເຈົ້າແຂວງໆຊຽງຂວາງ; ທ່ານ ຮສ.ປອ. ລິນຄຳ ດວງສະຫວັນ ປະທານກໍາມະທິການເສດຖະກິດ ເຕັກໂນໂລຊີ ແລະ ສິ່ງແວດລ້ອມ ສະພາແຫ່ງຊາດ ແລະ ບັນດາຫົວໜ້າກົມ; ທ່ານ ສີສັງຄົມ ໂຄດໂຍທາ ຜູ້ອຳນວນການ ບໍລິສັດ ລນລ, ທ່ານ ສົມຫວັງ ຄຸລຸຣັດ ຜູ້ອຳນວຍການ ໂຮງງານປຸງແຕ່ງນໍ້າມັນເຊື້ອໄຟ ຍອດງື່ມ ພາວເວີ ຈໍາກັດ, ທ່ານ ອຸທັນ ໄຕລິດທິ ຮອງຜູ້ອຳນວຍການ ໂຮງງານປຸງແຕ່ງນຳມັນເຊື້ອໄຟ ຍອດງື່ມ ພາວເວີ ຈຳກັດ ພ້ອມດ້ວຍແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ໃນພິທີ ທ່ານ ສົມຫວັງ ຄຸລຸຣັດ ຜູ້ອຳນວຍການ ໂຮງງານປຸງແຕ່ງນໍ້າມັນເຊື້ອໄຟ ຍອດງື່ມ ພາວເວີ ຈໍາກັດ ກ່າວວ່າ: ໂຮງງານຂອງພວກເຮົາສ້າງຕັ້ງຂຶ້ນໃນເດືອນພະຈິກ 2021 ດ້ວຍທຶນຈົດທະບຽນ 100 ຕື້ກີບ ດຳເນີນທຸລະກິດ້ານປຸງແຕ່ງນ້ຳມັນເຊື້ອໄຟ, ມີກຳລັງການຜະລິດ-ປຸງແຕ່ງນໍ້າມັນກາຊວນເບື້ອງຕົ້ນ 10 ລ້ານລິດຕໍ່ເດືອນ. ຖ້າມີຄວາມຮຽກຮ້ອງຕ້ອງການຂອງສັງຄົມເພີ່ມຂຶ້ນ ທາງໂຮງງານສາມາດເພີ່ມກຳລັງການຜະລິດເປັນ 30 ລ້ານລິດຕໍ່ເດືອນ. ໃນປັດຈຸບັນ, ໂຮງງານຢູ່ໃນຂັ້ນຕອນກຽມການຜະລິດ ຄາດວ່າຈະອອກຈໍາໜ່າຍສູ່ສັງຄົມໄດ້ໃນຊ້ວງທ້າຍເດືອນ ພຶດສະພາ 2022 ນີ້.

ພ້ອມກັນນັ້ນ ທ່ານ ອຸທັນ ໄຕລິດທິ ຮອງຜູ້ອຳນວຍການ ໂຮງງານປຸງແຕ່ງນຳມັນເຊື້ອໄຟ ຍອດງື່ມ ພາວເວີ ຈຳກັດ ຍັງໄດ້ກ່າວວ່າ: ທາງໂຮງງານປຸງແຕ່ງຂອງພວກເຮົາແມ່ນໄດ້ນຳໃຊ້ແທັກໂນໂລຊີ ເຄື່ອງຈັກທີ່ທັນສະໄໝຈາກປະເທດອີຕາລີ ແລະ ຄວບຄຸມການຜະລິດ ແລະ ຄຸນນະພາບ ຕາມມາດຕະຖານ ASTM D975.

ທາງໂຮງງານ ໄດ້ນໍາໃຊ້ທ່າເຮືອຫງີ້ເສິນ (Nghi Son) ແຂວງ ແທັງຮວາ ສສ ຫວຽດນາມ ເປັນບ່ອນຮັບນໍ້າມັນທີ່ເປັນວັດຖຸດິບ ແລະ ນໍ້າມັນສໍາເລັດຮູບທີ່ມາຈາກຕ່າງປະເທດ ແລະ ຈະນໍາເຂົ້າຜ່ານດ່ານພາສີສາກົນນໍ້າກັ່ນ ແຂວງຊຽງຂວາງ ໂດຍມີໄລຍະທາງຈາກທ່າເຮືອ ຫາ ໂຮງງານ ພຽງແຕ່ 380 ກິໂລແມັດ, ຖືວ່າມີໄລຍະທາງໃກ້ກວ່າການນຳເຂົ້າຈາກປະເທດໄທຫຼາຍສົມຄວນ.

ໃນນີ້, ພວກເຮົາໄດ້ກໍານົດເອົາແຂວງຫຼວງພະບາງເປັນຈຸດພັກນໍ້າມັນ ເພື່ອເຮັດໜ້າທີ່ກະຈາຍນໍ້າມັນຂອງລັດວິສະຫະກິດນໍ້າມັນເຊື້ອໄຟລາວ ໄປສູ່ບັນດາແຂວງພາກເໜືອໄດ້ຢ່າງທົ່ວເຖິງ. ສໍາລັບແຜນການໃນອະນາຄົດ ໃນເດືອນກັນຍາ 2022 ພວກເຮົາຈະຂະຫຍາຍການຜະລິດໄປສູ່ບັນດາແຂວງພາກກາງ ແລະ ພາກໃຕ້ ຂອງ ສປປ ລາວ.

ທ່ານ ສີສັງຄົມ ໂຄດໂຍທາກ່າວວ່າ: ການເຊັນສັນຍາຄັ້ງນີ້ ແມ່ນເປັນຈັງຫວະທີ່ດີ ໃນສະພາບການຄວາມຫຍຸ້ງຍາກ ໃນການສະໜອງນໍ້າມັນ ແມ່ນຈະຊ່ວຍໃຫ້ ລນລ ໄດ້ກະຈາຍນໍ້າມັນໄປສູ່ແຂວງພາກເໜືອໄດ້ໄວຂຶ້ນ ແລະ ຕົ້ນທຶນຕໍ່າ, ລາຄາ ດຽວກັບຢູ່ໃນນະຄອນຫຼວງວຽງຈັນ ເຊິ່ງເປັນທີ່ຄ່ອງຄອຍຂອງປະຊາຊົນ, ພ້ອມກັນນັ້ນ ລນລ ກໍຈະສືກສາໃນໂອກາດຂະຫຍາຍການລົງທຶນຮ່ວມກັນ ເຮັດໃຫ້ການຜະລິດມີການຄວບຄຸມໄດ້ໃນທົ່ວປະເທດ.

ຂ່າວສານບ້ານເມືອງ

Post navigation

Previous Post: ດ່ານພາສີຂົວມິດຕະພາບ 3 ເກັບລາຍຮັບໄດ້ 114,2 ຕື້ກີບ
Next Post: ເຈົ້າໜ້າທີ່ ຕມ ດ່ານສາກົນຂົວມິດຕະພາບ 3 ມີຄວາມພ້ອມຮອບດ້ານໃນການບໍລິການປະຊາຊົນພາຍຫຼັງເປີດດ່ານ

Related Posts

ຣາຊະອານາຈັກ ກໍາປູເຈຍມອບລົດ 10 ຄັນ ໃຫ້ ສປປລາວ ສູ້ໄພໂຄວິດ-19 ຂ່າວສານບ້ານເມືອງ
ເຈົ້າໜ້າທີດ່ານພາສີສາກົນນໍ້າພາວ ຢຶດ – ທຳລາຍສີນຄ້ານຳເຂົ້າແບບບໍ່ຖືກຕ້ອງ ຂ່າວສານບ້ານເມືອງ
ອັບເດດ ສະຖານະການ ໄວຣັດ ອູ້ຮັ່ນ 9:00 ວັນທີ 28 ມັງກອນ 2020 – ຜູ່ເສຍຊີວິດ 106 ລາຍແລ້ວ ຂ່າວສານບ້ານເມືອງ
ສະເທືອນໃຈທີ່ສຸດ! ແມ່ມານ ຕິ ດ ໂ ຄ ວິ ດ ເກີດລູກແລ້ວລູກປອດໄພແຕ່ແມ່…! ຂ່າວສານບ້ານເມືອງ
ເຜີຍສາເຫດ ໄລ່ ຈັ ບ ຜູ້ຕ້ອງສົງໄສ ຄ້ າ ຂ າ ຍ ຢ າ ເ ສ ບ ຕິ ດ ທີ່ບ້ານນາບວບ ຂ່າວສານບ້ານເມືອງ
ທາງລົດໄຟລາວ-ຈີນ ປະກາດເພີ່ມຖ້ຽວລົດໄຟໃນຊ່ວງເທດສະການປີໃໝ່ ຂ່າວສານບ້ານເມືອງ

Copyright © 2022 All in LAOS.

Powered by PressBook Grid Blogs theme