Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ດ່ານພາສີຂົວມິດຕະພາບ 3 ເກັບລາຍຮັບໄດ້ 114,2 ຕື້ກີບ

Posted on 12/05/202212/05/2022 By News

ຕາມການໃຫ້ຂໍ້ມູນຂອງທ່ານ ນາງ ກິນນະລີ ທຳມະວົງ ຮອງຫົວໜ້າດ່ານພາສີສາກົນຂົວມິດຕະພາບ 3 ຄຳມ່ວນ-ນະຄອນພະນົມ ໃນວັນທີ 11 ພຶດສະພາ 2022 ໃຫ້ຮູ້ວ່າ: ປີ 2022 ດ່ານພາສີສາກົນຂົວມິດຕະພາບ 3 ໄດ້ຮັບຕົວເລກສູ້ຊົນເກັບລາຍຮັບຈຳນວນທັງໝົດ 412,7 ຕື້ກີບ ຜ່ານການຈັດຕັ້ງປະຕິບັດ ມາຮອດວັນທີ 10 ພຶດສະພາ ສາມາດຈັດເກັບລາຍຮັບໄດ້ທັງໝົດ 114,2 ຕື້ກີບ ເທົ່າກັບ 27,67% ຂອງແຜນການປີ. ໃນນີ້ລາຍຮັບ ສ່ວນຫຼາຍແມ່ນໄດ້ຈາກໝວດສິນຄ້າປະເພດນໍ້າມັນເຊື້ອໄຟ, ການນຳເຂົ້າພາຫະນະ, ເຄື່ອງອຸປະໂພກ-ບໍລິໂພກ, ສິນຄ້າຂາອອກ ແລະ ຄ່າທຳນຽມຕ່າງໆ ເຊິ່ງຄາດຄະເນວ່າໃນ 6 ເດືອນຕົ້ນປີ ການເກັບລາຍຮັບຈະສາມາດບັນລຸໄດ້ 185 ຕື້ກີບ ຫຼື ເທົ່າກັບ 45% ຂອງແຜນການປີ.

ເຖິງຢ່າງໃດກໍ່ຕາມ ເພື່ອເຮັດໃຫ້ລາຍຮັບຕາມຕົວເລກຄາດຄະເນໄວ້ ບັນລຸ ແລະ ລື່ນຄາດໝາຍ ດ່ານພາສີຂົວມິດຕະພາບ 3 ໄດ້ກຳນົດມາດຕະການຈຳນວນໜຶ່ງ ເປັນວຽກງານຈຸດສຸມຄື: ສືບຕໍ່ເອົາໃຈໃສ່ທາງດ້ານການເມືອງ-ແນວຄິດ ໃຫ້ແກ່ພະນັກງານຢ່າງເປັນປົກກະຕິ ຖືເອົາວຽກງານການເກັບລາຍຮັບ ເປັນໜ້າທີ່ການເມືອງຕົ້ນຕໍ ຕິດພັນກັບການເຄື່ອນໄຫວວຽກງານອື່ນໆ, ຍົກສູງຄວາມຮັບຜິດຊອບໃນການປະຕິບັດ ໜ້າທີ່ໃຫ້ເຂັ້ມງວດ, ເອົາໃຈໃສ່ຕິດຕາມ, ກວດກາ ແລະ ຄຸ້ມຄອງ ການນຳເຂົ້າ-ສົ່ງອອກສິນຄ້າໃນແຕ່ລະວັນ ຢ່າງເຂັ້ມງວດ, ເກັບພັນທະໃຫ້ຖືກຕ້ອງ ແລະ ຄົບຖ້ວນ, ປັບປຸງແບບແຜນວິທີເຮັດວຽກໃຫ້ກະທັດຮັດ, ສອດຄ່ອງຕາມລະບຽບກົດໝາຍ, ຫຼຸດຜ່ອນຂັ້ນຕອນຕ່າງໆທີ່ບໍ່ຈຳເປັນ ເພື່ອສ້າງເງື່ອນໄຂອຳນວຍຄວາມສະດວກ ໃຫ້ແກ່ການນຳເຂົ້າ-ສົ່ງອອກສິນຄ້າ, ສຸມໃສ່ການຄຸ້ມຄອງຈັດເກັບລາຍຮັບ, ຂຸດຄົ້ນທຸກທ່າແຮງບົ່ມຊ້ອນ, ເພີ່ມທະວີການຄຸ້ມຄອງ ແລະ ຕ້ານການຮົ່ວໄຫຼໃນການເກັບລາຍຮັບ, ເພີ່ມທະວີການປະສານສົມທົບກັບ ຂະແໜງການທີ່ກ່ຽວຂ້ອງພາຍໃນດ່ານ ແລະ ນອກດ່ານ ເພື່ອສ້າງສິ່ງອຳນວຍຄວາມສະດວກໃນການຈັດຕັ້ງວຽກງານ ວິຊາສະເພາະໃຫ້ເຂັ້ມແຂງ.

ຂ່າວສານບ້ານເມືອງ

Post navigation

Previous Post: ເມືອງພີນ ສຳເລັດການສ້າງຂົວເບຕົງປະສົມໄມ້ ບ້ານກະປັງ ແລະບ້ານໃຜ່ ມູນຄ່າ 247 ລ້ານກວ່າກີບ
Next Post: ຂ່າວດີ ຍອດງື່ມ ພາວເວີ ເຊັນສັນຍາກັບ ເຊື້ອໄຟລາວ ສະໜອງນ້ຳມັນກາຊວນສູ່ສັງຄົມລາວ

Related Posts

ຕະ​ເວນ​ຫາ​ລັກ​ເພື່ອມາ​ໃຊ້​ຈ່າຍ ແຕ່​ສຸດ​ທ້າຍ! ​ເຈົ້າໜ້າ​ທີ່​ຈັບ​ໄດ້​ພ້ອມ​ຮັບ​ສາ​ລະ​ພາບ ສ່ວນ​ຂອງ​ກາງ​ໄດ້​ພຽງ​ລົດ​ຈັກ 1 ຄັນ ຂ່າວສານບ້ານເມືອງ
ຍີ່ປຸ່ນຊ່ວຍເຫຼືອປາກະປ໋ອງ 402 ໂຕນ ສະໜັບສະໜູນແຜນງານອາຫານທ່ຽງໃນໂຮງຮຽນ ຂ່າວສານບ້ານເມືອງ
ຄລິບກອງທັບອາກາດບິນໂຊ ສະຫຼອງ 75 ປີ ວັນໄຊຊະນະ ສົງຄາມໂລກຄັ້ງທີ 2 ທີ່ປະເທດ ຣັດເຊຍ 9 ພຶດສະພາ ຂ່າວສານບ້ານເມືອງ
ແຂວງຫລວງພະບາງແຈ້ງການປະຕິບັດມາດຕະການຕໍ່ຜູ້ລະເມີດ ແລະ ລັກລອບມາປະເທດໂດຍບໍ່ໄດ້ຜ່ານດ່ານ ຂ່າວສານບ້ານເມືອງ
ການນຳແຂວງໄຊຍະບູລີ ວາງພວງມາລາ ທີ່ອະນຸສອນສະຖານປະທານ ໄກສອນ ພົມວິຫານ ຂ່າວສານບ້ານເມືອງ
ກຸ່ມສິນໄຊ ແລະ ກຸ່ມທົ່ງຕູມ ສຶກສາອົບຮົມກຸ່ມມົ້ວສຸມຢາເສບຕິດ ຂ່າວສານບ້ານເມືອງ

Copyright © 2023 All in LAOS.

Powered by PressBook Grid Blogs theme