ວັນທີ 25 ກຸມພາ ຜ່ານມາ, ໜ່ວຍງານສະກັດກັ້ນ ແລະ ຕ້ານ ຢ າ ເ ສ ບ ຕິ ດ ກອງບັນຊາການ ປກສ ເມືອງທ່າແຂກ ແຂວງຄຳມ່ວນ ໄດ້ນຳກຳລັງເຈົ້າ ໜ້າທີ່ວິຊາສະເພາະ ລົງສົມທົບກັບພາກສ່ວນທີ່ກ່ຽວຂ້ອງຕິດຕາມ ຈັ ບ ເປົ້າໝາຍ ຢ າ ເ ສ ບ ຕິ ດ ໄດ້ພ້ອມຂອງ ກ າ ງ ຈຳນວນ 391 ເ ມັ ດ.

ເຈົ້າໜ້າທີ່ ປກສ ເມືອງທ່າແຂກ ໃຫ້ຮູ້ວ່າ: ຜູ້ຖືກຫາຊື່ ທ້າວ ແອັດດີ້ ອາຍຸ 34 ປີຢູ່ ບ້ານໜອງບົວຄຳ ເມືອງທ່າແຂກ, ຜູ້ກ່ຽວຮັບສາລະພາບວ່າ: ໄດ້ເຄື່ອນໄຫວມົ້ວສຸມເສບຢາ ແລະ ຊື້ຂາຍ ຢ ບ ມາແຕ່ປີ 2021, ຢາບ້າທີ່ນຳມາຂາຍແຕ່ລະຄັ້ງ ແມ່ນຊື້ຢາບ້ານຳ ທ້າວ ໂຕ້ ອາຍຸ 36 ປີ ຢູ່ບ້ານມ່ວງສຸມ ເມືອງທ່າແຂກ ແລະ ໃນວັນດຽວ ກັນນີ້, ເຈົ້າໜ້າທີ່ ກໍຕິດຕາມຈັບຜູ້ກ່ຽວ ໄດ້ຢູ່ເຮືອນພ້ອມພັກພວກ 2 ຄົນ ແລະ ກວດຄົ້ນເຮືອນພົບເຫັນ ຢ ບ ຈຳນວນ 4 ມັດ ( ມັດລະ 2.000 ເ ມັ ດ) ກັບອີກ 531 ເ ມັ ດ ລວມມີ ຢ ບ 8.531 ເມັດ.

ສ່ວນຜູ້ຖືກຫາອີກ 2 ຄົນ ຊື່ ທ້າວ ສີຄາພອງ ອາ ຍຸ 31 ປີ ມີຂອງ ກ າ ງ ຢ ບ 43 ເ ມັ ດ ແລະ ທ້າວ ສຸຂັນ ອາຍຸ 35 ປີ ມີຂອງ ກ າ ງ 159 ເ ມັ ດ ທັງສາມເປັນຄົນບ້ານດຽວກັນ.
ປັດຈຸບັນຄະດີດັ່ງກ່າວ,ໄດ້ສົ່ງໃຫ້ກອງບັນຊາ ການ ປກສ ແຂວງຄຳມ່ວນ ສືບຕໍ່ດຳເນີນຄະດີໄປຕາມກົດ ໝາຍຕໍ່ໄປ.
ພາບ-ຂ່າວ: ປກສ ແຂວງຄຳມ່ວນ.