Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ປກສ ເມືອງຈັນທະບູລີ ກັກໂຕຜູ້ຖືກຫາຄະດີ ລັ ກ ຊັ ບ ງັດຮ້ານຊຸບເປີ້ມາເກັດ

Posted on 28/04/202228/04/2022 By News

ພັທ ພົມມີ ແສນຈົ່ງຮັກ ຫົວໜ້າພະແນກຕໍາຫຼວດ ປກສ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ: ເວລາ 9:00 ໂມງ ຂອງວັນທີ 25 ເມສາ 2022 ໄດ້ຮັບແຈ້ງຄວາມຈາກເຈົ້າຂອງຮ້ານຊຸບເປີ້ມາເກັດ ຕັ້ງຢູ່ບ້ານໂພນສະ ຫວ່າງ ເມືອງຈັນທະບູລີ ວ່າ: ມີຄົນຮ້າຍລັກຊັບ ດ້ວຍຮູບການຕັດກະແຈເຂົ້າຮ້ານເຂົ້າໄປງັດຕູ້ເຊັບ ແລະ ຕູ້ເງິນທອນ, ມີເງິນເສຍຫາຍຈໍານວນໜຶ່ງ, ພາຍຫລັງໄດ້ຮັບຈິ່ງລົງເກັບກໍາຂໍ້ມູນ, ກວດກາຊັນນະສູດສະຖານທີ່ເກີດເຫດ ພົບເຫັນຮ່ອງຮອຍການກະທໍາຜິດ.

ຕົກມາວັນທີ 26 ເມສາ 2022, ມີພົນລະເມືອງດີໃຫ້ຂໍ້ມູນ ຈື່ງສືບຄົ້ນຫາພົບເຫັນເປົ້າໝາຍ ກໍາລັງຈະເອົາຕົວຫຼົບໜີ ຈິ່ງໄດ້ສະກັດເຂົ້າຈັ ບ ຕົວຜູ້ກໍ່ເຫດຊື່: ທ້າວ ຫຼໍ່ຄໍາ ອາຍຸ 24 ປີ ເປັນພະນັກງານ ຢູ່ຮ້ານຊຸບເປີ້ມາເກັດ ທີ່ພັກເຊົາຢູ່ບ້ານໜອງທາເໜືອ ເມືອງຈັນທະບູລີ ພ້ອມທັງຂະຫຍາຍຜົນເກັບກູ້ເຄື່ອງຂອງກາງກັບຄືນນມາ ເປັນເງິນ19.025.000 ກີບ ມາດໍາເນີນຄະດີຕາມກົດໝາຍ.

ຜ່ານການສອບສວນ, ທ້າວ ຫຼໍ່ຄໍາ ສາລະພາບວ່າ: ວັນທີ 24 ເມສາ 2022, ພາຍຫຼັງເລີກວຽກຜູ້ກ່ຽວ ໄດ້ກັບເມືອຫ້ອງແຖວ ກະກຽມເຫຼັກສະແລັງ ແລະ ຄີມຕັດເຫຼັກ, ຮອດເວລາ 23:00 ໂມງ ໄດ້ກັບໄປບ່ອນເຮັດວຽກ. ຈາກນັ້ນ, ກໍລົງມືງັດປະຕູ, ຕູ້ເຊັບ ແລະ ຕູ້ເງິນທອນ ໄດ້ເງິນປະມານ 20 ກວ່າລ້ານກີບ. ຈາກນັ້ນ, ຈຶ່ງກັບຄືນເມືອຫ້ອງແຖວ; ຕົກມາຮອດວັນທີ 26 ເມສາ 2022, ຈິ່ງຖືກເຈົ້າໜ້າທີ່ ຈັ ບ ຕົວ.

ປັດຈຸບັນ, ກອງບັນຊາການ ປກສ ເມືອງຈັນທະບູລີ ກຳລັງສືບຕໍ່ດໍາເນີນຄະດີຕາມກົດໝາຍ. ສ່ວນເຄື່ອງຂອງກາງເງິນຈໍານວນ 19.025.000 ກີບ ທີ່ເກັບກູ້ຄືນໄດ້ ມອບຄືນໃຫ້ຜູ້ເສຍຫາຍເປັນທີ່ຮຽບຮ້ອຍ.

ຂ່າວສານບ້ານເມືອງ

Post navigation

Previous Post: ີ3 ເດືອນຕົ້ນປີ 2022 ປກສ ເມືອງໂຂງສາມາດມ້າງຄະດີໄດ້ 20 ລາຍ
Next Post: ກອງປະຊຸມຄະນະປະຈໍາສະພາແຫ່ງຊາດ ປະຈໍາເດືອນເມສາ ຄົ້ນຄວ້າພິຈາລະນາຫລາຍບັນຫາສໍາຄັນ

Related Posts

ປກສ ກຸ່ມທ່າພະ ເມືອງຫາດຊາຍຟອງ ຮັກສາໄດ້ຄວາມສະຫງົບ ພາຍໃນກຸ່ມ ຂ່າວສານບ້ານເມືອງ
ເຊກອງ ສະຫຼຸບ​ວຽກ​ງານກວດ​ກາ ປະຈຳປີ 2020 ຂ່າວສານບ້ານເມືອງ
ຂ່າວໂຄວິດມື້ນີ້ຕິດເຊື້ອເພີ່ມ 224ຄົນ ຂ່າວສານບ້ານເມືອງ
ຂ່າວດີ! ລັດກຽມສັບຊ້ອນພະນັກງານ-ລັດຖະກອນຕາມທິດມີຂຶ້ນ-ມີລົງ ແລະ ມີອອກ-ມີເຂົ້າ ຂ່າວສານບ້ານເມືອງ
ຂ່າວດ່ວນ! ບ້ານເຂດແດງ ມີ 34 ບ້ານແລ້ວ ທີ່ນະຄອນຫຼວງວຽງຈັນ ຂ່າວສານບ້ານເມືອງ
ພາບຄວາມງົດງາມຈາກ ທຳມະຊາດເມືອງກາສີ ແຂວງວຽງຈັນ ຂ່າວສານບ້ານເມືອງ

Copyright © 2022 All in LAOS.

Powered by PressBook Grid Blogs theme