Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ີ3 ເດືອນຕົ້ນປີ 2022 ປກສ ເມືອງໂຂງສາມາດມ້າງຄະດີໄດ້ 20 ລາຍ

Posted on 28/04/202228/04/2022 By News

ແຫລ່ງຂ່າວຈາກ ເມືອງໂຂງ ແຂວງຈຳປາສັກ ໃຫ້ຮູ້ວ່າ: ຕາມບົດສະຫລຸບການເຄື່ອນໄຫວ ວຽກງານປ້ອງກັນຄວາມສະຫງົບ 3 ເດືອນຕົ້ນປີ 2022 ແລະ ທິດທາງແຜນການຂອງກອງບັນຊາການ ປກສ ເມືອງໂຂງ ຊີ້ໃຫ້ເຫັນວ່າ ໃນໄລຍະ 3 ເດືອນຕົ້ນປີ ມີຄະດີອາຍາເກີດຂຶ້ນທັງໝົດ 35 ລາຍ, ໃນນີ້ ເປັນຄະດີລັ ກຊັ ບ 22 ລາຍ, ຄາດຕະກຳ 1 ລາຍ, ນາບຂູ່ ຄ າ ດ ຕະກຳ 1 ລາຍ, ທຳມິດສະຈານ 2 ລາຍ, ທຳຮ້າຍຮ່າງກາຍ 3 ລາຍ, ການທຳສຳເລົາ 2 ລາຍ, ອາລະວາດ 2 ລາຍ, ທໍ າ ລ າຍ ຫລື ເຮັດໃຫ້ ຊັ ບຂອງຄົນອື່ນເປ່ເພໂດຍເຈດຕະນາ 1 ລາຍ, ເຮັດໃຫ້ຄົນອື່ນ ເ ສ ຍ ຊີ ວິ ດ ດ້ວຍຄວາມບໍ່ລະວັງ 1 ລາຍ.

ຈາກຄະດີທີ່ເກີດຂຶ້ນນັ້ນ ພາກສ່ວນກ່ຽວຂ້ອງສາມາດມ້າງຄະດີໄດ້ທັງໝົດ 20 ລາຍ, ມີ 47 ຄົນ, ຍິງ 2 ຄົນ, ເປັນຄະດີລັກຊັບ 9 ລາຍ, ການທຳຮ້າຍຮ່າງກາຍ 2 ລາຍ, ການທຳມິດສະຈານ 2 ລາຍ, ນາບຂູ່ຄາດຕະກຳ 1 ລາຍ, ການທຳສຳເລົາເດັກ 2 ລາຍ, ຄາດຕະກຳ 1 ລາຍ, ນັກເລັງອັນຕະພານ 1 ລາຍ, ເຮັດໃຫ້ຄົນອື່ນເ ສ ຍ ຊີ ວິ ດ ດ້ວຍຄວາມບໍ່ລະວັງ 1 ລາຍ, ທຳລາຍ ຫຼື ເຮັດໃຫ້ຊັບຂອງຄົນອື່ນເປ່ເພໂດຍເຈດຕະນາ 1 ລາຍ. ນອກຈາກສາມາດມ້າງຄະດີອາຍາໄດ້ແລ້ວ, ຍັງສາມາດກັກ ແລະ ກວດຢືດການນຳເຂົ້າ-ສົ່ງອອກສິນຄ້າຜິດກົດໝາຍ ໄດ້ຫລາຍລາຍການເຊັ່ນ: ລົດຈັກຈໍານວນ 2 ຄັນ, ລົດຟໍຈູນເນີ 1 ຄັນ, ລົດວີໂກ 2 ຄັນ ແລະ ຈັກເຮືອ 2 ເຄື່ອງ.

ສຳລັບຄະດີ ຢ າ ເ ສ ບ ຕິ ດ, ສາມາດສະກັດກັ້ນການຊື້-ຂາຍ ຢ າ ເ ສ ບ ຕິ ດ ສາມາດມ້າງຄະດີໄດ້ຈຳນວນ 11 ລາຍ, ມີ 23 ຄົນ, ຍິງ 1 ຄົນ, ໃນນີ້ ຄ້າຂາຍຢາເສບຕິດມີ 6 ລາຍ, ມີຢາເສບຕິດໄວ້ໃນຄອບຄອງ 1 ລາຍ, ເສບຢາເສບຕິດປະເພດ ຢ ບ 4 ລາຍ, ສາມາດຢືດເຄື່ອງຂອງກາງໄດ້ປະເພດ ຢ ບ ຈຳນວນ 2.259 ເ ມັ ດ, ຢ ອ 1 ຖົງນ້ອຍ, ໂທລະສັບ 9 ເຄື່ອງ, ເງິນຈຳນວນ 1.900.000 ກີບ ແລະ ຍັງສາມາດກັກຕົວຜູ້ຕ້ອງຫາໄດ້ຈຳນວນ 20 ຄົນ, ຍິງ 1 ຄົນ.

ຂ່າວ: ພຸດທະສິນ

ພາບ: ປກສ ເມືອງໂຂງ

ຂ່າວສານບ້ານເມືອງ

Post navigation

Previous Post: ອຸຕຸເຕືອນ​! ກຽມຮັບມືຝົນຕົກໜັກ, ຟ້າຮ້ອງຟ້າເຫຼື້ອມ ແລະ ລົມພັດແຮງ​ ໄລຍະ​ 29 ເມສາ ຫາ 02 ພຶດສະພາ
Next Post: ປກສ ເມືອງຈັນທະບູລີ ກັກໂຕຜູ້ຖືກຫາຄະດີ ລັ ກ ຊັ ບ ງັດຮ້ານຊຸບເປີ້ມາເກັດ

Related Posts

ໃຊ້ເຮືອນເປັນບ່ອນຂາຍ ຢ າ ເ ສ ບ ຕ ິ ດ ຖືກກັກໂຕ ພ້ອມພັກພວກຮ່ວມຂະບວນການ ຂ່າວສານບ້ານເມືອງ
ຮູ້ແລ້ວຫວາ ຄົນລາວ ເ ສ ຍ ຊີ ວິ ດ ຍ້ອນ ສູບຢາປະມານ 7.000 ຄົນຕໍ່ປີ ຫຼື ມື້ລະ 19 ຄົນ ຂ່າວສານບ້ານເມືອງ
ໂຮງງານທີ່ຕ້ອງການດໍາເນີນກິດຈະການ ໄລຍະ ໂຄວິດ-19 ໃຫ້ປະຕິບັດດັ່ງນີ້ ຂ່າວສານບ້ານເມືອງ
ຄວາມຈິງແລ້ວ ຜູ່ໃຊ້ໄຟຟ້າ 150 ກິໂລວັດລົງມາ ຈ່າຍຄ່າໄຟຟ້າ ລຸດພຽງ 3-9 ເປີເຊັນ ຂອງການຄິດໄລ່ແບບເກົ່າ ຂ່າວສານບ້ານເມືອງ
ເລື່ອນຊັ້ນໃຫ້ນາຍຕໍາຫຼວດກອງບັນຊາການ ປກສ ເມືອງຊົນນະບູລີ ຂ່າວສານບ້ານເມືອງ
Indian JioMeet App offers best 24 hours free, put pressure on Zoom ຂ່າວສານບ້ານເມືອງ

Copyright © 2022 All in LAOS.

Powered by PressBook Grid Blogs theme