Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ສະພາບອາກາດມື້ນີ້ ອາກາດຮ້ອນຍັງສືບຕໍ່ປົກຄຸມຢູ່ທົ່ວທຸກຂອງປະເທດລາວ

Posted on 26/04/202226/04/2022 By News

ຄວາມກົດດັນຕໍ່າຂອງອາກາດຮ້ອນຍັງສືບຕໍ່ປົກຄຸມຢູ່ທົ່ວທຸກພາກ ຂອງປະເທດລາວ ດ້ວຍກໍາລັງປານກາງ ສົມທົບກັບກະແສລົມຕາເວັນ ຕົກພັດປົກຄຸມເປັນສ່ວນໃຫຍ່ ຊຶ່ງຈະເຮັດໃຫ້ອາກາດຮ້ອນ ຫາ ຮ້ອນເອົ້າ ຢູ່ຕື່ມອີກ ແລະ ຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍ ພ້ອມມີ ລົມພັດແຮງຢູ່ບາງທ້ອງຖິ່ນ ແຂວງພາກກາງ ແລະ ພາກໃຕ້.

ພະຍາກອນອາກາດ ແຕ່ເວລາ 7:00 ໂມງຂອງວັນທີ 26/04/2022 ເຖິງ ເວລາ 7:00 ໂມງ ວັນທີ 27/04/2022

ພາກເໜືອດ້ານຕາເວັນອອກ (ແຂວງຜົ້ງສາລີ, ຫົວພັນ ແລະ ຊຽງຂວາງ): ອາກາດເຢັນໃນຕອນເຊົ້າ ແລະ ຈະມີລົມພັດແຮງຢູ່ບາງ ທ້ອງຖິ່ນ. ອຸນຫະພູມໃນລະຫວ່າງ 17-31 ອົງສາ.

ພາກເໜືອດ້ານຕາເວັນຕົກ (ແຂວງຫລວງນໍ້າທາ, ບໍ່ແກ້ວ, ອຸດົມໄຊ, ຫລວງພະບາງ ແລະ ໄຊຍະບູລີ): ອາກາດຮ້ອນ ພ້ອມມີໝອກແຫ້ງປົກຫຸ້ມ ຢູ່ທົ່ວໄປ ແລະ ຈະມີລົມພັດແຮງຢູ່ບາງທ້ອງຖິ່ນ. ອຸນຫະພູມໃນລະຫວ່າງ 20-35 ອົງສາ.

ນະຄອນຫລວງວຽງຈັນ: ອາກາດຮ້ອນ ຫາ ຮ້ອນເອົ້າ ພ້ອມມີໝອກ ແຫ້ງປົກຫຸ້ມຢູ່ທົ່ວໄປ. ອຸນຫະພູມໃນລະຫວ່າງ 21-37 ອົງສາ.

ພາກກາງ (ແຂວງວຽງຈັນ, ບໍລິຄໍາໄຊ, ຄໍາມ່ວນ ແລະ ສະຫວັນນະເຂດ): ອາກາດຮ້ອນ ຫາ ຮ້ອນເອົ້າ ພ້ອມມີໝອກແຫ້ງປົກຫຸ້ມຢູ່ທົ່ວໄປ ແລະ ຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍ ພ້ອມມີລົມພັດແຮງ ຢູ່ບາງທ້ອງຖິ່ນ ຫລື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 40% ຂອງພາກ. ອຸນຫະພູມໃນລະຫວ່າງ 22-37 ອົງສາ.

ແຂວງໄຊສົມບູນ: ອາກາດເຢັນ ແລະ ຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມ ໃນລະດັບຄ່ອຍ ພ້ອມມີລົມພັດແຮງຢູ່ບາງບໍລິເວນ ຫລື ເນື້ອທີ່ການປົກຫຸ້ມ ຂອງຝົນເທົ່າກັບ 20%. ອຸນຫະພູມໃນລະຫວ່າງ 17-29 ອົງສາ.

ພາກໃຕ້ (ແຂວງສາລະວັນ, ເຊກອງ, ຈໍາປາສັກ ແລະ ອັດຕະປື): ອາກາດຮ້ອນ ຫາ ຮ້ອນເອົ້າ ແລະ ຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມ ໃນລະດັບຄ່ອຍ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ ຫລື ເນື້ອທີ່ການ ປົກຫຸ້ມຂອງຝົນເທົ່າກັບ 40% ຂອງພາກ. ອຸນຫະພູມໃນລະຫວ່າງ 24-37 ອົງສາ.

ເຂດພູພຽງບໍລະເວນ: ອາກາດເຢັນ ແລະ ຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍ ພ້ອມມີລົມພັດແຮງຢູ່ບາງບໍລິເວນ ຫລື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 30%. ອຸນຫະພູມໃນລະຫວ່າງ 17-28 ອົງສາ.

ຂ່າວສານບ້ານເມືອງ

Post navigation

Previous Post: ເຈົ້າໜ້າທີ່ຕຳຫຼວດກອງບັນຊາການ ປກສ ເມືອງໂພນໂຮງກັກຕົວຜູ້ຮ່ວມຂະບວນການ ລັ ກ ລົດຮຸນໄດ
Next Post: ສປປ ລາວ ຈະກໍາຈັດພະຍາດໄຂ້ມາລາເຣຍໃຫ້ໝົດໄປພາຍໃນປີ 2030

Related Posts

ທ່ານ ໄຊສົມພອນ ພົມວິຫານ ຢ້ຽມຢາມໂຄງການກໍ່ສ້າງເຂື່ອນນໍ້າຂອງເມືອງປາກອູ ຂ່າວສານບ້ານເມືອງ
6 ເດືອນຕົ້ນປີ 2021 ປກສ ໄຊຍະບູລີ ມ້າງຄະດີ ຢ າ ເ ສ ບ ຕິ ດ ໄດ້ 130 ລາຍ ຂ່າວສານບ້ານເມືອງ
ຂ່າວດ່ວນ! ຍົນໄທເກາະກັບຍົນສ່ວນຕົວເຮັດໃຫ້ຫາງຂາດ ທີ່ເດີນວັດໄຕ ຂ່າວສານບ້ານເມືອງ
ເມືອງວຽງທອງ ທໍາລາຍສວນ ກັ ນ ຊ າ 9,9 ເຮັກຕາ ຂ່າວສານບ້ານເມືອງ
ລະດັບນໍ້າເຊກອງຈະສູງຂຶ້ນ ເພາະມີການປ່ອຍນໍ້າອອກເຂື່ອນທີ່ຫວຽດນາມ ຂ່າວສານບ້ານເມືອງ
ກັກຕົວຜູ້ຖືກຫາ 2 ຄົນພ້ອມຫຼັກຖານຄົບ ຂ່າວສານບ້ານເມືອງ

Copyright © 2022 All in LAOS.

Powered by PressBook Grid Blogs theme