Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ຄະນະປະຈໍາສະພາແຫ່ງຊາດ ຮ່ວມ ກັບຄະນະລັດຖະບານ ຫາລືຫລາຍບັນຫາສໍາຄັນຮີບດ່ວນ

Posted on 21/04/202221/04/2022 By News

ໃນວັນທີ 20 ເມສາ 2022 ນີ້, ທີ່ສະພາແຫ່ງຊາດ ຄະນະປະຈໍາສະພາແຫ່ງຊາດ ແລະ ຄະນະລັດຖະບານ ໄດ້ຈັດກອງປະຊຸມຮ່ວມ ເພື່ອປຶກສາຫາລືບັນຫາສຳຄັນຮີບດ່ວນ ໂດຍການເປັນປະທານຮ່ວມຂອງ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ແລະ ທ່ານ ພັນຄໍາ ວິພາວັນ ນາຍົກລັດຖະມົນຕີ, ມີບັນດາຄະນະປະຈໍາສະພາແຫ່ງຊາດ, ຄະນະລັດຖະບານ ໂດຍສະເພາະແມ່ນລັດຖະມົນຕີກະຊວງຕ່າງໆ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

.

ກອງປະຊຸມຈັດຂຶ້ນ ເພື່ອປຶກສາຫາລື ແລະ ຮ່ວມກັນຊອກວິທີແກ້ໄຂ ບັນຫາເຄັ່ງຮ້ອນ ແລະ ຮີບດ່ວນທີ່ເກີດຂຶ້ນໃນສັງຄົມ ເຊິ່ງສົ່ງຜົນກະທົບຕໍ່ການສ້າງສາພັດ ທະນາເສດຖະກິດ-ສັງຄົມ ໃນປັດ ຈຸບັນ, ທັງເປັນການຕິດຕາມ, ຊຸກຍູ້ບັນດາກະຊວງ, ອົງການ ໃນການຈັດຕັ້ງປະຕິບັດວາລະແຫ່ງຊາດ ທີ່ໄດ້ພິຈາລະນາຮັບຮອງເອົາເປັນມະຕິກອງປະຊຸມສະພາແຫ່ງຊາດ ໃນຂອບເຂດວຽກງານຂອງແຕ່ ລະພາກສ່ວນ ແລະ ເປັນບ່ອນອີງໃນການແກ້ໄຂບັນຫາຄວາມຫຍຸ້ງຍາກຕ່າງໆ ໃຫ້ໄດ້ຮັບຜົນສໍາເລັດ, ພ້ອມທັງຕິດຕາມກວດກາການເຄົາລົບ ແລະ ປະຕິບັດລັດຖະທໍາ ມະນູນ, ກົດໝາຍ ຂອງບັນດາອົງການລັດຂັ້ນຕ່າງໆ ແລະ ເພື່ອສ້າງຄວາມເປັນເອກະພາບຕໍ່ກັບວຽກງານຕ່າງໆ ແລະ ຄົ້ນຄວ້າກໍານົດວຽກງານທີ່ຈະແກ້ໄຂຮ່ວມ ກັນ ລະຫວ່າງ ຄະນະປະຈໍາສະ ພາແຫ່ງຊາດ ແລະ ຄະນະລັດ ຖະບານ.

.

ຂ່າວ-ພາບ: ສະພາແຫ່ງຊາດ

ຂ່າວສານບ້ານເມືອງ

Post navigation

Previous Post: ກອງພົນທີ 2 ເປີດກອງປະຊຸມຄົ້ນຄວ້າ ຄໍາສັ່ງແນະນໍາຂອງກົມໃຫຍ່ ເສນາທິການກອງທັບ ແຕ່ປີ 2021–2025
Next Post: ຂ່າວໂຄວິດມື້ນີ້ຕິດເຊື້ອເພີ່ມ 1003ຄົນ

Related Posts

ກົມກວດກາ-ກວດການ ກະຊວງ ປກສ ຈັດພິທີປັບປຸງການຈັດຕັ້ງຂັ້ນພະແນກ ຂ່າວສານບ້ານເມືອງ
ເຈົ້າເມືອງແກ່ນທ້າວ ຕິດຕາມຊຸກຍູ້ການກໍ່ສ້າງທາງເບຕົງບ້ານວັງປາ ຂ່າວສານບ້ານເມືອງ
ແຕ່ງຕັ້ງ ທ່ານນາງ ປະລິນຍາເອກ ສີສຸກ ວົງວິຈິດ ເປັນຮອງລັດຖະມົນຕີ ສສກ ຂ່າວສານບ້ານເມືອງ
ໄດ້ກັບບ້ານແລ້ວ! ແຂວງອຸດົມໄຊ ອະນຸຍາດໃຫ້ 2 ກໍລະນີ ໄດ້ຮັບການປິ່ນປົວຫາຍດີ ແລະ ອະນຸຍາດໃຫ້ອອກໂຮງໝໍໄດ້ ຂ່າວສານບ້ານເມືອງ
ສຸດເສົ້າ ແມ່ກອດຮ່າງລູກຊາຍທີ່ຖືກລົດຕໍາເສຍຊີວິດເຂດບ້ານນາທອນເມືອງໄຊຍະບູລີ ຂ່າວສານບ້ານເມືອງ
ອາຊຽນ-ອົດສະຕຣາລີ ສືບຕໍ່ປະຕິບັດແຜນງານຮ່ວມມືຂົງເຂດບູລິມະສິດ ຂ່າວສານບ້ານເມືອງ

Copyright © 2022 All in LAOS.

Powered by PressBook Grid Blogs theme