ດ້ວຍຄວາມເປັນຫວ່ງ ເປັນໃຍ ຕໍ່ຄອບຄົວຜູ້ທີ່ປະສົບເຄາະຮ້າຍ ຈາກ ໄ ຟ ໄ ໝ້ ເຮືອນ ປະຊາຊົນ ບ້ານນໍ້າຍອນເກົ່າ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ໃນວັນທີ 19 ເມສາ 2022ນິ້: ພຣະອາຈານ ບຸນນໍາ ທໍາມະວົງ ປະທານອົງການພຸດທະສາສະໜາສໍາພັນລາວ ເມືອງຫ້ວຍຊາຍ ພ້ອມຄະນະ ແລະ ພະສົງສາມະເນນ ວັດປ່າອ້ອຍ ໄດ້ນໍາເອົາເຄື່ອງອຸປະໂພກ – ບໍລິໂພກ ແລະ ເຄື່ອງໃຊ້ທີ່ຈໍາເປັນຈໍານວນໜຶ່ງ ຈາກການປຸກລະດົມ ຂອງອອກຕົນສັດທາ ເພື່ອນໍາມາຊ່ວຍເຫຼື່ອ ລວມມີຜ້າເຊື່ອ 2 ຜື້ນ, ມຸ້ງ 1 ຜື້ນ ນໍ້າດື່ມ 10 ແພັກ, ຍໍາໆ 4 ແກັດ, ເຂົ້າສານ 2 ເປົ້າ, ພັດລົມ, ໝໍ້ຈ້າວເຂົ້າ, ກະຕິກນໍ້າຮ້ອນ ຢ່າງລະ 1ໜ່ວຍ ແລະ ສັງກາສີ 30 ແຜນ,ແຜ່ນລົບ 6 ແຜນ,ເຫຼັກຕະປູ 5 ກັບ ລວມມູນຄ່າທັງໝົດ 2 ລ້ານກວ່າກີບ.

ກ່າວມອບເຄື່ອງດັ່ງກ່າວໂດຍແມ່ນ ພຣະອາຈານ ບຸນນໍາ ທໍາມະວົງ ປະທານອົງການພຸດທະສາສະໜາສໍາພັນລາວ ເມືອງຫ້ວຍຊາຍ ຮັບເຄື່ອງດັ່ງກ່າວ ແມ່ນ ປ້າ ນິນ ເຈົ້າຂອງເຮືອນ ທີ່ຖືກ ໄ ຟ ໄ ໝ້ ເຂົ້າຮ່ວມມີ ທ່ານ ບຸນນອງ ດີທອງສີ ຮອງຫົວໜ້າ ຫ້ອງວ່າການ ເມືອງຫ້ວຍຊາຍ,ມີບັນດາ ຫົວໜ້າ ຫ້ອງການ ແຮງງານ ແລະ ສະຫວັດດີການສັງຄົມເມືອງ ຫ້ວຍຊາຍ ການການຈັດຕັ້ງບ້ານເຂົ້າຮ່ວມ ທ່ານ ທອງພັນ ສີວິເສດ ນາຍບ້ານໆບ້ານນໍ້າຍອນເກົ່າ ໄດ້ສະແດງຄວາມຮູ້ບຸນຄຸນ ແລະ ຂອບໃຈມາຍັງ ທາງປະທານອົງການພຸດທະສາສະໜາສໍາພັນລາວ ພາກສ່ວນທີ່ກ່ຽວຂ້ອງ ທີ່ເຫັນໄດ້ຄວາມສໍາຄັນ ແລະ ເປັນຫວ່ງ ເປັນໃຍ ຕໍ່ຄອບຄົວທີ່ຖືກເຄາະຮ້າຍ ຈາກ ໄ ຟ ໄ ໝ້ ເຮືອນ ໃນເວລາ 2 ໂມງ 30 ນາທີ ຂອງວັນທີ 17 ເມສາ ນິ້ ເຊິ່ງເປັນເຮືອນໄມ້ ແຕ່ໂຊກດີບໍ່ມີຄົນທີ່ໄດ້ຮັບບາດເຈັບ ແຕ່ເຄື່ອງໃຊ້ພາຍໃນເຮືອນ ຕູ້ເຢັນ, ພັດລົມ, ລົດຈັກ 1 ຄັນ, ເຂົ້າເປືອກຫຼາຍກວ່າ 10 ເປົ້າສັງກະສີ 85 ແຜນ ແລະ ເຄື່ອງນຸ່ງຫົ່ມ ເຄື່ອງໃຊ້ປະຈໍາວັນຖືກ ໄ ຟ ໄ ໝ້ ຈົນໝົດກ້ຽງ ເຈົ້າຂອງເຮືອນຂາດທີ່ຢູ່ອາໃສ ໄປນອນຢູ່ເຮືອນລູກສາວ ປະຈຸບັນທາງການຈັດຕັ້ງບ້ານ ແມ່ນໄດ້ປຸກລະດົມປະຊາຊົນພາຍໃນບ້ານ ດ້ານແຮງງານ ເພື່ອມາປຸກເຮືອນຫຼັງໃໝ່ ໃຫ້ມີບ່ອນຢູ່ອາໃສໂດຍໄວ.

.

ຂ່າວ: ເງິນຫຼົງ ຈິດພູວົງ – ພາບ: ຄໍາພັນ ແກ້ວມະນີ