Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ປກສ ແຂວງວຽງຈັນ ຈັບຕົວຜູ້ຖືກຫາ ລັ ກ ຊັບພົນລະເມືອງ ພ້ອມ ຂ ອ ງ ກ າ ງ ລົດຮຸນໄດ 1 ຄັນ.

Posted on 11/04/202211/04/2022 By News

ໃນສັງຄົມປະຈຸບັນ ບັນຫາ ລັ ກ ຊັບພົນລະເມືອງ, ຍັງເກີດຂື້ນຫຼາຍຢູ່ບັນດາບ້ານ, ເມືອງ, ແຂວງໃນຂອບເຂດທົ່ວປະເທດ ເຊິ່ງບັນຫາດັ່ງກ່າວມັນໄດ້ສ້າງຄວາມບໍ່ສະຫງົບ ທັງເປັນການກົດໜວ່ງຖວ່ງດຶງການສ້າງສາພັດທະນາປະເທດຊາດ ແລະ ຍັງສ້າງຄວາມເສຍຫາຍໃຫ້ແກ່ຊັບສິນຂອງລັດ ແລະ ຂອງລວມໝູ່ ກໍ່ຄືຂອງບຸກຄົນ, ເຖິງແມ່ນວ່າໄລຍະຜ່ານມາ ທາງເຈົ້າໜ້າທີ່ໄດ້ເອົາໃຈໃສ່ສະກັດກັ້ນ ແລະ ແກ້ໄຂຫຼາຍປານໃດກໍ່ຕາມແຕ່ບັນຫາດັ່ງກ່າວກໍ່ຍັງເກີດຂື້ນຢູ່ ດັ່ງທີ່ພວກເຮົາໄດ້ຮູ້ໄດ້ເຫັນທາງໂທລະພາບ, ເຟສບຸກ ແລະ ສື່ຕ່າງໆ ສະເພາະ ຢູ່ເມືອງທຸລະຄົມ ແຂວງວຽງຈັນ ກໍ່ເກີດມີ ການລັກຊັບພົນລະເມືອງ ຜ່ານການລົງກວດກາຊັນນະສູດສະຖານທີ່ເກີດເຫດ ຂອງເຈົ້າໜ້າທີ່ ເຫັນວ່າມີມູນຄວາມຈິງ ຈຶ່ງໄດ້ຂື້ນບັນຊີເປົ້າໝາຍ ແລະ ຕິດຕາມເປົ້າໝາຍ ໃຊ້ເວລາ 2 ວັນ ຈຶ່ງສາມາດຈັບຕົວເປົ້າໝາຍໄດ້ 1 ຄົນຊື້ ທ້າວ ສອນ ອາຍຸ 29 ປີ, ກໍາມະກອນ, ຢູ່ບ້ານນາແກ່ວ ເມືອງທຸງລະຄົມ ແຂວງວຽງຈັນ ໃນຄັ້ງວັນທີ 2 ມີນາ 2022 ຜ່ານມານີ້ໃນຂໍ້ຫາລັກຊັບພົນລະເມືອງ ມາດຳເນີນການສືບສວນ-ສອບສວນ.

ຜ່ານການສືບສວນ-ສອບສວນ ຂອງເຈົ້າໜ້າທີ່ ກອງບັນຊາການ ປກສ ແຂວງວຽງຈັນ ທ້າວສອນ ໃຫ້ການຮັບສາລະພາບວ່າ: ໃນວັນທີ 1 ມີນາ 2022 ເວລາ 13 ໂມງ ຜູ້ກ່ຽວແມ່ນໄດ້ມາສະໜັກເປັນກຳມະກອນເຮັດວຽກນຳຮ້ານຂາຍເຄື່ອງກໍ່ສ້າງ ບ້ານໂພນແຮ່ ເມືອງທຸລະຄົມ ໃນເວລານັ້ນມີຜູ້ຊາຍ 2 ຄົນຢູ່ຮ້ານ ຜູ້ກ່ຽວເວົ້າວ່າ ມາສະໝັກ ເຮັດວຽກ ພວກກ່ຽວໄດ້ຕອບວ່າຄົນເຕັມແລ້ວບໍ່ຮັບ ຈາກນັ້ນ ທ້າວ ສອນ ໄດ້ຍ່າງອອກຈາກຮ້ານໄປໄດ້ປະມານ 10 ແມັດ ເຫັນລົດຮຸນໃດ , ສີປອນເງີນ ປ້າຍທະບຽນ ກຈ 0751 ກຳແພງນະຄອນ ເຊິ່ງລົດຄັນດັ່ງກ່າວແມ່ນລົດສົ່ງເຄື່ອງກໍ່ສ້າງຂອງຮ້ານດັ່ງກ່າວ ຈອດຢູ່ໜ້າຮ້ານ ສັງເກດເຫັນປະຕູລົດທັງສອງເບື້ອງບໍ່ໄດ້ອັດແວ່ນ ເຫັນກະແຈລົດຊູບຄາຢູ່ ຈຶ່ງມີແນວຄິດຢາກໄດ້ລົດຄັນດັ່ງກ່າວ ຈາກນັ້ນກໍ່ໄດ້ໄຂປະຕູ ຕິດຈັກລົດແລ້ວຂັບລົດໜີໄປຈອດປະໄວ່ແຄມທາງ ບ້ານນາກາງ ເມືອງທຸລະຄົມ ແຂວງວຽງຈັນ

ຈາກນັ້ນໄດ້ປົດປ້າຍລົດອອກ ແລ້ວຍ່າງໄປຊື້ເອກະສານ ໃບຊື້ຂາຍລົດມາຂຽນພ້ອມທັງໃສ່ພະຍານເພື່ອປອມແປງເອກະສານ ພາຍຫຼັງເອກະສານແລ້ວ ກໍ່ໄດ້ຍ່າງໄປນອນພັກຢູ່ເຮືອນຂອງຜູ້ກ່ຽວ ຢູ່ບ້ານນາແກ່ວ ຮອດເວລາປະມານ 5 ໂມງ ຂອງວັນທີ 2 ມີນາ 2022 ຜູ້ກ່ຽວຈຶ່ງຂັບລົດຄັນດັ່ງກ່າວເພື່ອຈະກັບໄປບ້ານເກີດ ຢູ່ບ້ານໃຫຍ່ ເມືອງທົ່ງມີໄຊ ແຂວງໄຊຍະບູລີ ເມື່ອເດີນທາງມາຮອດດ່ານບ້ານດົງ ເຈົ້າໜ້າທີ່ຕຳຫຼວດຈາລະຈອນ ປກສ ແຂວງວຽງຈັນ ລັດກວດກາເບີ່ງເອກະສານລົດ ທ້າວ ສອນ ຈອດລົດແລ່ນຫຼົບໜີ ຈາກນັ້ນເຈົ້າໜ້າທີ່ຕຳຫຼວດຈຶ່ງໄດ້ໄລ່ນຳຈັບທັນແລ້ວກັກຕົວຜູ້ກ່ຽວພ້ອມດ້ວຍລົດຮຸນໄດຄັນດັ່ງກ່າວມາດຳເນີນຄະດີຕາມລະບຽບກົດໝາຍ

ຜ່ານການສັງເກດຕີລາຄາຂອງເຈົ້າໜ້າທີ່ຕຳຫຼວດເຫັນວ່າ ທ້າວ ສອນ ແມ່ນມີເຈດຕະນາລັກຊັບພົນລະເມືອງ ຢ່າງແທ້ຈິງ ເຊິ່ງການກະທໍາດັ່ງກ່າວແມ່ນຜິດຕໍ່ກົດໝາຍອາຍາ ໃນມາດຕາ 231 ຂອງກົດໝາຍອາຍາສະບັບປັບປຸງ ໃນປີ 2017 ປະຈຸບັນໄດ້ເກັບກູ້ລົດຮຸນໄດຄັນດັ່ງກ່າວ ມາໄວ້ກອງບັນຊາການ ປກສ ແຂວງວຽງຈັນ.

ນັກຂ່າວ ປກສ ແຂວງວຽງຈັນ

ຂ່າວສານບ້ານເມືອງ

Post navigation

Previous Post: ຂ່າວໂຄວິດມື້ນີ້ຕິດເຊື້ອເພີ່ມ 662ຄົນ
Next Post: ສົດໆເກີດເຫດ ລົດໃຫຍ່ປະທະລົດໃຫຍ່ຄົນເຈັບນໍາສົ່ງໂຮງໝໍ

Related Posts

ຕິດຕາມສະພາບອາກາດ! ອຸຕຸແຈ້ງ ຈະມີຝົນຕົກຟ້າຮ້ອງ ຟ້າເຫຼື້ອມໃນລະດັບຄ່ອຍຢູ່ທົ່ວໄປ ໄລຍະວັນທີ 28 ກັນຍາ ຫາ 4 ຕຸລານີ້ ຂ່າວສານບ້ານເມືອງ
ລັດ ເລັ່ງຄວບຄຸມລາຄາເຂົ້າ ຫຼັງພົບເລີ່ມມີການເໜັງຕິງ ຂ່າວສານບ້ານເມືອງ
ປະ­ຊາ­ຊົນ​ຈຳ­ນວນໜຶ່ງ​ບໍ່​ຍອມ­ຮັບ​ຄ່າ​ຊົດ​ເຊີຍຈາກໂຄງ­ການ​ກໍ່­ສ້າງ​ທາງ​ດ່ວນ ໝາຍ​ເລກ 1 ​ ຂ່າວສານບ້ານເມືອງ
ບໍ່ເຕນເມືອງທັນສະໄໝ ເຂດເສດຖະກິດສະເພາະທີ່ຫຼວງນໍ້າທາ (ຊົມຄລິບ) ຂ່າວສານບ້ານເມືອງ
ດ່ວນທີ່ສຸດ! ແຈ້ງການປັບຂຶ້ນລາຄານໍ້າມັນທົ່ວປະເທດເລີ່ມ 2 ເມສາ 2022 ຂ່າວສານບ້ານເມືອງ
ແຕ່ງຕັ້ງ ຫົວໜ້າກອງບັນຊາການ ປກສ ແຂວງອັດຕະປືຜູ່ໃໝ່ ຂ່າວສານບ້ານເມືອງ

Copyright © 2022 All in LAOS.

Powered by PressBook Grid Blogs theme