Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ທ່ານຮອງເຈົ້າແຂວງຫຼວງພະບາງຕ້ອນຮັບຄະນະຊ່ຽວຊານຈາກສູນມໍລະດົກໂລກ ອົງການອີໂກໂມສ

Posted on 07/04/202207/04/2022 By News

ໃນຕອນບ່າຍຂອງ ວັນທີ 6 ເມສາ 2022 ນີ້ ທ່ານ ບຸນເລືອມ ມະນີວົງ ຮອງເຈົ້າແຂວງໆຫຼວງພະບາງໃຫ້ກຽດຕ້ອນຮັບຄະນະຊ່ຽວຊານຈາກສູນມໍລະດົກໂລກ ແລະ ອົງການອີໂກໂມສ (ICOMOS ) ພ້ອມດ້ວຍຄະນະ ກຳມະການລະດັບທອງຖິ່ນເພື່ອມໍລະດົກໂລກ ທີ່ໄດ້ລົງເຄື່ອນໄຫວຕິດຕາມ ກວດກາສະພາບ ການປົກປັກສາເມືອງມໍລະດົກໂລກແຂວງຫຼວງພະບາງ ແລະຕິດຕາມການເຄື່ອນໄຫວກອງທຶນມໍລະດົກໂລກ.

ຈຸດປະສົງຂອງການພົບປະໃນຄັ້ງນີ້ແມ່ນ ເພື່ອແນໃສ່ໃນການຮ່ວມມື, ປົກປັກຮັກສາວັນທະນະທຳ ພາຍໃນແຂວງຫຼວງພະບາງໃຫ້ເປັນມໍລະດົກໂລກ ຄະນະຊ່ຽວຊານຈາກ ສູນມໍລະດົກໂລກເຊິ່ງເປັນທີ່ປຶກສາ ຂອງອົງການອຸຍແນັສໂກ (UNESCO) ຈະມາປະເມີນຕິດຕາມ, ກວດກາສະພາບການປົກປັກຮັກສາເມືອງມໍຣະດົກໂລກຫຼວງພະບາງ ຢ່າງຮອບດ້ານ ເປັນຕົ້ນແມ່ນການປະຕິບັດນະໂຍບາຍການອານຸລັກມໍຣະດົກໂລກ, ລະບຽບການທີ່ກ່ຽວຂ້ອງ ການເຄື່ອນໄຫວກອງທຶນມໍຣະດົກໂລກ ແລະ ບັນດາໂຄງການພັດທະນາພື້ນຖານໂຄງລາງເຊັ່ນ: ເຄື່ອນໄຟຟ້ານ້ຳຂອງແຂວງຫຼວງພະບາງ, ໂຄງການກໍ່ສ້າງຕາຝັ່ງກັນເຈື່ອນແຄມນ້ຳຄານ, ໂຄງການບູລະນະຂົວນ້ຳຄານເກົ່າ ແລະວຽກງານອື່ນອີກ.

ໃນການພົບປະຄັ້ງນີ້ທ່ານຮອງເຈົ້າແຂວງໄດ້ຕີລາຄາສູງຕໍ່ການມາຢ້ຽມຢາມແຂວງຫຼວງພະບາງຂອງຄະນະຊ່ຽວຊານ ຈາກສູນມໍຣະດົກໂລກ ທີ່ໄດ້ເປັນຫ່ວງເປັນໃຍຕໍ່ການພັດທະນາຂອງແຂວງກໍຄືການພັດທະນາເຂດມໍລະດົກໂລກ ໃຫ້ຢູ່ໃນກອບຂອງອົງການອົງການອຸຍແນັສໂກກໍານົດໄວ້. ພ້ອມນີ້ ອຳນາດການປົກຄອງແຂວງຫຼວງພະບາງຕ້ອງໄດ້ເອົາໃຈໃສ່ເປັນພິເສດຕໍ່ກັບພາລະບົດບາດຂອງການເປັນມໍຣະດົກໂລກ. ເຊິ່ງທາງຄະນະຊ່ຽວຊານຈະຊ່ວຍລະດົມທຶນ ທາງດ້ານງົມປະປານ ໃຫ້ຫ້ອງການມໍລະດົກໂລກ ໂດຍສະເພາະກົນໄກກອງທຶນມໍຣະດົກໂລກ ຊ່ວຍ ສປປ ລາວ ໂດຍສະເພາະກໍແມ່ນເມືອງມໍລະດົກໂລກຫຼວງພະບາງ ແລະ ໃນຕອນທ້າຍພິທີ ທ່ານຮອງເຈົ້າແຂວງ ຍັງໄດ້ມອບຂອງທີ່ລະນຶກ ໃຫ້ແກ່ທາງຄະນະຊ່ຽວຊານຕື່ມອີກ.

ພາບ-ຂ່າວ: ສີສຸວັນ – ທິບພາພອນ ສຸດທິໂວຫານ

ຂ່າວສານບ້ານເມືອງ

Post navigation

Previous Post: ຂ່າວໂຄວິດມື້ນີ້ຕິດເຊື້ອເພີ່ມ 2033ຄົນ
Next Post: ເມືອງພີນ ເປີດນຳໃຊ້ຂົວເບຕົງປະສົມໄມ້ບ້ານໂນນສູງ ແລະ ບ້ານປະໂທງ

Related Posts

ກະຕໍ້ຄູ່ຍິງ ສປປ ລາວ ຊະນະ ອິນໂດເນເຊຍ ຄວ້າແຊ້ມໂລກມາຄອງ ຂ່າວສານບ້ານເມືອງ
ຂ່າວດ່ວນ! ປະກາດຫາຍາດພີ່ນ້ອງ ເຫດລົດຈັກຕໍາທາງຍ່າງ ເສຍຊີວິດຄາທີີ່ ເຂດບ້ານຮ່ອງແກ ຂ່າວສານບ້ານເມືອງ
ເຈົ້າເມືອງສັງທອງ ເອົາໃຈໃສ່ກວດກາ ການຈັດຕັ້ງປະຕິບັດມາດຕະການຄຸ້ມຄອງ ແລະ ສະກັດກັ້ນ ການລັກລອບເຂົ້າເມືອງຕາມຊາຍແດນນ້ຳຂອງ ຂ່າວສານບ້ານເມືອງ
ອົງການອະນາໄມໂລກຢືນຢັນ ໄວຣັສໂຄໂຣນາຍັງບໍ່ເຖິງຂັ້ນການລະບາດທົ່ວໂລກ ຂ່າວສານບ້ານເມືອງ
ລັດຖະບານແຈ້ງ 14 ມາດຕະການ ຮັບມື ໂ ຄ ວິ ດ ໄລຍະ ກຸມພາ-ມີນາ 2021 ຂ່າວສານບ້ານເມືອງ
ຊ່ວຍແດ່ ໂຈນລັກລົດຈັກ ກ້ອງວົງຈອນບັນທຶກໄດ້ ຂ່າວສານບ້ານເມືອງ

Copyright © 2023 All in LAOS.

Powered by PressBook Grid Blogs theme