Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ການນຳ ກະຊວງ ປກສ ອວຍພອນສະຫາຍ ເລຂາທິການໃຫຍ່ ປະທານປະເທດ ແຫ່ງ ສປປ ລາວເນື່ອງວັນສ້າງຕັ້ງກໍາລັງ ປກສ ຄົບຮອບ 61 ປີ

Posted on 05/04/202205/04/2022 By News

ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງກໍາລັງປ້ອງກັນຄວາມ ສະຫງົບປະຊາຊົນ ທີ່ໝູນວຽນມາ ຄົບຮອບ 61 ປີ (5 ເມສາ 1961-5 ເມສາ 2022 ),ການນຳຂັ້ນສູງກະຊວງປ້ອງກັນຄວາມສະຫງົບ ນໍາໂດຍ ສະຫາຍ ພົອ ວິໄລ ຫຼ້າຄຳຟອງ ກຳມະການກົມການເມືອງສູນກາງພັກ ລັດຖະມົນຕີ ກະຊວງ ປກສ ພ້ອມດ້ວຍຄະນະ ໄດ້ນຳເອົາກະຕ່າດອກໄມ້ເຂົ້າອວຍພອນ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວປະທານປະເທດແຫ່ງ ສປປ ລາວ.

ໂອກາດທີ່ມີຄວາມໝາຍສໍາຄັນນີ້, ສະຫາຍ ພົອ ວິໄລ ຫຼ້າຄຳຟອງ ລັດຖະມົນຕີ ກະຊວງ ປກສ ກໍໄດ້ລາຍງານໂດຍຫຍໍ້ກ່ຽວກັບ ການເຄື່ອນໄຫວຊີ້ນຳ-ນໍາພາກຳລັງປ້ອງກັນຄວາມສະຫງົບ, ໂດຍໄດ້ຮັບການນຳພາ-ຊີ້ນຳ ເດັດຂາດ ໂດຍກົງ ແລະ ຮອບດ້ານ ຈາກພັກ-ລັດຖະບານ ໄດ້ຮັບການອຸ້ມຊູຊ່ວຍເຫຼືອກໍ່ສ້າງຈາກ ການຈັດຕັ້ງຂັ້ນເທິງ ໃນການກໍ່ສ້າງກຳລັງປ້ອງກັນຄວາມສະຫງົບ ໄລຍະທີ່ຜ່ານມາ ເຮັດໃຫ້ກໍາລັງ ປ້ອງກັນຄວາມສະຫງົບປະຊາຊົນ ມີຄວາມເຕີບໃຫຍ່ເຂັ້ມແຂງ ສາມາດຮັບປະກັນໄດ້ ສະຖຽນລະ ພາບທາງດ້ານການເມືອງ, ປະເທດຊາດມີຄວາມໝັ້ນຄົງ, ສັງຄົມມີຄວາມສະຫງົບ, ມີຄວາມເປັນລະບຽບຮຽບຮ້ອຍ, ປະຊາຊົນມີຄວາມເຊື່ອໝັ້ນ ແລະ ໃຫ້ການຮ່ວມມື ອູ້ມຊູຊ່ວຍເຫຼືອກຳລັງປ້ອງ ກັນຄວາມສະຫງົບ ດ້ວຍດີຕະຫຼອດມາ. ພ້ອມກັນນີ້ ສະຫາຍ ຍັງໄດ້ລາຍງານຂະບວນການສະເຫຼີມສະຫຼອງວັນສ້າງຕັ້ງກຳລັງປ້ອງກັນຄວາມສະຫງົບຄົບຮອບ 61 ປີ ໄດ້ມີຫຼາຍກິດຈະກຳທີ່ສຳຄັນເປັນຕົ້ນແມ່ນ: ຈັດຕັ້ງເຜີແຜ່ອະສານ, ປາຖະກະຖາເລົ່າຄືນມູນເຊື້ອ ກຳລັງ ປກສ ໃຫ້ແກ່ນາຍ ແລະ ພົນຕຳຫຼວດໃນຂອບເຂດທົ່ວປະເທດ, ຂະບວນການແຂ່ງຂັນກິລາມິດຕະພາບ, ພົບປະຢ້ຽມຢາມຄອບຄົວອາດີດການນຳ ກະຊວງ ປກສ ແລະ ນາຍ ແລະ ພົນຕຳຫຼວດທີ່ເຈັບເປັນນອນປິ່ນປົ່ວຢູ່ໂຮງໝໍ ແລະ ກິດຈະກຳອື່ນໆໂດຍຜ່ານສື່ມວນຊົນ.ນອກນີ້ ຍັງໄດ້ລາຍງານການເຄື່ອນໄຫວຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ມີຜົນສຳເລັດຫຼາຍດ້ານ ສະແດງອອກ ນັບແຕ່ມື້ຈັດຕັ້ງປະຕິບັດມາເຖິງປັດຈຸບັນ ສາມາດແກ້ໄຂຄະດີໄດ້ເປັນຈໍານວນຫຼາຍ ເຮັດໃຫ້ຄະດີຢາເສບຕິດມີທ່າອ່ຽງຫຼຸດລົງ.

ຈາກນັ້ນ ສະຫາຍ ທອງລຸນ ສີສຸລິດ ປະທານປະເທດແຫ່ງ ສປປ ລາວ ກໍໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ການນໍາຂັ້ນສູງກະຊວງ ປກສ ກໍຄື ນາຍ ແລະ ພົນຕຳຫຼວດ ໃນທົ່ວກຳລັງປ້ອງກັນຄວາມສະຫງົບ ທີ່ເວລາໃດກໍ່ເຮັດຫຼ້ອນໜ້າທີ່ ທີ່ໄດ້ຮັບມອບໝາຍ ສົມເປັນກຳລັງປະກອບອາວຸດປະຕິວັດ ອັນແຫຼມຄົມຂອງພັກ ພ້ອມກັນນີ້ ສະຫາຍ ຍັງໂອ້ລົມ ໃຫ້ທິດຊີ້ນໍາ ຕໍ່ຄະນະພັກ-ຄະນະນໍາ ຂັ້ນສູງກະຊວງ ປກສ ເພື່ອນຳໄປຈັດຕັ້ງປະຕິບັດ ເຮັດໃຫ້ກຳລັງປ້ອງກັນ ຄວາມສະຫງົບ ເປັນກຳລັງປະກອບອາວຸດທີ່ເຂັ້ມແຂງຂອງພັກ ເປັນກຳລັງທີ່ມີຄວາມທັນສະໄໝ ຮອບດ້ານເທື່ອລະກ້າວ ເປັນຕົ້ນແມ່ນ: ປັບປຸງແບບແຜນວິທີຄົ້ນຄິດ, ວິທີເຮັດວຽກຂອງຖັນແຖວພະນັກງານຂົງເຂດປ້ອງກັນຄວາມສະຫງົບໃຫ້ໄປທ່ວງທັນກັບສະພາບການເລັ່ງທວງໃນປັດຈຸບັນ, ວິໃຈບັນຫາໃຫ້ຖືກຕ້ອງ ແລະ ວາງແຜນຢ່າງຮັດກຸມ, ຈັດລຽງບຸລິມະສິດຂອງສະພາບທີ່ເກີດຂຶ້ນ ແລະ ມີຢູ່ປັດຈຸບັນຂອງປະເທດເຮົາ ເພື່ອວາງແຜນໃຫ້ຈັດຕັ້ງປະຕິບັດຕາມແຜນບູລິມະສິດ ໃຫ້ເກີດເປັນຮູບປະທຳ, ສືບຕໍ່ລົງກໍ່ສ້າງຮາກຖານຢູ່ທ້ອງຖິ່ນໃຫ້ມີຕາໜ່າງປ້ອງກັນຄວາມສະຫງົບໃຫ້ໜັກແໜ້ນເຂັ້ມແຂງ, ດຶງເອົາປະຊາຊົນເຂົ້າຮ່ວມ ແລະ ເຂົ້າຮ່ວມດ້ວຍຄວາມຈິງໃຈ ແລະ ຈິງຈັງ ດ້ວຍຄວາມຕື່ນຕົວຂອງເຂົາເຈົ້າ, ປົກປ້ອງຊັບສິນ ຜົນປະໂຫຍດລວມຂອງລັດ ແລະ ຂອງປະຊາຊົນຢ່າງຖືກຕ້ອງ ເປັນທໍາແທ້.

ເອົາໃຈໃສ່ຈັດຕັ້ງປະຕິບັດ ສອງວາລະແຫ່ງຊາດ, ໂດຍສະເພາະແມ່ນວ່າລະແຫ່ງຊາດວ່າດ້ວຍການແກ້ໄບບັນຫາຢາ ເສບຕິດ ໃຫ້ມີຜົນສໍາເລັດຕາມກໍານົດເວລາທີ່ໄດ້ກຳນົດໄວ້, ພ້ອມກັນບໍ່ເອົາໃຈໃສ່ປັບປຸງກໍ່ສ້າງກໍາລັງໃຫ້ມີຄວາມເຕີບໃຫຍ່ເຂັ້ມແຂງ ທັນສະໄໝ, ສືບຕໍ່ກໍ່ສ້າງໃຫ້ມີພະງານສືບທອດປ່ຽນແທນໃນໄລຍະສັ້ນ ແລະ ຍາວນານ, ຊຸກຍູ້ສົ່ງເສີມໃຫ້ນາຍ ແລະ ພົນຕຳຫຼວດໄດ້ມີການຍົກລະດັບຄວາມຮູ້ຄວາມສາມາດ ເພື່ອຕອບສະໜອງໄດ້ກັບຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໃນໄລຍະໃໝ່ ທັງນີ້ ກໍ່ເພື່ອເຮັດໃຫ້ ບ້ານ ເມືອງມີຄວາມສະຫງົບ ປະຊາຊົນເຊື້ອໝັນຕໍ່ການນຳພາຂອງ ພັກ-ລັດ ເຮັດໃຫ້ປະເທດຊາດໄດ້ຮັບການພັດທະນາ ຮຸ່ງເຮື່ອງສີລິໄລພ້ອມກັນເອົາໃຈໃສ່ສ້າງພະລາກັບທີ່ເພື່ອແກ້ໄຂຊີວິດການເປັນຢູ່ຂອງນາຍ ແລະ ພົນຕໍາຫຼວດ ຕາມ ທິດເຜິ້ງຕົນເອງ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ.

ໂອກາດດັ່ງກ່າວ, ສະຫາຍ ພົອ ວິໄລ ຫຼ້າຄຳຟອງ ລັດຖະມົນກະຊວງ ປກສ ກໍໄດ້ຕ່າງໜ້າໃຫ້ຄະນະພັກ-ຄະນະນຳ ກະຊວງ ປກສ ກໍ່ຄື ນາຍ ແລະ ພັນຕຳຫຼວດ ທົ່ວກຳລັງ ປກສ ສະແດງຄວາມຕະຕັນຍູຮູ້ບຸນຄຸນຕໍ່ ພັກ-ລັດ ໂດຍສະເພາະແມ່ນ ສະຫາຍ ເລຂາທິການໃຫຍ່ ຍາມໃດກໍ່ໄດ້ເອົາໃຈໃສ່ໃກ້ສິດຕິດແທດ ຊີ້ນຳ-ນຳພາ ຕໍ່ກຳລັງປ້ອງກັນ ຄວາມສະຫງົບ ໃຫ້ມີຄວາມເຕີບໃຫຍ່ເຂັ້ມແຂງຢ່າງບໍ່ຢຸດຢັ້ງ ຂໍອວຍໄຊໃຫ້ພອນໃຫ້ ສະຫາຍ ຈົ່ງມີ ແຕ່ພາລະນາໄມທີ່ສົມບູນ ສຸຂະພາບແຂງແຮງ ມີຄວາມຜາສຸກໃນຊີວິດສ່ວນຕົວຄອບຄົວ ມີຜົນສຳເລັດໃນໜ້າທີ່ອັນມີກຽດ ສືບຕໍ່ຊີ້ນຳ-ນຳພາກຳລັງ ປກສ ໃຫ້ມີຄວາມເຕີບໃຫຍ່ເຂັ້ມແຂງ ແລະ ທັນສະໄໝ ຂື້ນໄປເລື້ອຍໆ.

ຂ່າວສານບ້ານເມືອງ

Post navigation

Previous Post: ດ່ວນ! ໄຊຍະບູລີອອກແຈ້ງການກ່ຽວກັບການສະຫຼອງປີໃໝ່ລາວ ພສ2565
Next Post: ໜາວນີ້ທີ່ເດືອນ 4 ອາກາດເຢັນຍັງປົກຄຸມທົ່ວປະເທດ

Related Posts

ລາວ-ອິນເດຍ ເສີມຂະຫຍາຍການພົວພັນຮ່ວມມືສອງຝ່າຍ ຂ່າວສານບ້ານເມືອງ
ເມືອງພູຄູນທຳລາຍສິນຄ້າໝົດອາຍຸ ແລະ ແປ້ງນົວປອມ ຂ່າວສານບ້ານເມືອງ
ວັນປູກຕົ້ນໄມ້ແຫ່ງຊາດປີນີ້ ນະຄອນຫລວງວຽງຈັນ ວາງແຜນປູກຕົ້ນໄມ້ໃຫ້ໄດ້ 400 ກວ່າເຮັກຕາ ຂ່າວສານບ້ານເມືອງ
ເຫດລົດໃຫ່ຍເສຍຫຼັກປິ້ນຕົກນໍ້າ ເ ສ ຍ ຊິ ວິ ດ 1ຄົນ ຂ່າວສານບ້ານເມືອງ
ຄົນລາວເຮັດວຽກຢູ່ໄທ ໄຟຟ້າຊ໊ອດເສຍຊີວິດ ຂ່າວສານບ້ານເມືອງ
ກະຊວງການຕ່າງປະເທດຈັດພິທີເອົາທຸງຊາດລາວ ແລະ ທຸງອາຊຽນຂຶ້ນສູ່ຍອດເສົາ ສະຫຼອງ 53 ປີສ້າງຕັ້ງອາຊຽນ ຂ່າວສານບ້ານເມືອງ

Copyright © 2022 All in LAOS.

Powered by PressBook Grid Blogs theme