Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

6 ຂໍ້ຫ້າມ ທີ່ຕ້ອງປະຕິບັດຕະຫຼອດໄລຍະປີໃໝ່ລາວ

Posted on 31/03/202231/03/2022 By News

ເຈົ້າຄອງນະຄອນຫຼວງວຽງຈັນ ໄດ້ໃຫ້ຮູ້ວ່າ: ໃນໄລຍະການສະເຫຼີມສະຫຼອງປີໃໝ່ລາວ ປີ 2022 ຢູ່ໃນນະຄອນຫຼວງວຽງຈັນ ແມ່ນຕ້ອງໄດ້ກຳນົດ 6 ຂໍ້ຫ້າມໄວ້ດັ່ງນີ້:

1. ຫ້າມອົງການຈັດຕັ້ງຂອງລັດ, ເອກະຊົນ, ແລະສັງຄົມຢູ່ນະຄອນຫຼວງວຽງຈັນ ຈັດງານລ້ຽງ, ງານອວຍພອນສະຫຼອງປີໃໝ່ລາວ ພສ 2565 ເພື່ອປ້ອງກັນການຕິດເຊື້ອ ແລະແຜ່ເຊື້ອພະຍາດໂຄວິດ-19 ໃຫ້ມີຄວາມເຂັ້ມງວດ ທັງເປັນການປະຕິບັດມາດຕະການປະຢັດມັດທະຍັດ.

2. ຫ້າມຈັດຄອນເສີດ, ເປີດເຄື່ອງຂະຫຍາຍສຽງ ຫຼື ເສບດົນຕີ, ສະແດງສິລະປະດົນຕີກາງແຈ້ງຢູ່ຕາມສະຖານທີ່ຕ່າງໆເຊັ່ນ: ບໍລິເວນອ້ອມຮອບວັດວາອາຮາມ, ສະຖານທີ່ທ່ອງທ່ຽວ, ສວນອາຫານ, ສວນນ້ຳ, ຣີສອດ, ຫາດແຄມນ້ຳງື່ມ, ນ້ຳຂອງ, ຕາມແຄມຖະໜົນຫົນທາງ, ລວມທັງງານປະກວດນາງສັງຂານ, ງານແຫ່ນາງສັງຂານ ແລະງານອື່ນໆທີ່ເປັນການເຕົ້າໂຮມຄົນຈຳນວນຫຼາຍ.

3. ຫ້າມຫົດສາດນ້ຳສີ, ນ້ຳເປື້ອນ, ນ້ຳຄັນ ແລະນຳໃຊ້ພາຫະນະເລາະສາດນ້ຳໃຫ້ກັນຕາມຖະໜົນຫົນທາງ ຮ່າຍນ້ຳໃສ່ຖົງຢ່າງ ຫຼື ພາຫະນະອື່ນໆເພື່ອດືກແກວ່ງໃສ່ກັນ.

4. ຫ້າມນຸ່ງເຄື່ອງໂປ້ເປື້ອຍ ແລະການປະພຶດລາມົກອານາຈານ ຢູ່ຕາມວັດວາອາຮາມ, ສະຖານທີ່ສັກກາລະບູຊາ ແລະສະຖານທີ່ສາທາລະນະຕ່າງໆ.

5. ຫ້າມຫ້າມຜູ້ດື່ມເຄື່ອງດື່ມທີ່ມີທາດເຫຼົ້າ ແລະເສບສິ່ງມືນເມົາຂັບລົດ, ຜູ້ຂັບລົດແມ່ນບໍ່ໃຫ້ດື່ມເຄື່ອງດື່ມທີ່ມີທາດເ ຫຼົ້ າ ແລະເສບສິ່ງມື ນເ ມົ າ(ດື່ມບໍ່ຂັບ-ຂັບບໍ່ດື່ມ).

6. ຫ້າມຈູດໝາກກະໂພກ, ກໍ່ສຽງແຕກ ແລະເປີດສຽງດົນຕີເນືອງນັນລົບກວນຜູ້ອື່ນ.

.

ຂ່າວສານບ້ານເມືອງ

Post navigation

Previous Post: ກົມຕຳຫລວດຈະລາຈອນສະກັດກັ້ນອຸປະຕິເຫດຈະລາຈອນໃນໄລຍະປີໃໝ່ລາວ
Next Post: ຄະນະສະເພາະກິດອອກຂໍ້ກໍານົດມາດຕະການປ້ອງກັນໂຄວິດເລີ່ມ 31 ມີນາ 2022ເປັນຕົ້ນໄປ

Related Posts

ກໍານົດ13-22ທັນວາເປັນມື້ຈັດງານກິລາແຫ່ງຊາດຄັ້ງທີ11ຫຼືຊຽງຂວາງເກມ ຂ່າວສານບ້ານເມືອງ
5 ຂໍ້ດີທີ່ ນໍ້າມັນໝາກພ້າວ ຊ່ວຍເບິ່ງແຍງແມ່ຍິງຖືພາໃຫ້ມີຄວາມງາມທັງພາຍໃນແລະພາຍນອກ. ຂ່າວສານບ້ານເມືອງ
ເຕືອນການເດີນທາງ ເສັ້ນທາງ ໄປ ເມືອງທ່າໂທມ ຝົນຕົກນໍ້າປ່າຊຸແຮງ (ມີີຄລິບ) ຂ່າວສານບ້ານເມືອງ
ເຄື່ອນຍ້າຍອັດຖິຜູ້ທີ່ມີຄຸນງາມຄວາມດີຕໍ່ປະເທດຊາດໄປສະຖິດໄວ້ຢູ່ສຸສານນັກຮົບປະຕິວັດແຫ່ງຊາດ ຂ່າວສານບ້ານເມືອງ
ກອງຮ້ອຍ 154 ເປີດອົບຮົມ – ຫັດແອບ ປະຈໍາປີ 2021 ຂ່າວສານບ້ານເມືອງ
ອຸປະຕິເຫດ! ລົດໃຫຍ່ປະທະລົດຈັກ ຂ່າວສານບ້ານເມືອງ

Copyright © 2022 All in LAOS.

Powered by PressBook Grid Blogs theme