Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ປະຊາຊົນບ້ານປຸ່ງຜາ ກຸ່ມພັດທະນາຫົວນໍ້າຄາ, ເມືອງເມິງ ຈັດພິທີບາສີສູ່ຂວັນ ໃຫ້ແກ່ການນໍາຂອງເມືອງ ເນື່ອງໃນໂອກາດບຸນປີໃໝ່ຂອງເຜົ່າລາຫູຟຸ

Posted on 28/03/202228/03/2022 By News

ໃນວັນທີ 25 ມີນາ 2022 ຜ່ານມານີ້ ຢູ່ທີ່ບ້ານປຸ່ງຜາ, ເມືອງເມິງ, ແຂວງບໍ່ແກ້ວ, ອົງການປົກຄອງບ້ານ, ເຖົ້າແກ່ແນວໂຮມ ຕະຫຼອດຮອດປະຊາຊົນບັນດາເຜົ່າພາຍໃນບ້ານປຸ່ງ ໄດ້ຈັດພິທີບາສີສູ່ຂວັນໃຫ້ແກ່ການນໍາຂອງເມືອງ ເຊິ່ງນໍາໂດຍ ທ່ານ ສົມສັກ ປິ່ນແກ້ວ, ກໍາມະການພັກແຂວງ, ເລຂາພັກເມືອງ, ເຈົ້າເມືອງໆເມິງ, ມີບັນດາທ່ານ ຄະນະປະຈໍາພັກເມືອງ, ກໍາມະການພັກເມືອງ, ຫົວໜ້າຫ້ອງການ – ຮອງຫ້ອງ, ອົງການປົກຄອງບ້ານ, ອົງການຈັດຕັ້ງບ້ານ ຕະຫຼອດພໍ່ແມ່ປະຊາຊົນບັນດາເຜົ່າພາຍໃນບ້ານເຂົ້າຮ່ວມຢ່າງເປັນຂະບວນການຟົດຟື້ນ.

.

ບ້ານປຸ່ງຜາ ຫ່າງຈາກເທດສະບານເມືອງເມິງປະມານ 12 ກິໂລແມັດ, ເປັນບ້ານໜຶ່ງທີ່ຂຶ້ນກັບກຸ່ມພັດທະນາຫົວນໍ້າຄາ, ເປັນຊົນເຜົ່າລາຫູຟຸ ຫຼື ມູເຊີຂາວ, ມີ 98 ຄອບຄົວ, ມີພົນລະເມືອງທັງໝົດ 406 ຄົນ, ຍິງ 202 ຄົນ. ອາຊີບຕົ້ນຕໍ ຂອງປະຊາຊົນແມ່ນເຮັດນາ, ເຮັດສວນ, ເຮັດໄຮ່ໝູນວຽນ, ອາຊີບສໍາຮອງ ແມ່ນລ້ຽງສັດ ແລະ ເກັບກູ້ເຄື່ອງປ່າຂອງດົງ ປະຊາຊົນ ແມ່ນເຊື່ອຖືຜີ; ພາຍໃນບ້ານ ແມ່ນຮັກສາໄດ້ຮີດຄອງປະເພນີອັນດີງາມທີ່ເປັນເອກະລັກຂອງເຜົ່າ ເຊິ່ງໄດ້ຮັບຮອງເປັນບ້ານວັດທະນະທໍາໃໝ່ ໃນວັນທີ 9 ກໍລະກົດ 2019. ເຊິ່ງໃນແຕ່ລະປີ ພາຍຫຼັງທີ່ຫຼິ້ນບຸນກີນຈຽງ ຫຼື ບຸນປະເພນີປີໃໝ່ຂອງເຜົ່າແລ້ວ ອົງການປົກຄອງບ້ານ ພ້ອມດ້ວຍເຖົ້າແກ່ແນວໂຮມ ແລະ ປະຊາຊົນພາຍໃນບ້ານ ແມ່ນຈະໄດ້ມາເຕົ້າໂຮມກັນ ຢູ່ທີ່ເຮືອນນາຍບ້ານ ຫຼື ໃຈກາງບ້ານ ເພື່ອຈັດພິທີບາສີສູ່ຂວັນ ໃຫ້ແກ່ຄະນະພັການນໍາຂອງບ້ານ, ຂອງເມືອງ ແລະ ເພື່ອອວຍພອນໄຊໃຫ້ພອນເຈົ້າບ້ານ – ເຈົ້າເມືອງ ມີສຸກຂະພາບແຂງແຮງ, ປົກປັກຮັກສາຄຸ້ມຄອງ ແລະ ເປັນສິລິມຸງຄຸນແກ່ບ້ານ ແລະ ປະຊາຊົນພາຍໃນບ້ານ ຕາມຄວາມເຊື່ອຖືຂອງເຜົ່າມາແຕ່ດົນນານ ພາຍຫຼັງທີ່ຫຼິ້ນບຸນປີໃໝ່ຂອງຕົນ ແລະ ກ່ອນທີ່ຈະລົງມືເຮັດການຜະລິດ ໃນລະດູການໃໝ່ ໂດຍສະເພາະ ແມ່ນການປູກ – ການລ້ຽງ ເພື່ອໃຫ້ຟ້າຝົນຕົກຖືກຕ້ອງຕາມລະດູການ ແລະ ເພື່ອໃຫ້ຜົນຜະຫຼິດຈະເລີນ ງອກງາມ ໄດ້ຮັບໝາກຮັບຜົນດີ.

.

ການຈັດພິທີບາສີສູ່ຂວັນດັງກ່າວນີ້ ກໍ່ເພື່ອປະຕິບັດຕາມຮີດ 12 ຄອງ 14 ປະເພນີອັນດີງາມຂອງເຜົ່າ ທີ່ເຄີຍປະຕິບັດກັນມາແຕ່ດົນນານ, ທັງເປັນການປົກປັກຮັກສາວັດທະນະທໍາ, ຮີດຄອງປະເພນີ, ກິດຈະກໍາຕ່າງໆຂອງເຜົ່າ ເພື່ອໃຫ້ລຸ້ນລູກ – ລຸ້ນຫຼານ ໄດ້ສືບສານໃນການຈັດຕັ້ງປະຕິບັດຕໍ່ໆໄປ; ທັງເປັນການຮັດແໜ້ນຄວາມສາມັກຄີ ລະຫວ່າງ ການນໍາຂອງເມືອງ, ອົງການປົກຄອງບ້ານ ກໍ່ຄືປະຊາຊົນບັນດາເຜົ່າພາຍໃນເມືອງ ໃຫ້ເປັນປຶກແຜ່ນແໜ້ນໜາ.

.

ພາບ-ຂ່າວ: ອຸ່ນຄໍາ ຂັນວາລິດ

ບັນນາທິການ: ນິລະພົບ ທອງສະຫວັດ

ຂ່າວສານບ້ານເມືອງ

Post navigation

Previous Post: ຄະນະກຳມະການຕ້ານການຄ້າມະນຸດ ນະຄອນຫຼວງວຽງຈັນ ສະຫຼຸບວຽກງານ ປະຈຳປີ 2021 ແລະ ວາງທິດທາງແຜນການ ປີ 2022.
Next Post: ຄວາມຮູ້ສຶກຂອງພະນັກງານນຳທ່ຽວ ທີ່ຜ່ານການອົບຮົມຈາກໂຄງການ LaoSafe

Related Posts

ແຈ້ງເຕືອນ! 2 ຫາ 5 ມີນາ 2020 ແມ່ນຈະມີສະພາບອາກາດປ່ຽນແປງໄວ ຂ່າວສານບ້ານເມືອງ
ເມືອງສັງທອງ ມີທ່າແຮງທາງທໍາມະຊາດ ທີ່ ປະຊາຊົນສາມາດໝຸນໃຊ້ ໃນການ ພັກດັນ ເສດຖະກິດຂອງ ປະຊາຊົນ ຂ່າວສານບ້ານເມືອງ
ແຂວງຄຳມ່ວນຈັດພິທີ ລະນຶກວັນຄ້າຍວັນເກີດ ປະທານ ສຸພານຸວົງ ຄົບຮອບ 111 ປີ ຂ່າວສານບ້ານເມືອງ
ສະຫວັນນະເຂດແຈ້ງ! ປະຊາສໍາພັນເຖິງຜູ້ທີ່ມີລາຍຊື່ໃຫ້ມາລາຍງານໂຕດ່ວນ ຂ່າວສານບ້ານເມືອງ
ເມືອງຊຽງຮ່ອນຈັດພິທີທຳລາຍສິນຄ້າໝົດອາຍຸ ຂ່າວສານບ້ານເມືອງ
ຈັ ບ ກຸ່ ມ ມົ່ ວ ສຸ ມ ແ ລ ະ ລັ ກ ລ ອ ບ ຂ າ ຍ ຢ າ ເ ສ ບ ຕ ິດ 4 ຄົນ ຂ່າວສານບ້ານເມືອງ

Copyright © 2022 All in LAOS.

Powered by PressBook Grid Blogs theme