Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ມອບ-ຮັບ ເຮືອນນອນກອງຮ້ອຍສືບຂ່າວເຕັກນິກ ກອງບັນຊາການທະຫານແຂວງຊຽງຂວາງ

Posted on 17/03/202217/03/2022 By News

ພິທີມອບ-ຮັບເຮືອນນອນ ກອງຮ້ອຍສືບຂ່າວ ເຕັກນິກກອງ ບັນຊາການທະຫານແຂວງຊຽງ ຂວາງ ໄດ້ຈັດຂຶ້ນໃນວັນທີ 15 ມີນາ 2022 ໂດຍການເປັນກຽດ ເຂົ້າຮ່ວມຂອງ ສະຫາຍ ພົນຈັດ ຕະວາ ຂັນທອງ ວົງອຳຄາ ຫົວ ໜ້າການເມືອງ ກອງບັນຊາການ ທະຫານແຂວງຊຽງຂວາງ, ມີ ສະຫາຍ ພັນເອກ ຟາມວັນດົງ ຫົວໜ້າການເມືອງ ກອງບັນຊາ ການທະຫານແຂວງເຫງະອານ ສສ ຫວຽດນາມ ແລະ ສະຫາຍ ທາຍວັນແອັງ ຫົວໜ້າບໍລິສັດ ຈ່າງອານການຄ້າຂາເຂົ້າ-ຂາອອກຈຳກັດຜູ້ດຽວ ພ້ອມດ້ວຍ ຄະນະພັກ-ຄະນະບັນຊາ 2 ກອງ ບັນຊາການທະຫານແຂວງຊຽງ ຂວາງ-ເຫງະອານ ແລະ ພາກ ສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

อาจเป็นรูปภาพของ 10 คน, ผู้คนกำลังยืน และ ชุดเครื่องแบบทหาร

ໂຄງການກໍ່ສ້າງເຮືອນນອນ ກອງຮ້ອຍສືບຂ່າວເຕັກນິກ ກອງ ປະຕິບັດງານ 131 ກອງບັນຊາ ການທະຫານແຂວງຊຽງຂວາງ ແມ່ນໄດ້ເລີ່ມລົງມືກໍ່ສ້າງມາແຕ່ ວັນທີ 25 ຕຸລາ 2021 ມາເຖິງວັນ ທີ 5 ກຸມພາ 2022 ຈຶ່ງໄດ້ສຳເລັດ ເຊິ່ງເປັນເຮືອນຊັ້ນດຽວກໍ່ສ້າງ ດ້ວຍເບຕົງເສີມເຫຼັກທີ່ແໜ້ນໜາ ຖາວອນ, ມຸງດ້ວຍກະເບື້ອງ ມີ ຂະໜາດ 18×10 ແມັດ ລວມ ມູນຄ່າການກໍ່ສ້າງທັງໝົດ 1.688.568.000 ດົງ ເຊິ່ງເປັນ ທຶນຊ່ວຍເຫຼືອລ້າຈາກກອງບັນ ຊາການທະຫານແຂວງເຫງະ ອານ ສສ ຫວຽດນາມ ຮັບເໝົາ ໂດຍບໍລິສັດ ຈ່າງອານ ການຄ້າ ຂາເຂົ້າ-ຂາອອກຈຳກັດຜູ້ດຽວ. ສະຫາຍ ພັນເອກ ຟາມວັນ ດົງ ຫົວ ໜ້າການເມືອງ ກອງບັນຊາການ ທະຫານແຂວງເຫງະອານ ສສ ຫວຽດນາມ ໃນນາມເຈົ້າຂອງ ໂຄງການ ໄດ້ຂຶ້ນກ່າວມອບ ແລະ ກ່າວຮັບໂດຍ ສະຫາຍ ພົນຈັດຕະ ວາ ຂັນທອງ ວົງອຳຄາ ພ້ອມທັງ ເຊັນບົດບັນທຶກການມອບ-ຮັບ ຢ່າງເປັນທາງການ.

ຂ່າວສານບ້ານເມືອງ

Post navigation

Previous Post: ຫອບຂື້ນລົດໝົດອາໄສຫ້ອງແຖວ ມົ້ ວ ສຸ ມ ແລະ ຄ້າຂາຍ ຢ າ ເ ສ ບ ຕິ ດ ຖືກເຈົ້າໜ້າທີ່ກັກຕົວ
Next Post: ຂ່າວໂຄວິດມື້ນີ້ຕິດເຊື້ອເພີ່ມ 874ຄົນ

Related Posts

5 ພາກສ່ວນ ມອບເຄື່ອງ ແລະ ເງິນຊ່ວຍເຫຼືອ ໃຫ້ລັດຖະບານ ເພື່ອແກ້ໄຂບັນຫາໂຄວິດ-19 ລວມ 577.900.000 ກີບ ຂ່າວສານບ້ານເມືອງ
ມີ 885 ກິດຈະການ ທີ່ຂຸດຄົ້ນກ່ຽວກັບແຮ່ທາດຢູ່ລາວ ຂ່າວສານບ້ານເມືອງ
ເຊບັງຫຽງເລີ່ມລົດລົງຢ່າງຕ່ໍເນື່ອງ ປະຊາຊົນເລີ່ມມີຫວັງທີ່ຈະກັບໄປໃຊ້ຊີວິດຢ່າງປົກກະຕິ ຂ່າວສານບ້ານເມືອງ
ລັອດໃຫຍ່ໄປບໍ່ລອດຊົມເຊີຍເຈົ້າໜ້າທີ່ຫຼວງພະບາງ ຂ່າວສານບ້ານເມືອງ
ແຂວງ​ສະ​ຫວັນ​ນະ​ເຂດ ອາດ​ຈະ​ໄດ້​ເປັນ​ແຫຼ່ງ​ຜະ​ລິດ​ພະ​ລັງ​ງານ​ແສງ​ອາ​ທິດ​ໃຫຍ່​ທີ່​ສຸດ​ໃນ​ອາ​ຊຽນ ຂ່າວສານບ້ານເມືອງ
ຄົ້ນຫາເປັນມື້ທີ 3 ຍັງໄຮ່ຮ່ອງຮອຍພໍ່ຕູ້ພວງ ທີ່ຫຼົງປ່າ ຂ່າວສານບ້ານເມືອງ

Copyright © 2022 All in LAOS.

Powered by PressBook Grid Blogs theme