Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ອັດຕະປື ເຊື່ອມຊຶມດຳລັດ ວ່າດ້ວຍການຄຸ້ມຄອງແລະ ປົກປ້ອງ ການເຄື່ອນໄຫວສາສະໜາ ຢູ່ ສປປ ລາວ

Posted on 15/03/202215/03/2022 By News

ແຫລ່ງຂ່າວຈາກ ແຂວງອັດຕະປື ໃຫ້ຮູ້ວ່າ: ວັນທີ 14 ມີນາ 2022 ນີ້ກະຊວງພາຍໃນ ໄດ້ຈັດຕັ້ງການເຜີຍແຜ່ດໍາລັດ ວ່າດ້ວຍການຄຸ້ມຄອງ ແລະ ປົກປ້ອງ ການເຄື່ອນໄຫວສາສະໜາ ຢູ່ ສປປ ລາວ ທີ່ຫ້ອງວ່າການປົກຄອງແຂວງ ໂດຍມີ ທ່ານ ທອງຈັນ ມະນີໄຊ ລັດຖະມົນຕີກະຊວງພາຍໃນ, ທ່ານ ເລັດ ໄຊຍະພອນ ເຈົ້າອັດຕະປື,ພ້ອມດ້ວຍພະນັກງານການນໍາຫລັກແຫລ່ງ, ພະນັກອາວຸໂສບຳນານ, ຜູ້ຊົງຄຸນວຸດທິ ເຂົ້າຮ່ວມຮັບຟັງ.

อาจเป็นรูปภาพของ 8 คน และ สถานที่ในร่ม

ໂອກາດນີ້, ທ່ານ ສໍສອນພິດ ພານຸວົງ ຫົວໜ້າກົມຊົນເຜົ່າ ແລະ ສາສະໜາ ກະ ຊວງພາຍໃນ ໄດ້ຍົກໃຫ້ເຫັນການຄຸ້ມຄອງລັດ ກ່ຽວກັບວຽກງານສາສະໜາ ແລະ ດຳລັດ ວ່າດ້ວຍ ການຄຸ້ມຄອງ ແລະ ປົກປ້ອງການເຄື່ອນໄຫວ ສາສະໜາຢູ່ ສປປ ລາວ ເຊິ່ງດຳລັດດັ່ງກ່າວມີ ທັງໝົດ 8 ໝວດ 37 ມາດ, ໃນນັ້ນ ແຕ່ລະໝວດແຕ່ລະມາດຕາໄດ້ກຳນົດຫລັກການ, ລະບຽບການ ແລະ ມາດຕະການກ່ຽວກັບການຄຸ້ມຄອງ ແລະ ປົກປ້ອງການເຄື່ອນໄຫວສາສະໜາຢູ່ ສປປ ລາວ ເພື່ອເຮັດໃຫ້ນັກບວດ, ນັກສອນສາສະໜາ, ສາສະນິກະຊົນ ແລະ ການຈັດຕັ້ງສາສະໜາ ເຄື່ອນໄຫວຖືກຕ້ອງຕາມກົດໝາຍ, ລະບຽບການ ແລະ ຫລັກທຳຄຳສັ່ງສອນ ແນໃສ່ປົກປັກຮັກສາ ແລະ ເສີມຂະຫຍາຍວັດທະນະທຳອັນດີງາມຂອງຊາດ, ເພີ່ມທະວີຄວາມສາມັກ ຄີກົມກຽວລະຫວ່າງບຸກຄົນ ເຊື່ອຖືສາສະໜາ ຕ່າງໆ ພ້ອມກັນປະກອບສ່ວນເຂົ້າໃນການປົກປັກຮັກສາ ສ້າງສາ ແລະ ພັດທະນາປະເທດຊາດ ລວມທັງມີມາດຕະການຕ່າງໆຕໍ່ຜູ້ລະເມີດ ເປັນຕົ້ນ: ນິຕິບຸກຄົນ ແລະ ການຈັດຕັ້ງ ທີ່ລະເມີດຕໍ່ດຳລັດ ສະບັບນີ້ ຈະຖືກສຶກສາອົບຮົມ, ລົງວິໄນ, ປັບໃໝ, ສັງໂຈະການ ເຄື່ອນໄຫວ, ຖອນໃບອະນຸຍາດການເຄື່ອນໄຫວ, ໃຊ້ແທນຄ່າເສຍຫາຍທາງແພ່ງ ຫລື ລົງ ໂທດທາງອາຍາ ຕາມກໍລະນີໜັກ ຫລື ເບົາຕາມກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງ.

อาจเป็นรูปภาพของ 3 คน, ผู้คนกำลังยืน และ ดอกไม้

ຈາກນັ້ນ, ຜູ້ເຂົ້າຮ່ວມຍັງໄດ້ປະກອບຄໍາຄິດເຫັນ ເຊິ່ງສ່ວນໃຫຍ່ແມ່ນສຸ່ມໃສ່ວິທີການຄຸ້ມຄອງ ແລະ ປົກປ້ອງການເຄື່ອນໄຫວສາສະໜາຢູ່ ສປປລາວ ໂດຍເລັ່ງໃສ່ໃຫ້ຜູ້ເຊື່ອຖື ຫລື ບໍ່ເຊື່ອສາສະໜາຢູ່ຮ່ວມກັນໄດ້ ມີຄວາມສາມັກຄີເປັນປືກແຜນແໜ້ນໜ້າ ແລະ ເຄົາ ລົບຕໍ່ລະບຽບກົດໝາຍບ້ານເມືອງວາງອອກ, ທັງນີ້ ກໍເພື່ອເປັນເອກະພາບກັນໃນດ້ານການ ຈັດຕັ້ງປະຕິບັດ ໃຫ້ສອດຄອງກັບສະພາບຄວາມເປັນຈິງ ແລະ ຖືກຕ້ອງຕາມກັບກົດໝາຍທີ່ໄດ້ລະບຸກໄວ້.

ຂ່າວ: ໄຊຈະເລີນ

ຂ່າວສານບ້ານເມືອງ

Post navigation

Previous Post: ຈາກເປັນຜູ້ ເ ສ ບ ແລ້ວຫັນມາເປັນຜູ້ຂາຍ ຖືກ ຈັ ບ ດຳເນີນຄະດີ
Next Post: ນັດສົ່ງ ຢ າ ເ ສ ບ ຕ ິດ ຄິດວ່າສິລອດຖືກເຈົ້າໜ້າທີ່ເຂົ້າກັກຕົວ

Related Posts

ຮຽກຮ້ອງໃຫ້ຜູ້ໄປທ່ອງທ່ຽວເມືອງ ວັງວຽງ ເພີ່ມຄວາມເອົາໃຈໃສ່ປ້ອງກັນພະຍາດໂຄວິດ-19 ຂ່າວສານບ້ານເມືອງ
ຂ່າວດີ! ຄົນເຈັບໂຄວິດ-19 ອອກໂຮງໝໍອີກ 2 ຄົນມື້ນີ້ ຂ່າວສານບ້ານເມືອງ
ຈະໃຫ້ຈໍາກັດບໍລິເວນຢູ່ເຮືອນຊົ່ວຄາວຫາກໂຮງໝໍບໍ່ພຽງພໍ ຂ່າວສານບ້ານເມືອງ
ອານຸຍາດເປີດ ຕະຫຼາດກາງຄືນ ແລະ ໂຮງສາຍຮູບເງົາ 2-30/6/2020 ຂ່າວສານບ້ານເມືອງ
ເເຈ້ງການ! ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີກ່ຽວກັບທິດຊີ້ນຳ ການສະເຫລີມສະຫລອງບຸນ ປີໃຫມ່ລາວ ຂ່າວສານບ້ານເມືອງ
ເຕັມລົດແຂວງບໍ່ແກ້ວສະເຫຼີມສະຫຼອງວັນແຫ່ງຊາດ ຕ້ າ ນ ຢ ສ ຕ ຄົບຮອບ 20 ປີ ຂ່າວສານບ້ານເມືອງ

Copyright © 2023 All in LAOS.

Powered by PressBook Grid Blogs theme