Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ລັດຖະບານ ຈະປັບລາຄານໍ້າມັນເຊື້ອໄຟ ຈາກ 15 ວັນ ມາເປັນ 5-7 ວັນ

Posted on 14/03/202214/03/2022 By News

ກະຊວງອຸດສາຫະກໍາ ແລະ ການຄ້າ ຈະໄດ້ຈັດຕັ້ງການປັບລາຄານໍ້າມັນເຊື້ອໄຟ ຈາກ 15 ວັນ ມາເປັນ 5-7 ວັນ ຖ້າລາຄາຍັງສືບຕໍ່ປັບຂຶ້ນສູງ ເພື່ອແກ້ໄຂສະ ພາບການສະໜອງນໍ້າມັນເຊື້ອໄຟ ໃຫ້ພຽງພໍກັບຄວາມຕ້ອງການຊົມໃຊ້ ເຊິ່ງແນ່ນອນວ່າ ຈະເຮັດໃຫ້ລາຄານໍ້າມັນເຊື້ອໄຟ ພາຍໃນປະເທດ ຕ້ອງໄດ້ປັບຂຶ້ນສູງ ຕາມການປັບຂຶ້ນຂອງຕົ້ນທຶນການນໍາເຂົ້າ.

ທ່ານ ຄຳແພງ ໄຊສົມແພງ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ກ່າວຕໍ່ສື່ມວນຊົນໃນວັນທີ 13 ມີນາຜ່ານມາວ່າ: ຕໍ່ບັນຫາດັ່ງກ່າວ, ບັນດາຂະແໜງການລັດທີ່ກ່ຽວຂ້ອງ ກໍຈະໄດ້ເອົາໃຈໃສ່ເລັ່ງຄົ້ນຄວ້າຊອກຫາວິທີທາງ ເພື່ອຫລຸດຜ່ອນ ເຊັ່ນ: ການຫລຸດກອງທຶນບູລະນະທາງຫລວງ ຫລື ກອງທຶນທາງ, ການກໍານົດວິທີການຈັດເກັບລາຍຮັບຂອງລັດ ດ້ານພັນທະພາສີ, ອາກອນຕ່າງໆເປັນອັນສະເພາະ ໃນໄລຍະທີ່ລາຄານໍ້າມັນເຊື້ອໄຟປັບຂຶ້ນສູງ ເພື່ອເຮັດໃຫ້ລາຄານໍ້າມັນເຊື້ອໄຟ ພາຍໃນປະເທດຂອງເຮົາ ຄ່ອຍປັບຂຶ້ນຢ່າງເປັນລະບົບ ແລະ ບໍ່ຂຶ້ນສູງຫລາຍຈົນເກີນໄປ.

ທ່ານລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ຍັງໃຫ້ຮູ້ຕື່ມວ່າ: ລາຄາຂອງນໍ້າມັນເຊື້ອໄຟ ພາຍໃນ ສປປ ລາວ ສ່ວນໜຶ່ງຂອງລາຄາທີ່ຈັດຕັ້ງປະຕິບັດ ແມ່ນຖືກກໍານົດດ້ວຍອັດຕາແລກປ່ຽນ ເພາະການນໍາເຂົ້ານໍ້າມັນເຊື້ອໄຟແມ່ນ ຊື້ເປັນເງິນຕາຕ່າງ ປະເທດ ເນື່ອງຈາກນໍ້າມັນເຊື້ອໄຟ ເປັນສິນຄ້ານໍາເຂົ້າຕົ້ນຕໍ ຂອງ ສປປ ລາວ. ໃນໄລຍະ 2 ປີຜ່ານມາ, ການນໍາເຂົ້ານໍ້າມັນເຊື້ອໄຟ ແມ່ນມີມູນຄ່າສູງເຖິງ 5 ຕື້ກວ່າໂດລາສະຫະລັດ ຫລື ເທົ່າກັບປະມານ 10% ຂອງມູນຄ່າການນໍາເຂົ້າທັງໝົດ; ການນໍາເຂົ້າມີທ່າອ່ຽງເພີ່ມຂຶ້ນໃນແຕ່ລະປີ ແລະ ນໍ້າມັນເຊື້ອໄຟທີ່ນໍາເຂົ້າມາ ສ່ວນໃຫຍ່ແມ່ນນໍາໃຊ້ກັບພາຫະນະທາງບົກ ແລະ ທາງອາກາດ ເຊິ່ງສາມາດເວົ້າໄດ້ວ່າ ການນໍາເຂົ້ານໍ້າມັນເຊື້ອໄຟ ເປັນໜຶ່ງໃນຊ່ອງທາງ ຂອງການໄຫລອອກເງິນຕາຕ່າງປະເທດ ຢູ່ ສປປ ລາວ. ຍິ່ງມີການນໍາເຂົ້າຫລາຍເທົ່າໃດ ຍິ່ງຕ້ອງການນໍາໃຊ້ເງິນຕາຫລາຍຂຶ້ນ ແລະ ຍິ່ງສົ່ງຜົນເຮັດໃຫ້ເງິນກີບອ່ອນຄ່າ ແລະ ລາຄານໍ້າມັນກໍຍິ່ງສູງຂຶ້ນເທົ່ານັ້ນ. ອີກສ່ວນໜຶ່ງຂອງລາຄາ ແມ່ນບັນດາພັນທະຂອງລັດ ທີ່ຕິດພັນກັບການເກັບລາຍຮັບ ກໍຄື ການເກັບພາສີ, ອາກອນຕ່າງໆ.

ແຕ່ເຖິງຢ່າງໃດກໍຕາມ, ລັດຖະບານ ກໍຄື ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ໃຫ້ຄວາມເອົາໃຈໃສ່ຕິດຕາມຢ່າງໃກ້ຊິດ ສະພາບການເໜັງຕີງຂຶ້ນ ຂອງລາຄານໍ້າມັນເຊື້ອໄຟ ໂດຍໄດ້ຈັດກອງປະຊຸມຮ່ວມກັບບັນດາຂະແໜງການລັດ, ບັນດາບໍລິສັດດຳເນີນທຸລະກິດນໍ້າມັນເຊື້ອໄຟ ຕັ້ງແຕ່ເດືອນພະຈິກ ປີຜ່ານມາທີ່ລາຄາເລີ່ມປັບຂຶ້ນ ແລະ ຄັ້ງຫລ້າສຸດແມ່ນໄດ້ປຶກສາຫາລື ການປັບປຸງອົງປະກອບໃນໂຄງສ້າງລາຄານ້ຳມັນເຊື້ອໄຟ ແລະ ການຄຸ້ມຄອງລາຄາສິນຄ້າ ໃນສະພາບທີ່ລາຄາເພີ່ມຂຶ້ນສູງ, ປັດຈຸບັນ ບັນດາຂະແໜງການຂອງລັດ ກຳລັງຂຸ້ນຂ້ຽວສຸມຄວາມພະຍາຍາມ ໃນການຊອກວິທີທາງເພື່ອຊ່ວຍຫລຸດຜ່ອນບາງດ້ານໃນໂຄງສ້າງລາຄານ້ຳມັນເຊື້ອໄຟ.

ຂ່າວ: ມະນີທອນ

ຂ່າວສານບ້ານເມືອງ

Post navigation

Previous Post: ອົງການເກັບກູ້ ລ ະ ເ ບີ ດ ປະຈຳແຂວງອັດຕະປື ປະຕິບັດການ ທໍ າ ລ າ ຍ ລ ະ ເ ບີ ດ ລູ ກ ບົ ມ 500 ປ ອ ນ
Next Post: ເກີດເຫດ ໄ ຟ ໄ ໝ້ຮ້ານຂາຍເຄື່ອງສົ່ງທີ່ເມືອງໄຊຍະບູລີກາງເດິກ (ມີຄລິບ)

Related Posts

ສາລະພາບວ່າ ລັ ກ ຕັດໄມ້ຢູ່ພູເຂົາຄວາຍມາແລ້ວ 1 ປີ ຂ່າວສານບ້ານເມືອງ
ຕິດໃໝ່ 999 ເສຍຊີວິດ 9 ຂ່າວສານບ້ານເມືອງ
ຊອກຫາພໍ່ຕູ້ພວງໄປຍ່າງນໍ້າປ່ຽນຢໍລະປາແລ້ວບໍ່ເຫັນ ຂ່າວສານບ້ານເມືອງ
ປີນີ້ ທົ່ວປະເທດມີເນື້ອທີ່ປ່າໄມ້ເສຍຫາຍຍ້ອນໄຟໄໝ້ລາມປ່າ 1 ແສນກ່ວາເຮັກຕາ ຂ່າວສານບ້ານເມືອງ
ແຊດ່ວນ! ຂໍ້ຄວນປະຕິບັດຍາມນ້ຳຖ້ວມ ຂ່າວສານບ້ານເມືອງ
ເຈົ້າໜ້າທີ່ປ່າໄມ້ 6 ແຂວງພາກເໜືອຍົກລະດັບການດໍາເນີນຄະດີສືບສວນ-ສອບສວນກ່ຽວກັບຊັບພະຍາກອນປ່າໄມ້. ຂ່າວສານບ້ານເມືອງ

Copyright © 2022 All in LAOS.

Powered by PressBook Grid Blogs theme