Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ຈັບລາຍນ້ອຍອີກສອງ ບ້ານສີວິໄລ ເມືອງນາຊາຍທອງ

Posted on 07/03/202207/03/2022 By All in LAOS

ພັທ ບຸນມີ ກັນຕີຍາວົງ ຮອງຫົວໜ້າກອງບັນຊາ ການ ປກສ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ: ວັນທີ 28 ກຸມພາ 2022, ໄດ້ກັກຕົວເປົ້າໝາຍຄ້າຂາຍຢາເສບຕິດຄື: ທ້າວ ບຸນລອດ ອາຍຸ 45 ປີ ປະຊາຊົນຢູ່ບ້ານ ສີວິໄລ ເມືອງນາຊາຍທອງ ພ້ອມຂອງກາງຢາບ້າ 4.658 ເມັດ ແລະ ນາງ ອອນ ອາຍຸ 38 ປີ ປະຊາຊົນ ຢູ່ບ້ານສີວິໄລ ເມືອງນາຊາຍທອງ ພ້ອມຂອງກາງຢາບ້າ 34 ເມັດ ມາດໍາເນີນຄະດີ.

ຜ່ານການສອບສວນຂອງເຈົ້າໜ້າທີ່, ທ້າວ ບຸນລອດ ຮັບສາລະພາບວ່າ: ຜູ້ກ່ຽວໄດ້ເລີ່ມເສບຢາບ້າມາແຕ່ປີ 2017. ມາຮອດເດືອນມັງກອນ 2022, ຜູ້ກ່ຽວໄດ້ພົວພັນຄ້າ-ຂາຍຢາເສບຕິດປະເພດຢາບ້າ, ເຊິ່ງຢາບ້ານໍາມາຂາຍແຕ່ລະຄັ້ງນັ້ນແມ່ນຊື້ນໍາຊາຍຄົນໜຶ່ງຢູ່ບ້ານໜອງນາກ ເມືອງໂພນໂຮງ ແຂວງວຽງຈັນ ພາຍຫຼັງໄດ້ຢາບ້າມາແລ້ວກໍເອົາໄປຂາຍໃຫ້ກຸ່ມຄົນທີ່ຕ້ອງ ການຊື້.

ມາຮອດວັນທີ 27 ກຸມພາ 2022, ໄດ້ຊື້ຢາບ້ານໍາຊາຍຄົນດັ່ງກ່າວອີກ 4.000 ເມັດ. ຈາກນັ້ນ, ວັນທີ 28 ກຸມພາ 2022, ກໍຖືກເຈົ້າໜ້າທີ່ເຂົ້າກັກຕົວ ພ້ອມຂອງກາງຢາບ້າທັງໝົດ 4.658 ເມັດ.

ສ່ວນ ນາງ ອອນ ໃຫ້ການຮັບສາລະພາບວ່າ: ຜ່ານມາໄດ້ຊື້ຢາບ້ານໍາ ທ້າວ ບຸນລອດ ມາແລ້ວ 9 ຄັ້ງ. ຄັ້ງສຸດທ້າຍແມ່ນວັນ 28 ກຸມພາ 2022, ຈໍານວນ 50 ເມັດ ແລະ ໄດ້ຂາຍໄປແລ້ວ 16 ເມັດ ຍັງເຫຼືອ 34 ເມັດ, ກ່ອນຖືກເຈົ້າ ໜ້າທີ່ກັກຕົວ.

ປັດຈຸບັນ, ເຈົ້າໜ້າທີ່ພວມເລັ່ງສືບສວນ-ສອບສວນ ເພື່ອຂະຫຍາຍຜົນຊອກຫາກຸ່ມແກ້ງທີ່ຮ່ວມຂະບວນການມາດໍາເນີນຄະດີຕາມລະບຽບກົດໝາຍ.

ຂ່າວສານບ້ານເມືອງ

Post navigation

Previous Post: ຈັບລາຍຍ່ອຍທີ່ບ້ານດອນໜູນ
Next Post: ໜຸ່ມອາຍຸ 23 ປີ ກໍ່ເຫດ ຄ າ ດ ຕ ະ ກໍ າ ເພື່ອເອົາຄຳໄປຂາຍໃຊ້ໜີການ ພ ະ ນັ ນ

Related Posts

ສະເທືອນໃຈທີ່ສຸດ! ແມ່ມານ ຕິ ດ ໂ ຄ ວິ ດ ເກີດລູກແລ້ວລູກປອດໄພແຕ່ແມ່…! ຂ່າວສານບ້ານເມືອງ
ເມືອງໂພນໄຊ ແຂວງຫຼວງພະບາງ ຍັງມີຄວາມຕ້ອງການທືນພັດທະນາພື້ນຖານໂຄງລ່າງ ຫຼາຍດ້ານເພື່ອກ້າວຂື້ນເປັນເມືອງພົ້ນທຸກໃນອານາຄົດ ຂ່າວສານບ້ານເມືອງ
ກອງປະຊຸມທາງໄກລັດຖະມົນຮັບຜິດ ຊອບວຽກງານຖະແຫຼງຂ່າວອາຊຽນ ຂ່າວສານບ້ານເມືອງ
ຂໍກໍາລັງໃຈ! ສົ່ງໃຫ້ນັກຮົບຊຸດຂຽວ ການສີດພົ່ນເຊື້ອພະຍາດ ໂ ຄ ວິ ດ ຢູ່ສຳນັກງານອົງການຕ່າງໆ ຂ່າວສານບ້ານເມືອງ
ຂ່າວໂຄວິດມື້ນີ້ຕິດເຊື້ອເພີ່ມ 1067ຄົນ ຂ່າວສານບ້ານເມືອງ
ເມົາແລ້ວຊອກຫາໂທລະສັບບໍ່ເຫັນ ເສຍອາລົມ ຈົ ກ ປື ນ ຍິ ງ ຮ້ານຂາຍເຄື່ອງປະຊາຊົນ ຂ່າວສານບ້ານເມືອງ

Copyright © 2022 All in LAOS.

Powered by PressBook Grid Blogs theme