Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ກວດໄດ້ອີກ 12 ຄົນ ແກ໋ງລັກຊັບແລະພົວພັນຢາເສບຕິດ

Posted on 05/03/202205/03/2022 By All in LAOS

ຂະຫຍາຍຜົນ ຈັບແກ້ງລັກລົດຈັກ 12 ຄົນ ຍິງ 3 ຄົນ
ພ້ອມເກັບກູ້ ລົດຈັກ 3 ຄັນ (ເຮັດເປັນຂະບວນການ).

ພັທ ຄໍາປ່ຽນ ອຸດົມວິໄລ ຫົວໜ້າພະແນກຕໍາຫຼວດ ປກສ ເມືອງສີໂຄດຕະບອງ ໃຫ້ຮູ້ວ່າ: ໃນວັນທີ 22 ກຸມພາ 2022 ປກສ ກຸ່ມໜອງໜ້ຽວ ໄດ້ສົ່ງມອບຕົວຜູ້ຖືກຫາ 2 ຄົນ ຊື່ທ້າວ ມານັດ ແລະ ທ້າວ ອຸດສາ ທັງສອງຢູ່ບ້ານໜອງແຕ່ງໃຕ້ ພ້ອມຂອງກາງ ລົດຈັກ 2 ຄັນ ໃຫ້ກອງບັນຊາການ ປກສ ເມືອງສີໂຄດຕະບອງ, ໃນວັນດຽວກັນ ເຈົ້າໜ້າທີ່ໄດ້ສອບສວນຂະຫຍາຍຜົນມີຂໍ້ມູນຫຼັກຖານໃໝ່ນໍາຈັບຜູ້ຮ່ວມຂະບວນການ 12 ຄົນ, ຍິງ 3 ຄົນ ພ້ອມເກັບກູ້ລົດຈັກໄດ້ 3 ຄັນ, ກະແຈໂຕເຕ້ 1 ອັນ ແລະ ຢາບ້າ 105 ເມັດ.

ຜ່ານການສອບສວນຂອງເຈົ້າໜ້າທີ່ຮູ້ວ່າ: ຜູ້ຖືກຫາ 12 ຄົນ ມີການພົວພັນຮ່ວມກັນລັກຊັບພົນລະເມືອງແທ້ ປະເພດລົດຈັກ ເຊິ່ງເຮັດເປັນຂະບວນ ມີຫົວໂປ່ໂຕການ, ມີຜູ້ປະຕິບັດ, ມີຜູ້ຍຸຍົງ ແລະ ຜູ້ສົມຮູ້ຮ່ວມຄິດເຄື່ອນໄຫວຫາລັກ ທົ່ວນະຄອນຫຼວງວຽງຈັນ ໂດຍນໍາໃຊ້ອຸປະກອນກະແຈໂຕເຕ, ເປົ້າໝາຍໃນການລັກແມ່ນລົດຈັກເວບ 100.

ຜ່ານມາໄດ້ເຄື່ອນໄຫວລັກລົດຈັກມາແລ້ວ 26 ຄັ້ງ, ໄດ້ 26 ຄັນ ພາຍຫຼັງໄດ້ລົດມາໄດ້ເອົາໄປຂາຍ ແລະ ຈໍາໜ່າຍທົ່ວໄປ. ສ່ວນຢາບ້າຈໍານວ 105 ເມັດ ໃນເວລາຈັບກຸມໄດ້ກວດຄົ້ນຕົວພົບເຫັນຢາບ້ານໍາ ທ້າວ ລັດສະໝີ 36 ເມັດ, ທ້າວ ໄມຄໍາ 38 ເມັດ, ທ້າວ ອໍາມະຕະ 1 ເມັດ ແລະ ທ້າວ ຈິດຕະວັນ 30 ເມັດ.

ປັດຈຸບັນ, ກອງບັນຊາການ ປກສ ເມືອງສີໂຄດຕະບອງ ພວມເລັ່ງສືບສວນ-ສອບສວນ ເພື່ອຂະຫຍາຍຜົນຫາພັກພວກກຸ່ມແກ້ງຮ່ວມຂະບວນການ ທີ່ເຄື່ອນໄຫວລັກຊັບພົນລະເມືອງ ມາດໍາເນີນຄະດີຕາມກົດໝາຍ ພ້ອມທັງນໍາເກັບກູ້ລົດທີ່ຖືກລັກໄປມາມອບຄືນຜູ້ເປັນເຈົ້າຂອງ.

ຂ່າວສານບ້ານເມືອງ

Post navigation

Previous Post: ຄະນະສະເພາະກິດເປັນຫ່ວງພົບໂອໄມກຣອນທີ່ບໍລິຄໍາໄຊ ຢ້ານລະບາດເປັນວົງກວ້າງ
Next Post: ສານຕັດສິນປະທານຊີວິດ ທ້າວ ສີສຸກ ດາວເຮືອງ ພໍ່ຄ້າຢາເສບຕິດລາຍໃຫຍ່

Related Posts

ເປີດສູນກວດສຸຂະພາບແຮງງານພາຍໃນ ແລະ ຕ່າງປະເທດ ໂຮງໝໍມະໂຫສົດ ຂ່າວສານບ້ານເມືອງ
ສຸມໃສ່ 6 ຂົງເຂດວຽກງານ ເພື່ອຮັບປະກັນວຽກງານ ປກສ ນວ ໃຫ້ດີຂຶ້ນກວ່າເກົ່າ ຂ່າວສານບ້ານເມືອງ
ຊຽງຂວາງເກມ ກຽມພ້ອມແລ້ວ ຖ້າແຕ່ຂັ້ນເທິງອານຸມັດມື້ຈັດການແຂ່ງຂັນ ຂ່າວສານບ້ານເມືອງ
ສານປະຊາຊົນສູງສຸດ ໄດ້ຈັດພິທີສອບເສັງເປັນຜູ້ພິພາກສາຊັ້ນ 4 ຂອງສານປະຊາຊົນທົ່ວປະທດ ຂ່າວສານບ້ານເມືອງ
ກັກຕົວເປົ້າໝາຍ ຄ້ າ ຂ າ ຍ ແລະ ເ ສ ບ ຢ 4 ຄົນຄາຫ້ອງແຖວ ຂ່າວສານບ້ານເມືອງ
ແຂວງຫຼວງນ້ຳທາ ສືບຕໍ່ປະຕິບັດມາດຕະການຜ່ອນຜັນໃນການປ້ອງກັນ, ຄວບຄຸມສະກັດກັ້ນ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ 19 ຂ່າວສານບ້ານເມືອງ

Copyright © 2022 All in LAOS.

Powered by PressBook Grid Blogs theme