Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ພະແນກ ຖວທ ແຂວງບໍ່ແກ້ວ ທໍາລາຍຕູ້ເກມ ທີ່ນຳເຂົ້າ ແລະ ເຄື່ອນໄຫວບໍ່ຖືກຕ້ອງ

Posted on 01/03/202201/03/2022 By News

ໃນວັນທີ 25 ກຸມພາ 2022ນີ້ ພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວແຂວງ ບໍ່ແກ້ວ ໄດ້ຈັດພິທີທຳລາຍຕຸ້ເກມ ເຂົ້່າຮ່ວມ ຂອງທ່ານ ຄຳຜະຫຍາ ພົມປັນຍາ ຄະນະປະຈຳພັກແຂວງ ຮອງເຈົ້າແຂວງ ຜູ້ຊີ້ນຳຂົງເຂດວັດທະນະທຳ-ສັງຄົມ, ທ່ານ ປອ ສົມຄິດ ວົງປັນຍາ ກຳມະການພັກແຂວງ ຫົວໜ້າພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແຂວງບໍ່ແກ້ວ, ມີພະແນກການທີ່ກ່ຽວຂ້ອງອ້ອມຂ້າງແຂວງ ແລະ ພະນັກງານພາຍໃນພະແນກ ຕະຫຼອດຮອດອົງການປົກຄອງບ້ານ ແລະ ນ້ອງນັກຮຽນ ເຂົ້າຮ່ວມ.

อาจเป็นรูปภาพของ 10 คน, ผู้คนกำลังยืน และ กลางแจ้ง

.

อาจเป็นรูปภาพของ 2 คน, ผู้คนกำลังยืน และ ดอกไม้

.

อาจเป็นรูปภาพของ 2 คน และ ดอกไม้

ທ່ານ ສົມສັກ ມະຫາພົນ ຮອງຫົວໜ້າພະແນກ ຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວແຂວງ ໄດ້ສະຫຼຸບວ່າ: ຕູ້ເກມດັ່ງກ່າວ ເປັນຂອງບໍລິສັດຈີນ ຊີວຊຽງເຊິງພະລັງງານໄຟຟ້ານໍ້າຕົກ ແລະ ຊົນລະປະທານ ຮ່ວມກັບສະຫະພັນນັກ ຮົບເກົ່າແຫ່ງຊາດລາວ, ເຊິ່ງໄດ້ນໍາເຂົ້າມາບໍລິການຢູ່ທີ່ເຮືອນຫ້ອງແຖວສຸພັດຕາ ໃນໄລຍະປີ 2018 ຜ່ານມາ ແລະ ຖືກພະແນກຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວແຂວງ ສົມທົບກັບ ພະແນກເຕັກໂນໂລຊີ ແລະ ການສື່ສານ, ເຈົ້າໜ້າຕໍາຫຼວດ ລົງກວດກາ ຢືດຕູ້ເກມດັ່ງກ່າວໄວ້ໃນ ວັນທີ 18 ມັງກອນ 2018 ຜ່ານມາ ໂດຍອອກຊື່ ທ້າວ ສົມບັດ ນາວັນຮັກ ອາຊີບ ນັກທຸລະກິດ, ຢູ່ບ້ານ ຕານມີໄຊ, ເມືອງ ໄຊຖານີ, ແຂວງ ວຽງຈັນ, ຫຸ້ນສ່ວນກັບນັກຮົມເກົ່າ ມີຕູ້ເກມໄຟຟ້າ ຈໍານວນ 8 ເຄື່ອງ, ປະກອບມີ: ຕູ້ຍິງປາ ຈໍານວນ 4 ໜ່ວຍ, ຕູ້ໂລເລັກ 1 ເຄື່ອງ, ຕູ້ສັດ 1 ໜ່ວຍ, ຕູ້ລົງຄະແນນ 1 ໜ່ວຍ, ຕູ້ມັງກອນ 1 ໜ່ວຍ.

อาจเป็นรูปภาพของ 11 คน, ผู้คนกำลังยืน และ กลางแจ้ง

.

อาจเป็นรูปภาพของ 12 คน, ผู้คนกำลังยืน และ กลางแจ้ง

.

อาจเป็นรูปภาพของ 5 คน, ผู้คนกำลังนั่ง และ ผู้คนกำลังยืน

ເຊິ່ງມີຜົນກະທົບຕໍ່ສັງຄົມ, ຕໍ່ເດັກ, ເຍົາວະເຊົນ, ຊາວໝຸ່ມ-ໄວໝຸ່ມເຊັ່ນ: ມີຜົນກະທົບຕໍ່ປະສາດ, ແນວຄິດ, ເສຍເງິນຄໍາ, ຮ້າຍແຮງກວ່ານັ້ນ ເຮັດໃຫ້ເດັກນັກຮຽນບໍ່ໄປໂຮງຮຽນ, ບໍ່ຮຽນໜັງສື, ເຮັດໃຫ້ສັງຄົມມີຄວາມສັບສົນວຸ້ນວາຍ, ເກີດມີການຂີ້ລັກງັດແງະ, ຂະໂມຍຊັບສິນຕ່າງໆ. ຈາກນັ້ນ ຜູ້ເຂົ້າຮ່ວມກໍ່ໄດ້ພ້ອມກັນທຳລາຍຢ່າງເປັນທາງການ. ທັງນີ້ ເພື່ອປະຕິບັດຕາມແຜນການສະກັດກັ້ນ ແກ້ໄຂປະກົດການຫຍໍ້ທໍ້ໃນສັງຄົມຂອງແຂວງ ກໍ່ຄືທິດທາງແຜນ ການລວມຂອງພະແນກຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ແຂວງວາງອອກ ໂດຍແນໃສ່ເຮັດໃຫ້ປະກົດການຫຍໍ້ທໍ້ດ້ານຕ່າງໆຫຼຸດໜ້ອຍຖອຍລົງ, ສັງຄົມມີຄວາມສະຫງົບໂດຍພື້ນຖານ.

อาจเป็นรูปภาพของ 17 คน, ผู้คนกำลังยืน และ กลางแจ้ง

.

อาจเป็นรูปภาพของ กลางแจ้ง

.

อาจเป็นรูปภาพของ กลางแจ้ง

.

อาจเป็นรูปภาพของ กลางแจ้ง

.

อาจเป็นรูปภาพของ กลางแจ้ง

.

อาจเป็นรูปภาพของ กลางแจ้ง

ຂາວ: ຄຳພັນ ແກ້ວມະນີ

ພາບ:ບຸນເພັດ ໄຊຍະວົງ

ຂ່າວສານບ້ານເມືອງ

Post navigation

Previous Post: ຂ່າວໂຄວິດມື້ນີ້ຕິດເຊື້ອເພີ່ມ 224ຄົນ
Next Post: ການກໍ່ສ້າງດອນຊາຍມຸງຄຸນ ເມືອງຈອມເພັດ ຄືບໜ້າຫລາຍກວ່າ 90%

Related Posts

ເປີດປະຫວັດທ່ານໝໍ! ປິ່ນປົວພະຍາດໂຄວິດ ປະຈຳໂຮງໝໍສະໝາມຫ້ວຍຫົງ ຫາຍດີໝົດທຸກຄົນແລ້ວ ຂ່າວສານບ້ານເມືອງ
ສື່ມວນຊົນ ກຽມພ້ອມໃນການຮັບໃຊ້ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ຂ່າວສານບ້ານເມືອງ
ສຳເລັດກອງປະຊຸມໃຫຍ່ ຜູ້ແທນແນວລາວສ້າງຊາດແຂວງສະຫວັນນະ ເຂດຄັ້ງທີ VII ທ່ານ ຄຳແພງ ເພັດທຸມພອນ ໄດ້ຮັບເລືອກເປັນປະທານແນວລາວສ້າງຊາດແຂວງຊຸດໃໝ່ ຂ່າວສານບ້ານເມືອງ
ຍ້ອນການລະບາດຂອງພະຍາດ ໂ ຄ ວິ ດ ເຮັດໃຫ້ລາຍຮັບຈາກການຂາຍສິນຄ້າ ຂອງແມ່ຄ້າໃນຕະຫຼາດບ້ານຖິ່ນ ເມືອງໄຊ ຫລຸດລົງ ຂ່າວສານບ້ານເມືອງ
ມາດຕະການ ເຂົ້າ-ອອກ ສປປລາວ 2-6 ມິຖຸນາ 2020 ຂ່າວສານບ້ານເມືອງ
ແຈ້ງການ: ການນໍາໃຊ້ໃບເກັບເງິນຂອງຄັງເງິນແຫ່ງຊາດໃຫ້ເປັນເອກະພາບໃນຂອບເຂດທົ່ວປະເທດ ຂ່າວສານບ້ານເມືອງ

Copyright © 2022 All in LAOS.

Powered by PressBook Grid Blogs theme