Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ຮອງນາຍົກລັດຖະມົນຕີ ຕ້ອນຮັບຜູ້ຕາງໜ້າກະຊວງປ້ອງກັນປະເທດ ຣັດເຊຍ ປະຈໍາລາວ ຄົນໃໝ່

Posted on 28/02/202228/02/2022 By News

ວັນທີ 24 ກຸມພາ 2022 ນີ້, ຢູ່ທີ່ກະຊວງປ້ອງກັນປະເທດ ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ພົນຕີ ຄຣາບຢຽບ ເດິມີຕລີ ເວິລາດີ ເມຍ ໂລວິດ ຫົວໜ້າຫ້ອງການຜູ້ຕາງໜ້າກະຊວງປ້ອງກັນປະເທດ ສະຫະພັນ ຣັດເຊຍ ປະຈຳ ສປປ ລາວ ຄົນໃໝ່.

อาจเป็นรูปภาพของ 3 คน

ໃນໂອກາດດັ່ງກ່າວ, ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍຕໍ່ ທ່ານ ພົນຕີ ຄຣາບຢຽບ ເດິມີຕລີ ເວິລາດີ ເມຍ ໂລວິດ ທີ່ໄດ້ຮັບການແຕ່ງຕັ້ງ ໃຫ້ມາດຳລົງຕຳແໜ່ງເປັນຫົວໜ້າຫ້ອງການຜູ້ຕາງໜ້າກະຊວງປ້ອງກັນປະເທດ ແຫ່ງ ສະຫະພັນ ຣັດເຊຍ ປະ ຈຳລາວ ຄົນໃໝ່ ແລະ ໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມຂອງ ສປປ ລາວ-ສ ຣັດເຊຍ ແລະ ຫວັງວ່າ ທ່ານ ຫົວໜ້າຫ້ອງການຜູ້ຕາງໜ້າຄົນໃໝ່ ຈະສືບຕໍ່ຊຸກຍູ້ ແລະ ປະ ກອບສ່ວນ ເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືດ້ານຕ່າງໆ ໃຫ້ມີຄວາມ ແໜ້ນແຟ້ນຂຶ້ນ ໂດຍສະເພາະຂົງເຂດວຽກງານປ້ອງກັນຊາດ ໃນການກໍ່ສ້າງນາຍທະຫານກອງທັບປະຊາ ຊົນລາວ ໃຫ້ເຕີບໃຫຍ່ ເຂັ້ມແຂງ ແລະ ມີແບບແຜນທີ່ທັນສະໄໝ.

ໂອກາດດຽວກັນ, ທ່ານ ພົນຕີ ຄຣາບຢຽບ ເດິມີຕລີ ເວິ ລາດີ ເມຍໂລວິດ ກໍໄດ້ສະແດງຄວາມຂອບໃຈຕໍ່ ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ທີ່ໄດ້ໃຫ້ກຽດຕ້ອນຮັບອັນອົບອຸ່ນ ແລະ ໃຫ້ຄຳໝັ້ນສັນຍາວ່າ ໃນໄລຍະການປະຕິບັດໜ້າທີ່ເປັນຫົວໜ້າຫ້ອງການຜູ້ຕາງໜ້າ ກະຊວງປ້ອງກັນປະເທດ ແຫ່ງສະຫະພັນ ຣັດເຊຍ ປະຈໍາ ສປປ ລາວ ຈະສຸມທຸກຄວາມພະຍາຍາມ ທັງດ້ານເຫື່ອແຮງ ແລະ ສະຕິປັນຍາຂອງຕົນ ປະກອບສ່ວນເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມື ຊ່ວຍເຫລືອໃຫ້ນັບມື້ໄດ້ຮັບການພັດທະນາຍິ່ງໆຂຶ້ນ.

ຂ່າວ ໜັງສືພີມກອງທັບ

ຂ່າວສານບ້ານເມືອງ

Post navigation

Previous Post: ປກສ ເມືອງໜອງບົກ ຕັ້ງໜ້າເສີມຂະຫຍາຍວາລະແຫ່ງຊາດ ມ້າງຄະດີໄດ້ 195 ເລື່ອງ
Next Post: ເປົ້າໝາຍພົວພັນ ຢ າ ເ ສ ບ ຕິ ດ 15 ຄົນ ຖືກສຶກສາອົບຮົມ

Related Posts

ຊົມເຊີຍໜຸ່ມໃຈກຸສົນຊ່ວຍກັນປົວແປງຂົວນໍ້າຄານ ຂ່າວສານບ້ານເມືອງ
ນະຄອນຫລວງວຽງຈັນ​ ລັອກດາວ​ ພື້ນທີ່ສີແດງ 14 ມື້​ ໂດຍມີ​ 3​ ລະດັບຄື ບ້ານແດງເຂັ້ມ,​ ບ້ານແດງ ແລະ ບ້ານເຫລືອງ 14 ມື້ ຂ່າວສານບ້ານເມືອງ
ສະຫາຍ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ສົນທະນາທາງໂທລະສັບກັບສະຫາຍ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມສະໄໝທີ XIII ຂ່າວສານບ້ານເມືອງ
ຜົນກອງປະຊຸມສຸດຍອດ ແອັກແມັກ (ACMECS) ຄັ້ງທີ 9, ກອງປະຊຸມສຸດຍອດ CLMV ຄັ້ງທີ 10 ແລະ ກອງປະຊຸມສຸດຍອດ ເຂດສາມຫລ່ຽມພັດທະນາ CLV ຄັ້ງທີ 11 ຂ່າວສານບ້ານເມືອງ
ເກີດເຫດລະເບີດຮຸນແຮງໃນເລບານອນ ສົ່ງຜົນເສຍຫາຍເປັນວົງກວ້າງ ຂ່າວສານບ້ານເມືອງ
ຈັບໄດ້ 1 ຍັງໜີ 1 ສອງສ່ຽວກໍ່ເຫດປຸ້ນຊິງຊັບ ທີ່ ນະຄອນ ໄກສອນພົມວິຫານ ຂ່າວສານບ້ານເມືອງ

Copyright © 2023 All in LAOS.

Powered by PressBook Grid Blogs theme