Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ຮອງເຈົ້າເມືອງໂຂງ ລົງຕິດຕາມຜົນເສຍຫາຍຈາກລົມພະຍຸລະດູຮ້ອນ

Posted on 22/02/202222/02/2022 By allinlaos

ແຫລ່ງຂ່າວຈາກ ເມືອງໂຂງ ແຂວງຈຳປາສັກ ໃຫ້ຮູ້ວ່າ: ວັນທີ 21 ກຸມພາ 2022 ນີ້, ທ່ານ ຄຳສິງ ບຸນຈະເລີນ ຮອງເຈົ້າເມືອງໂຂງ ລົງຕິດຕາມ ຜົນເສຍຫາຍຈາກລົມພະຍຸລະດູຮ້ອນ ທີ່ພັດເຂົ້າໃສ່ບ້ານເຮືອນຂອງປະຊາຊົນໃນວັນທີ 20 ຜ່ານມາ ຢູ່ຈຳນວນ 5 ບ້ານຄື ບ້ານຊຽງຫວາງ, ກາງໂຂງ, ບ້ານນາ, ບ້ານຫ້ວຍ, ຫາດຊາຍຄູນ ແລະ ສູນກັກໂຕເຝົ້າລະວັງໂຄວິດ-19 ຂອງເມືອງ.

อาจเป็นรูปภาพของ 6 คน, ผู้คนกำลังยืน และ กลางแจ้ง

ທ່ານ ຄຳສິງ ບຸນຈະເລີນ ໄດ້ໃຫ້ຮູ້ວ່າ: ຕໍ່ກັບເຫດການທີ່ເກີດຂຶ້ນເຫັນວ່າຈຳນວນບ້ານເຮືອນຂອງປະຊາຊົນໄດ້ຮັບຜົນກະທົບສ່ວນໃຫຍ່ແມ່ນຫລັງຄາເປ່ເພ, ໄມ້ເຄື່ອງເຮືອນບາງຊະນິດກໍ່ບໍສາມາດນຳໃຊ້ໄດ້ ແລະ ເຄື່ອງໃຊ້ໄຟຟ້າຈຳນວນໜຶ່ງກໍເສຍຫາຍ. ດັ່ງນັ້ນ, ໃນເບື້ອງຕົ້ນ ອຳນາດການປົກຄອງເມືອງກໍໄດ້ຮີບຮ້ອນເປີດກອງປະຊຸມ, ພ້ອມແຕ່ງຕັ້ງຄະນະຮັບຜິດຊອບລົງເກັບກຳຂໍ້ມູນລາຍລະອຽດ ເພື່ອສັງລວມຜົນເສຍຫາຍໃຫ້ຊັດເຈນ.

อาจเป็นรูปภาพของ 13 คน, ผู้คนกำลังยืน และ กลางแจ้ง

ປັດຈຸບັນ, ຜົນເສຍຫາຍຈາກລົມພະຍຸພັດເຂົ້າໃສ່ບ້ານເຮືອນຂອງປະຊາຊົນຊາວເມືອງໂຂງ ຄັ້ງນີ້ແມ່ນຍັງບໍ່ສາມາດສະຫລຸບສັງລວມໄດ້ລະອຽດເທື່ອ.

ຂ່າວ-ພາບ: ພຸດທະສິນ

ຂ່າວສານບ້ານເມືອງ

Post navigation

Previous Post: ຂ່າວໂຄວິດມື້ນີ້ຕິດເຊື້ອເພີ່ມໃໝ່ 140ຄົນ
Next Post: ເມົາແລ້ວຊອກຫາໂທລະສັບບໍ່ເຫັນ ເສຍອາລົມ ຈົ ກ ປື ນ ຍິ ງ ຮ້ານຂາຍເຄື່ອງປະຊາຊົນ

Related Posts

ສຶກສາອົບຮົມສາຍດີດ ໃຫ້ກັບໂຕກັບໃຈເປັນຄົນດີຂອງສັງຄົມ ຂ່າວສານບ້ານເມືອງ
ຊ້າງປ່າທຳລາຍເລົ້າເຂົ້າ ແລະ ເຄື່ອງປູກຂອງປະຊາຊົນ ບ້ານ ນໍ້າອອກຮູ ເມືອງບົວລະພາ ຂ່າວສານບ້ານເມືອງ
ໃຫ້ລະມັດລະວັງ! ລະດັບນໍ້າຮຸ່ງເພີ່ມສູງຂຶ້ນ ເຂົ້າຖ້ວມເຮືອນປະຊາຊົນ ໄຊຍະບູລີ ຂ່າວສານບ້ານເມືອງ
ໃສ່ໃຈໄດ້ແຕ່ມອງ ກາຍ 100 ລ້ານວິວແລ້ວ ຂ່າວສານບ້ານເມືອງ
ສໍາຫຼວດ ພຣະທາຕຸດອນກາງ ບ້ານບຶງຊ້າງ ເມືອງຊົນບູລີ ຊອກແຮງສັດທາ ບູລະນະຄືນໃໝ່ ຂ່າວສານບ້ານເມືອງ
ຊຸກຍູ້ວຽກງານໂຄສະນາຢູ່ກອງພົນທີ 5 ຂ່າວສານບ້ານເມືອງ

Copyright © 2022 All in LAOS.

Powered by PressBook Grid Blogs theme