Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ຜູ້ໂດຍສານຢາກໃຫ້ບໍລິສັດທາງລົດໄຟລາວ-ຈີນ ແກ້ໄຂບັນຫາການຊື້ປີ້ຂອງພະນັກງານປະຈຳສະຖານີໄວ້ໃຫ້ຄົນຕົນເອງ

Posted on 15/02/202215/02/2022 By News

ດັ່ງທີ່ເຮົາເຫັນປັດຈຸບັນ, ການຊື້ປີ້ລົດໄຟຍັງເປັນສິ່ງທ້າທາຍສຳລັບຜູ້ໂດຍສານທີ່ຕ້ອງການຊື້ປີ້ເພື່ອເດີນທາງໄປແຂວງທີ່ຕົນຕ້ອງການເດີນທາງໄປ ເພາະເມື່ອທຽບກັບເດີນທາງດ້ວຍລົດເມ ແລະ ລົດສ່ວນໂຕ ແມ່ນເຫັນໄດ້ວ່າການຂີ່ລົດໄຟແມ່ນປະຢັດເວລາຫຼາຍ.

ເມື່ອບໍ່ດົນມານີ້, ຕາມການລາຍງານຂອງໜັງສືພິມວຽງຈັນທາຍ ໃຫ້ຮູ້ວ່າ: ພົບເຫັນພະນັກງານປ້ອງກັນ, ເຈົ້າຫນ້າທີ່ຕໍາຫຼວດ, ພະນັກງານບໍລິສັດທ່ອງທ່ຽວ ລວມທັງພະນັກງານໂຮງແຮມຈໍານວນຫນຶ່ງທີ່ປະຈໍາຢູ່ສະຖານີລົດໄຟລາວ-ຈີນບາງແຫ່ງທີ່ຮັບແລ່ນຊື້ປີ້ລົດໄຟລ່ວງຫນ້າໃຫ້ຄົນຕົນເອງ ຫຼື ຜູ້ທີ່ຮູ້ຈັກໂດຍບໍ່ຈໍາເປັນມາຊື້ດ້ວຍຕົວເອງ ເຊິ່ງມີການຮັບເອົາຄ່າບໍລິການ 30.000 – 50.000 ກີບ/ຄົນ.

ບັນຫາດັ່ງກ່າວແມ່ນໄດ້ມີຜູ້ ໂດຍສານຈໍານວນຫຼາຍໄດ້ລາຍງານມາຍັງຫນັງສືພິມວຽງຈັນທາຍ ເພື່ອໃຫ້ອອກຂ່າວ ແລະ ຕ້ອງການໃຫ້ບໍລິສັດທາງລົດໄຟລາວ-ຈີນ ເລັ່ງແກ້ໄຂບັນຫາປະກົດການຫຍໍ້ທໍ້ດັ່ງກ່າວດ່ວນ.

ສະເພາະກ່ອນທີ່ຂີ່ລົດໄຟ ລາວ-ຈີນ ຜູ້ໂດຍສານຕ້ອງໄດ້ຈອງປີ້ລ່ວງຫນ້າ 3 ວັນ ໂດຍໃຊ້ເວລາໃນການລຽນຄິວບໍ່ຕໍ່າກວ່າ 2-3 ຊົ່ວໂມງ ແຕ່ເມື່ອຮອດຄິວ ພະນັກງານຂາຍປີ້ພັດເວົ້າວ່າປີ້ໝົດແລ້ວ, ທັງທີ່ຜູ້ທີ່ມາລຽນຄິວຊື້ປີ້ນັ້ນກໍ່ມີໜ້ອຍກວ່າຈໍານວນປີ້ທີ່ໃຫ້ຈອງໃນແຕ່ລະວັນ.

ນອກນັ້ນ, ຍັງມີຜູ້ໂດຍສານຈໍານວນຫຼາຍທີ່ມາແຕ່ 6 ໂມງເຊົ້າ ກໍຍັງບໍ່ສາມາດຊື້ປີໄດ້ ຍ້ອນວ່າພະນັກງານດັ່ງກ່າວ ມີການຊື້ປີ້ລ່ວງຫນ້າໄວ້ໃຫ້ຄົນຂອງເຂົາເຈົ້າກ່ອນແລ້ວ.

ຂ່າວສານບ້ານເມືອງ

Post navigation

Previous Post: ຊຸນລະວຸນ ກັກໂຕທັງຜູ້ຂາຍ ຜູ້ຊື້ ຢ າ ເ ສ ບ ຕ ິ ດ
Next Post: ຂ່າວໂຄວິດມື້ນີ້ຕິດເຊື້ອເພີ່ມ 441ຄົນ

Related Posts

ຄຶກຄືນຕະຫຼອດຄືນ ບັນຍາກາດລໍຖ້າເຮັດບັດຜ່ານແດນ ຂ່າວສານບ້ານເມືອງ
ນໍ້າຮຸ່ງລົ້ນຝັ່ງ! ໄຫຼຖ້ວມບ້ານເຮືອນຂອງປະຊາຊົນຫລາຍບ້ານພາຍໃນເມືອງໄຊຍະບູລີແລ້ວ ຂ່າວສານບ້ານເມືອງ
ຂ່າວໂຄວິດມື້ນີ້ຕິດເຊື້ອເພີ່ມໃໝ່ 929 ຂ່າວສານບ້ານເມືອງ
21 ເມສາ ລາວລາຍງານຜູ່ຕິດເຊື້ອເພີ່ມ +0 ເປັນມື້ທີ່ 9 ຂ່າວສານບ້ານເມືອງ
ຫຼາຍບັນຫາຖືກຍົກຂຶ້ນ ໃນກອງປະຊຸມລັດຖະບານສະໄໝສາມັນປະຈໍາເດືອນ ພຶດສະພາ 2020 ຂ່າວສານບ້ານເມືອງ
ກະບະຮຸນໄດ ປະທະ ກັບຈໍາໂບ້ ທາງ 13 ໃຕ້ ຫຼັກ 16 ນະຄອນຫຼວງວຽງຈັນ ຂ່າວສານບ້ານເມືອງ

Copyright © 2023 All in LAOS.

Powered by PressBook Grid Blogs theme