Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ປະທານປະເທດແຫ່ງ ສປປ ລາວ ເຄື່ອນໄຫວຢ້ຽມຢາມ ແຂວງຜົ້ງສາລີ

Posted on 08/02/202208/02/2022 By News

ວັນທີ 8 ກຸມພາ 2022 ນີ້, ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະທານປະເທດແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ແລະ ຄະນະໄດ້ເດີນທາງມາເຄື່ອນໄຫວຢຽມຢາມ ແລະ ເຮັດວຽກຢູ່ແຂວງຜົ້ງສາລີ. ໂອກາດນີ້ກໍ່ໄດ້ຮັບການຕ້ອນຮັບຈາກທ່ານ ຄຳຜອຍ ວັນນະສານ ກຳມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງໆຜົ້ງສາລີ, ພ້ອມດ້ວຍການນຳພັກລັດຂັ້ນແຂວງ ຢູ່ທີ່ສະໜາມບີນຂອງເມືອງຜົ້ງສາລີ.

อาจเป็นรูปภาพของ 4 คน

.

อาจเป็นรูปภาพของ 2 คน, ผู้คนกำลังนั่ง, ผู้คนกำลังยืน และ กลางแจ้ง

ຈຸດປະສົງຫຼັກຂອງການມາເຄື່ອນໄຫວໃນຄັ້ງນີ່ ກໍ່ເພື່ອເປັນການຢ້ຽມຢາມ ແລະ ຕິດຕາມຊຸກຍູ້ການຈັດຕັ້ງປະຕິບັດມະຕິ XI ຂອງພັກ, ມະຕິ XI ຂອງແຂວງ ແລະ ແຜນພັດທະນາເສດຖະກິດ – ສັງຄົມຂອງແຂວງ, ທັງພົບປະໂອ້ລົມການນຳຫຼັກແຫລ່ງຂອງແຂວງຜົ້ງສາລີ, ພ້ອມກັນນັ້ນທ່ານປະທານປະເທດພ້ອມດ້ວຍຄະນະຍັງຈະໄດ້ໄປເຄື່ອນໄຫວຢ້ຽມຊົມພື້ນຖານການຜະລິດ ໂດຍສະເພາະກໍ່ແມ່ນໂຮງງານເຫຼົ້າຂຽວຂຸນສຸກ ແລະ ໂຮງງານຊາບູຮານແສງຄຳ ລາວລີ ແລະ ສວນຊາຢູ່ບ້ານລຸງຈີງ ແລະ ມອບເຄື່ອງຈຳນວນໝື່ງໃຫ້ກັບ ໂຮງຮຽນ ມສ ພູຟ້າ ແລະ ໂຮງຮຽນ ມ ສ ມົງເຈົາ ຕື່ມອີກ.

อาจเป็นรูปภาพของ 4 คน, ผู้คนกำลังยืน และ กลางแจ้ง

.

อาจเป็นรูปภาพของ 5 คน, ผู้คนกำลังยืน และ ชุดสูท

ການເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຂອງທ່ານປະທານປະເທດແຫ່ງ ສປປ ລາວພ້ອມດ້ວຍພັນລະຍາ ແລະ ຄະນະ ຢູ່ແຂວງຜົ້ງສາລີ ແມ່ນຈະດຳເນີນຮອດວັນທີ 9 ກຸມພາ 2022 ຈຶ່ງຈະສຳເລັດ.

อาจเป็นรูปภาพของ 9 คน, ผู้คนกำลังยืน และ กลางแจ้ง

.

อาจเป็นรูปภาพของ 5 คน, ผู้คนกำลังยืน และ กลางแจ้ง

.

อาจเป็นรูปภาพของ 8 คน, ผู้คนกำลังยืน และ กลางแจ้ง

.

อาจเป็นรูปภาพของ 10 คน, ผู้คนกำลังยืน และ กลางแจ้ง

.

อาจเป็นรูปภาพของ 7 คน, ผู้คนกำลังยืน และ กลางแจ้ง

ພາບ – ຂ່າວ: ແສງຄຳ ສາລີວັນ

ຂ່າວສານບ້ານເມືອງ

Post navigation

Previous Post: ຂ່າວໂຄວິດມື້ນີ້ຕິດເຊື້ອເພີ່ມໃໝ່ 324ຄົນ
Next Post: ລັດຖະມົນຕີກະຊວງການຕ່າງປະເທດ ຕ້ອນຮັບ ຫົວໜ້າກອງເລຂາຄະນະກຳມາທິການແມ່ນ້ຳຂອງສາກົນ ຄົນໃໝ່

Related Posts

10 ພຶດສະພາ ທີ່ ສະໜາມບິນສາກົນວັດໄຕເຄື່ອງຊ່ວຍເຫຼືອທາງດ້ານການແພດຕ້ານພະຍາດ ໂຄວິດ ຈາກຈີນ ມາຮອດ ລາວ ແລ້ວ! ຂ່າວສານບ້ານເມືອງ
ຊີ້ແຈງຈໍານວນວັກຊິນຈາກຣັດເຊຍ ມາຮອດຕົວຈິງ ມາຮອດລາວແລ້ວ 2 ພັນໂດສ ແລະ ຈະຊ່ວຍທັງໝົດ 2 ລ້ານ ຂ່າວສານບ້ານເມືອງ
ຂໍ້ມູນລ່າສຸດການຮັບວັກຊິນກັນໂຄວິດທົ່ວປະເທດ ຂ່າວສານບ້ານເມືອງ
ຄົນລາວ 21 ຄົນຖືກຈັບ ຂໍ້ຫາລັກເຂົ້າປະເທດໄທ ແບບຜິດກົດໝາຍ ຂ່າວສານບ້ານເມືອງ
ປະເທດໄທໃຫ້ຄົນຕ່າງປະເທດເຂົ້າປະເທດ ໂດຍມີເງື່ອນໄຂ 5 ປະເພດ ຂ່າວສານບ້ານເມືອງ
ດ່ານພາສີສາກົນ ນໍ້າພາວ ບໍລິຄຳໄຊ ເກັບລາຍຮັບເຂົ້າງົບປະມານຫຼຸດແຜນ ຂ່າວສານບ້ານເມືອງ

Copyright © 2022 All in LAOS.

Powered by PressBook Grid Blogs theme