Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ທ່ານ ທອງລຸນ ສີສຸລິດ, ເລຂາ ທິການໃຫຍ່, ປະທານປະເທດ ພ້ອມພັນລະຍາ ແລະ ຄະນະ ເຄື່ອນໄຫວຢ້ຽມຢາມ ແລະ ຢູ່ແຂວງຫຼວງນ້ຳທາ

Posted on 08/02/202208/02/2022 By News

ໃນວັນທີ 7 ກຸມພາ 2022, ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ປະທານປະເທດ ພ້ອມດ້ວຍພັນລະຍາ ແລະຄະນະ ໄດ້ອອກເດີນທາງດ້ວຍຂະບວນລົດໄຟ ລາວ-ຈີນ ຈາກສະຖານີ ນະຄອນຫຼວງ ວຽງຈັນ ຫາສະ ຖານີປາຍທາງບໍ່ເຕນ; ລົດໄຟ ລາວ-ຈີນ ຖືກອອກແບບ ໃຫ້ມີຄວາມໄວ 160 ກິໂລແມັດຕໍ່ຊົ່ວ ໂມງ, ສະເພາະໄລຍະເວລາ ການກວດກາເຕັກນິກເຄື່ອນທີ່ນັ້ນ, ລົດໄຟຈະເລີ່ມທົດລອງແລ່ນໃນຄວາມໄວ 80 ກິໂລ ແມັດຕໍ່ຊົ່ວ ໂມງ ແລະ ຄ່ອຍຍົກລະດັບຄວາມໄວຂຶ້ນຕາມການອອກແບບ ຈົນຮອດຄວາມໄວ ສູງສຸດ 176 ກິໂລແມັດຕໍ່ຊົ່ວໂມງ. ສະເພາະ ລົດໄຟຂະບວນລ້ານຊ້າງ, ມີທັງໝົດ 9 ຕູ້, ເຊິ່ງລວມມີ: ຕູ້ລົດ ໄຟທີ່ຂັບເຄື່ອນໄດ້ເອງ 1 ຕູ້, ຕູ້ລົດໂດຍສານຊັ້ນ 1 ແລະ ຕູ້ຫ້ອງອາຫານ 1 ຕູ້, ຕູ້ລົດໂດຍສານຊັ້ນສອງ 6 ຕູ້ ເຊິ່ງບັນຈຸໄດ້ 720 ຄົນ ແລະ ສາມາດ ເຊື່ອມຕໍ່ ສອງຂະ ບວນລົດໄຟໄດ້ ໃນເວລາທີ່ຕ້ອງ ການ; ພາຍໃນຕູ້ໂດຍສານ ມີຕັ້ງນັ່ງ 30 ແຖວໆລະ 05 ບ່ອນນັ່ງ, ມີຫ້ອງນໍ້າປົກກະຕິ ແລະ ຫ້ອງນໍ້າສຳລັບຄົນພິການ ແລະ ສີ່ງອຳ ນວຍຄວາມສະ ດວກຕ່າງໆ ພ້ອມທັງຕົວໜັງສືຊີ້ບອກເປັນພາສາລາວ-ອັງກິດ ແລະ ພາສາຈີນ; ໂຄງການກໍ່ສ້າງທາງລົດໄຟ ລາວ-ຈີນ ມີສະຖານີລົດໄຟທັງ ໝົດ 33 ສະຖານີ. ໃນນີ້, ມີສະຖານີໂດຍສານ ແລະ ສິນຄ້າລວມຢູ່ນຳກັນ 11 ຈຸດ, ມີຈຸດສະຫລັບລາງ ແລະ ຈຸດຫລີກ ທັງໝົດ 284 ແຫ່ງ. ເສັ້ນທາງລົດໄຟຄວາມໄວສູງ ລາວ-ຈີນ ມີຄວາມຍາວ ປະມານ 422,4 ກິໂລແມັດ ໃຊ້ເວລາເດີນທາງ ປະມານ 5 ຊົ່ວໂມງ ຈື່ງເຖີງສະຖານີບໍ່ເຕນ

ທ່ານ ຄຳໄຫຼ ສີປະເສີດ ເຈົ້າແຂວງຫຼວງນ້ຳທາ ພ້ອມຄະນະ ໄດ້ໃຫ້ການຕ້ອນຮັບ, ໂອກາດດັ່ງກ່າວ ໄດ້ຢ້ຽມຊົມການພັດທະນາເຂດເສດຖະກິດພິເສດບໍ່ເຕນແດນງາມ ແລະ ຮັບຟັງການລາຍງານ ສະພາບຈຸດພິເສດ ຂອງດ່ານບໍ່ເຕນ ແລະ ການຈັດຕັ້ງປະຕິບັດວຽກງານ ຢູ່ດ່ານສາກົນ ບໍ່ເຕນ.

ຈາກນັ້ນ ທາງຄະນະໄດ້ໄປຢ້ຳຽມຢາມເບີ່ງການການຜລິດກະສິກຳປູກພືດເປັນສິນຄ້າຂອງບໍລິສັດ ເຖິງເຝີຍ ການຄ້າ ແລະ ສົ່ງເສີມກະສິກຳ ທີ່ໄດ້ມີການມາລົງທຶນ ເຂົ້າໃສ່ການປູກຫມາກຖົ່ວເຫຼືອງເປັນສິນຄ້າ ໃນເນື້ອທີ່ 150 ເຮັກຕາ ເຊີ່ງສາມາດສ້າງວຽກເຮັດງານທໍາ ໃຫ້ປະຊາຊົນໃນ 5 ບ້ານ, 186 ຄອບຄົວ ແລະ ໃນນີ້ບໍລິສັດຍັງໄດ້ເຊົ່າດິນປະຊາຊົນ ທໍາການຜະລິດ ນື່ງເຮັກຕາ 5.000.000 ກີບ, ມາຮອດປະ ຈຸບັນບໍລິສັດ ສາມາດປູກຫມາກຖົ່ວເຫຼືອງໄດ້ແລ້ວ 70% ຄາດວ່າຈະໃຫ້ສຳເລັດໃນເດືອນ ກຸມພາ ນີ້.

ໃນເວລາຕໍ່ມາ, ຄະນະໄດ້ໄປຢ້ຽມຢາມເບີ່ງການລ້ຽງສັດ ຂອງຄອບຄົວ ເຊີລິວົງ ທີ່ໄດ້ລ້ຽງຫມູ, ສ້າງເຕົາຂ້າສັດຍ່ອຍ ແລະ ລ້ຽງປາ ເປັນອາຊີບ ປະຈຸບັນ ຄອບຄົວດັ່ງກ່າວ ໄດ້ລ້ຽງປາ 28 ຫນອງ ໃນເນື້ອທີ່ 5.6 ເຮັກຕາ, ເຊີ່ງໃນແຕ່ລະປີໄດ້ມີການປ່ອຍປານ້ອຍຈຳນວນ 500.000 ໂຕ/ປີ ແລະ ສະໜອງປາຂາຍສູ່ທ້ອງຕະຫຼາດໄດ້ເຖິງ 120 ໂຕນ/ປີ ເຮັດໃຫ້ມີຄວາມສາມາດຮັບໃຊ້ການບໍລິ ໂພກພາຍໃນເທດສະບານເມືອງ ແລະ ແຂວງໄດ້ຢ່າງພຽງພໍ ແລະ ຈຳນວນນື່ງຍັງສະຫນອງໃຫ້ຕ່າງຕື່ມອີກ.

.

ຂ່າວສານບ້ານເມືອງ

Post navigation

Previous Post: ພາບບັນຍາກາດທີ່ຫາເບິ່ງໄດ້ຍາກຄວາມຫ່ວງໃຍ ຈາກຜູ້ໃຈບຸນທີ່ມາຊ່ວຍເຫຼືອບັນເທົາຄວາມໜາວ
Next Post: ຂ່າວໂຄວິດມື້ນີ້ຕິດເຊື້ອເພີ່ມໃໝ່ 324ຄົນ

Related Posts

ຈີນກວດພົບປີກໄກ່ແຊ່ແຂງນຳເຂົ້າຈາກບຣາຊິນປົນເປື້ອນໄວຣັດໂຄວິດ-19 ຂ່າວສານບ້ານເມືອງ
ເຄື່ອນຍ້າຍອັດຖິຜູ້ທີ່ມີຄຸນງາມຄວາມດີຕໍ່ປະເທດຊາດໄປສະຖິດໄວ້ຢູ່ສຸສານນັກຮົບປະຕິວັດແຫ່ງຊາດ ຂ່າວສານບ້ານເມືອງ
ຊົມເຊີຍ! ຊ່ວຍຊາດພັດທະນາສາມັກຄີກັນສ້ອມແປງເສັ້ນທາງຫລວງ 13N ທີ່ເປ່ເພຢູ່ຂອບເຂດບໍລິເວນ ບ້ານນໍ້າຖ້ວມ ຂ່າວສານບ້ານເມືອງ
ສໍານັກງານນາຍົກລັດຖະມົນຕີອອກແຈ້ງການໃຫ້ກວດຄືນຄະດີບໍລິສັດພີເອັສ ຂ່າວສານບ້ານເມືອງ
ລົດປີ້ນເພເສຍຫາຍໜັກ ທີ່ບ້ານຫ້ວຍຂີງ ເມືອງໂພນໄຊ ຂ່າວສານບ້ານເມືອງ
ກັກຕົວ 2 ອ້າຍນ້ອງຮ່ວມກັນ ລັ ກ ລົດຈັກ ຂ່າວສານບ້ານເມືອງ

Copyright © 2022 All in LAOS.

Powered by PressBook Grid Blogs theme