Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ພາບບັນຍາກາດທີ່ຫາເບິ່ງໄດ້ຍາກຄວາມຫ່ວງໃຍ ຈາກຜູ້ໃຈບຸນທີ່ມາຊ່ວຍເຫຼືອບັນເທົາຄວາມໜາວ

Posted on 08/02/202208/02/2022 By News

ພໍຕົກມາຮອດລະດູໜາວ ຫຼາຍຊີວິດຜູ້ທຸກຍາກຂາດເຂີນແມ່ນຜ່ານພົ້ນມັນໄປດ້ວຍຄວາມລຳບາກ ເຖິງແມ່ນວ່າລາຄາເສື້ອຈະບໍ່ແພງປານໃດສຳລັບໃຜຫຼາຍຄົນ ແຕ່ກັບຄອບຄົວທີ່ທຸກຍາກຖືກກໍ່ຄືແສນແພງ ສະນັ້ນ ເມື່ອມີຄົນຍື່ນມືມາຊ່ວຍພວກເຂົາກໍ່ດີອົກດີໃຈ ເອີ້ນວ່າອີ່ມບຸນທັງຜູ້ໃຫ້ ແລະອີ່ມໃຈທັງຜູ້ຮັບ.

ໃນທ້າຍອາທິດຜ່ານມານີ້ ທາງທີມງານຈິດອາສາ “ຮ່ວມແຮງ, ຮ່ວມໃຈ ກັນໜາວ ແລະ ຕ້ານໂຄວີດ-19 ທີ່ແຂວງຜົ້ງສາລີ” ພ້ອມດ້ວຍພາກສ່ວນກ່ຽວຂ້ອງຂອງເມືອງບຸນໃຕ້ ໄດ້ລົງໄປເຄື່ອນໄຫວມອບເຄື່ອງຊ່ວຍເຫຼືອໃຫ້ພໍ່ແມ່ປະຊາຊົນ ແລະ ນ້ອງໆນັກຮຽນຢູ່ສອງບ້ານທຸກຍາກ ບ້ານ ຈຸລາວແສນເກົ່າ ແລະ ບ້ານ ຈຸລາວແສນໃໝ່ ເມືອງບຸນໃຕ້, ແຂວງຜົ້ງສາລີ.

ເຊິ່ງການລົງໄປມອບເຄື່ອງຄັ້ງນີ້ແມ່ນໄດ້ມາຈາກການລະດົມສົມທົບທຶນ ແລະ ຮ່ວມບໍລິຈາກຂອງທີມງານຈິດອາສາ “ຮ່ວມແຮງ, ຮ່ວມໃຈ ກັນໜາວ ແລະ ຕ້ານໂຄວີດ-19 ທີ່ແຂວງຜົ້ງສາລີ” ແລະ ຜູ້ໃຈບຸນທົ່ວສັງຄົມທັງພາຍໃນ ແລະ ຕ່າງປະເທດ ຊຶ່ງມີເຄື່ອງນຸ່ງຫົ່ມ, ອາຫານການກິນ, ສະບູແຟັບ, ອຸປະກອນການຮຽນ ແລະ ອຸປະກອນຕ້ານພະຍາດໂຄວິດ-19 ຈໍານວນໜື່ງ ລວມມູນຄ່າທັງໝົດ 13.000.000 ກີບ.

ທ່ານ ສົມວີໄຊ ທໍາມະໃຈຫຼ້າ ຕາງໜ້າທີມງານຈິດອາສາໄດ້ໃຫ້ຮູ້ວ່າ ການລົງໄປມອບເຄື່ອງໃນຄັ້ງນີ້ແມ່ນໄດ້ມາຈາກການໃຫ້ຄວາມຮ່ວມໄມ້ຮ່ວມມືຂອງສະມາຊິກພາຍໃນທີມງານ ດ້ວຍການປູກລະດົມເອົາທຶນຮອນ ແລະ ວັດຖຸປັດໃຈຈາກຄອບຄົວ, ຍາດພີ່ນ້ອງ, ເພື່ອນມິດສະຫາຍ ແລະ ບຸກຄົນທົ່ວໄປໃນສັງຄົມ ເພື່ອໄປເບິ່ງແຍງຊ່ວຍເຫຼືອແບ່ງປັນສຸກ, ໃຫ້ກໍາລັງໃຈພໍ່ແມ່ປະຊາຊົນ ແລະ ບັນດານ້ອງໆນັກຮຽນຜູ້ທີ່ມີຄວາມຫຍຸ້ງຍາກໃນການດໍາລົງຊີວິດ ຢູ່ເຂດຫ່າງໄກສອກຫຼີກຂອງແຂວງຜົ້ງສາລີ, ໂດຍສະເພາະແມ່ນສອງບ້ານເປົ້າໜາຍທີ່ໄດ້ຮັບການຊ່ວຍເຫຼືອໃນຄັ້ງນີ້.

.

.

.

ຈາກ: ໂທລະໂຄ່ງ.

ຂ່າວສານບ້ານເມືອງ

Post navigation

Previous Post: ພະຍາກອນອາກາດເຢັນຍັງປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ ດ້ວຍ ກໍາລັງປານກາງ
Next Post: ທ່ານ ທອງລຸນ ສີສຸລິດ, ເລຂາ ທິການໃຫຍ່, ປະທານປະເທດ ພ້ອມພັນລະຍາ ແລະ ຄະນະ ເຄື່ອນໄຫວຢ້ຽມຢາມ ແລະ ຢູ່ແຂວງຫຼວງນ້ຳທາ

Related Posts

ກໍ່ເຫດລັກລົດເຖິງ 23 ຄັນ ເຈົ້າໜ້າທີ່ກູ້ຄືນໄດ້ 8 ຄັນ ພ້ອມສົ່ງຄືນໃຫ້ເຈົ້າຂອງເດີມ ຂ່າວສານບ້ານເມືອງ
ປະຊາຊົນທີ່ໄດ້ຮັບຜົນກະທົບຈາກພະຍຸລະດູຮ້ອນ ໄດ້ຮັບການຊ່ວຍເຫຼືອຢ່າງຕໍ່ເນື່ອງ ຂ່າວສານບ້ານເມືອງ
ອ່ານດ່ວນ! ຄຳແນະນຳສຳລັບຜູ້ປະກອບການໂຮງແຮມ ລີສອດ ເຮືອນພັກ ຮ້ານອາຫານ ຮ້ານກາເຟ ຮ້ານຕັດຜົມ ຮ້ານເສີມສວຍ ຂ່າວສານບ້ານເມືອງ
ນັກສຶກສາກົດໝາຍເພດຍິງ ຈໍານວນ 18 ຄົນ ໄດ້ຮັບທຶນຈາກ ສະຖານທູດອາເມຣິກາ ຂ່າວສານບ້ານເມືອງ
ການກໍ່ສ້າງຂົວນໍ້າພະນາຍ 3 ມີຄວາມຄືບໜ້າໃກ້ຈະສໍາເລັດ ແລະ ເປີດນໍາໃຊ້ໃນອີກບໍ່ດົນນີ້ ຂ່າວສານບ້ານເມືອງ
ດ່ວນ! ເປີດທາມລາຍ (Timeline) ຜູ້ທີ່ຕິດເຊື້ອໂຄວິດ ທັງໝົດຢູ່ແຂວງວຽງຈັນ ຈົນຮອດປະຈຸບັນ ລວມມີທັງໝົດ 7 ຄົນ ຂ່າວສານບ້ານເມືອງ

Copyright © 2023 All in LAOS.

Powered by PressBook Grid Blogs theme