Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ເຈົ້າແຂວງສະຫວັນນະເຂດ ລົງເຄື່ອນໄຫວຊຸກຍູ້ວຽກງານຮອບດ້ານ ຢູ່ເມືອງວິລະບູລີ

Posted on 07/02/202207/02/2022 By News

ໃນຕອນເຊົ້າວັນທີ 2 ກຸມພາ 2022 ນີ້, ທ່ານ ສັນຕິພາບ ພົມ ວິຫານ ກໍາມະການສູນກາງພັກ ເລ ຂາຄະນະບໍລິຫານງານພັກ ແຂວງ ເຈົ້າແຂວງສະຫວັນນະເຂດ ພ້ອມ ດ້ວຍຄະນະປະກອບມີ: ຫ້ອງວ່າ ການປົກຄອງແຂວງ, ພະແນກຊັບ ພະຍາກອນທໍາມະຊາດ-ສິ່ງແວດ ລ້ອມ, ພະແນກໂຍທາທິການ-ຂົນ ສົ່ງ, ພະແນກພະລັງງານ-ບໍ່ແຮ່, ພະແນກກະສິກໍາ-ປ່າໄມ້, ພະແນກ ພາຍໃນ, ພະແນກແຜນການ-ການ ລົງທຶນ ແລະຂະແໜງການທີ່ກ່ຽວ ຂ້ອງຈໍານວນໜຶ່ງໄດ້ລົງເຄື່ອນ ໄຫວຕິດຕາມຊຸກຍູ້ວຽກງານຮອບ ດ້ານຢູ່ເມືອງວິລະບູລີ ໂດຍການ ໃຫ້ກຽດຕ້ອນຮັບຢ່າງອົບອຸ່ນຂອງ ທ່ານ ຄໍາຜຸຍ ສີບຸນ ເຮືອງກໍາມະ ການພັກແຂວງ ເລຂາພັກເມືອງ ເຈົ້າເມືອງວິລະບູລີ ພ້ອມຄະນະ.

อาจเป็นรูปภาพของ 1 คน และ สถานที่ในร่ม

.

อาจเป็นรูปภาพของ 2 คน และ ผู้คนกำลังยืน

ໃນໂອກາດລົງເຄື່ອນໄຫວ ວຽກງານໃນຄັ້ງນີ້, ທ່ານເຈົ້າແຂວງ ສະຫວັນນະເຂດ ພ້ອມດ້ວຍຄະນະ ກໍ່ໄດ້ເດີນທາງໄປຢ້ຽມຢາມເບິ່ງ ສູນເຕັກນິກກະສິກໍາຝາຍຫ້ວຍ ກົງບ້ານໜອງກະແດ້ງຂອງບໍລິ ສັດລ້ານຊ້າງມີເນໂຣນສ໌ ລິມິເຕັດ, ໂອກາດນີ້ທ່ານ ສະໝານ ອາ ເນ ກາ ຜູ້ອໍານວຍການໃຫຍ່ບໍລິສັດ ລ້ານຊ້າງມີເນໂຣນສ໌ ໄດ້ລາຍງານ ໃຫ້ຮູ້ວ່າ: ສູນຫ້ວຍກົງແຫ່ງນີ້ໃນ ເບື້ອງຕົ້ນແມ່ນໄດ້ນໍາໃຊ້ເປັນສະ ຖານທີ່ຝຶກອົບຮົມວຽກງານວິຊາ ຊີບດ້ານຕ່າງໆ ໃຫ້ແກ່ພໍ່ແມ່ປະ ຊາ ຊົນໃນເຂດເມືອງວິລະບູລີເຊັ່ນວ່າ: ການຕໍ່າຫູກທໍໄໝ, ການປູກມອນ ລ້ຽງມ້ອນ, ການຍ້ອມນໍ້າຄາມ, ອົບຮົມຕັດຫຍິບເຄື່ອງນຸ່ງຫົ່ມ ຕໍ່ມາກໍ່ໄດ້ນໍາໃຊ້ເປັນສູນການ ເພາະພັນລູກປາ, ລູກກົບເພື່ອແຈກ ຢາຍໃຫ້ປະຊາຊົນນໍາໄປລ້ຽງ ໂດຍແມ່ນທາງບໍລິສັດລ້ານຊ້າງ ມີເນໂຣນສ໌ ລິມິເຕັດ ເປັນຜູ້ສະໜອງ ທຶນຮອນ ພ້ອມອຸປະກອນຕ່າງໆ ໃຫ້ທັງໝົດ, ຜ່ານການຈັດຕັ້ງປະ ຕິບັດບັນດາກິດຈະກໍາເຫຼົ່ານັ້ນ ກໍ່ເຫັນວ່າໄດ້ຮັບຜົນສໍາເລັດໃນລະ ດັບໜຶ່ງປະຊາຊົນໄດ້ມີຄວາມຮູ້, ຄວາມສາມາດ ເພື່ອໄປນໍາໃຊ້ສ້າງ ອາຊີບໃຫ້ຕົນເອງໃນຂັ້ນຕໍ່ໄປ ແລະໃນປະຈຸບັນແມ່ນໄດ້ນໍາໃຊ້ ສະຖານທີ່ຂອງສູນດັ່ງກ່າວເປັນ ບ່ອນລ້ຽງແບ້, ລ້ຽງປາ, ລ້ຽງ ກົບ ແລະປູກພືດຈໍານວນໜຶ່ງ ເພື່ອ ແນໃສ່ສ້າງເປັນສະຖານທີ່ສາທິດ ທາງດ້ານວຽກງານກະສິກໍາໃຫ້ ປະຊາຊົນໄດ້ມາສຶກສາເອົາບົດ ຮຽນ ເພື່ອໄປນໍາໃຊ້ໃນການສ້າງ ວຽກເຮັດງານທໍາໃຫ້ແກ່ຄອບ ຄົວຕົນເອງ ແລະໃນປະຈຸບັນນີ້ ແມ່ນທາງເມືອງ ແລະບໍລິສັດກໍາ ລັງຈັດຕັ້ງປະຕິບັດແຜນການ ເພື່ອ ສ້າງສະຖານທີ່ດັ່ງກ່າວໃຫ້ກາຍ ເປັນສະຖານທີ່ອອກກໍາລັງກາຍ, ເປັນສະຖານທີ່ທ່ອງທ່ຽວຕິດພັນ ກັບການຜະລິດພືດກະສິກໍາປອດ ສານພິດຂອງເມືອງໃນອະນາຄົດ.

อาจเป็นรูปภาพของ 9 คน, ผู้คนกำลังยืน และ กลางแจ้ง

.

อาจเป็นรูปภาพของ 2 คน, ผู้คนกำลังยืน และ กลางแจ้ง

ຈາກນັ້ນ, ທ່ານ ຄໍາຜຸຍ ສີບຸນ ເຮືອງ ເຈົ້າເມືອງວິລະບູລີ ກໍ່ໄດ້ ລາຍງານໂດຍຫຍໍ້ ໃຫ້ຮູ້ເຖິງສະ ພາບການຈັດຕັ້ງປະຕິບັດວຽກ ງານຕ່າງໆ ໃນໄລຍະຜ່ານມາຂອງ ເມືອງວິລະບູລີ ໃຫ້ທ່ານເຈົ້າແຂວງໄດ້ຮັບຊາບຕື່ມອີກ. ໃນໂອກາດນີ້ ທ່ານ ສັນຕິພາບ ພົມວິຫານ ເຈົ້າ ແຂວງສະຫວັນນະເຂດ ກໍ່ໄດ້ສະ ແດງຄວາມຍ້ອງຍໍຊົມເຊີຍຕໍ່ການ ນໍາຂອງເມືອງ ແລະການນໍາຂອງ ບໍລິສັດລ້ານຊ້າງມີເນໂຣນສ໌ ທີ່ ໄດ້ເອົາໃຈໃສ່ໃນການເບິ່ງແຍງ ຊີວິດການເປັນຢູ່ຂອງປະຊາຊົນ ໃນຜ່ານມາ ພ້ອມທັງຮຽກຮ້ອງໃຫ້ ມີການສືບຕໍ່ຊ່ວຍເຫຼືອເຂົາເຈົ້າ ຕໍ່ໄປ ດ້ວຍການຊຸກຍູ້-ສົ່ງເສີມໃນ ການສ້າງງານ, ສ້າງອາຊີບທີ່ໝັ້ນ ຄົງໃຫ້ເຂົາເຈົ້າ ໂດຍສະເພາະກໍ່ ແມ່ນອາຊີບດ້ານການກະສິກໍາ ປູກຝັງ-ລ້ຽງສັດ ໃຫ້ໄດ້ຫຼາຍ ເພື່ອ ກາຍເປັນສິນຄ້າສ້າງລາຍຮັບໃຫ້ ແກ່ຄອບຄົວ, ເຮັດເຂົາເຈົ້າສາມາດ ເພິ່ງພາຕົນເອງໄດ້ ແລະຫຼຸດພົ້ນ ອອກຈາກຄວາມທຸກຍາກໄດ້ເທື່ອ ລະກ້າວ, ຄຽງຄູ່ກັນນີ້ ກໍ່ໃຫ້ຊ່ວຍ ກັນພັດທະນາພື້ນຖານໂຄງລ່າງ ເສດຖະກິດ-ສັງຄົມຂອງເມືອງ ໃຫ້ມີຄວາມຈະເລີນຮຸ່ງເຮືອງກ້າວ ໜ້າຂຶ້ນໄປເລື້ອຍໆໃຫ້ສົມກັບ ເປັນເມືອງແຫ່ງບໍ່ຄໍາ-ບໍ່ທອງ, ສ່ວນວ່າເສັ້ນທາງ 28 A ນັບ ແຕ່ບ້ານນາບໍ່ເຂົ້າຫາເມືອງວິລະ ບູລີ ເຊິ່ງມີໄລທາງຍາວກວ່າ 40 ກິໂລແມັດແມ່ນຈະໄດ້ລົງມືສ້ອມ ແປງໃນໄວໆນີ້. ໃນເວລາຕໍ່ມາ, ທ່ານເຈົ້າແຂວງສະຫວັນນະເຂດ ແລະທ່ານເຈົ້າເມືອງວິລະບູລີ ພ້ອມດ້ວຍຄະນະກໍ່ໄດ້ສືບຕໍ່ເດີນ ທາງໄປຮ່ວມພິທີສາສະໜາປ່ອນ ບີພຣະພຸດທະຮູບ ແລະກາບໄຫວ້ ສັກກາລະບູຊາພຣະພຸດທະຮູບ ພຣະເຈົ້າໃຫຍ່ອົງຕື້ທີ່ວັດວິຣະ ໄຊຍະຣາມບ້ານບຸ່ງຄໍາຕື່ມອີກ ດ້ວຍ.

อาจเป็นรูปภาพของ 1 คน, ธรรมชาติ และ ต้นไม้

.

อาจเป็นรูปภาพของ ทะเลสาบ, พื้นหญ้า, ท้องฟ้า และ ธรรมชาติ
ຂ່າວສານບ້ານເມືອງ

Post navigation

Previous Post: ອີ່ ຕົ ນ ເດ້ ເຫດລົດຕຳກັນເຮັດໃຫ້ຄົນຖືພາ ເ ສ ຍ ຊີ ວິ ດ
Next Post: ລີງໃຫຍ່ ໄດ້ຮັບການຊ່ວຍເຫຼືອຈາກພົນລະເມືອງດີ

Related Posts

ທຳລາຍສິນຄ້າຕ້ອງຫ້າມ-ລັກລອບນຳເຂົ້າ ແບບບໍ່ຖືກຕ້ອງຕາມກົດໝາຍ ຂ່າວສານບ້ານເມືອງ
ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ກວດເຂັ້ມປັບໃໝຜູ່ລະເມີດ ຂາຍເຄື່ອງຊະຊາຍຕາມແຄມທາງ ຂ່າວສານບ້ານເມືອງ
ຂົນສົ່ງຈາກຝັ່ງລາວ ເຈົ້າໜ້າທີ່ຈັງຫວັດໜອງຄາຍ​ ປະເທດໄທ ຢຶດ​ ຢ າ ບ້ າ​ ໄດ້​ 410.000 ເມັດ ຂ່າວສານບ້ານເມືອງ
ເຕັມຫຼັງລົດ ປກສ ເມືອງຄູນຄຳ ຢຶ ດ ຄັ ນ ຊ າ ເກືອບ 400 ກິ ໂ ລ ກຼ າ ມ ຂ່າວສານບ້ານເມືອງ
ໃຫ້ລະມັດລະວັງ! ລະດັບນໍ້າຮຸ່ງເພີ່ມສູງຂຶ້ນ ເຂົ້າຖ້ວມເຮືອນປະຊາຊົນ ໄຊຍະບູລີ ຂ່າວສານບ້ານເມືອງ
ຫຼາຍບ້ານຂອງເມືອງວິລະບູລີແຂວງສະຫວັນນະເຂດ ປະສົບກັບໄພນໍ້າຖ້ວມ ເນື່ອງຈາກເກີດຝົນຕົກໜັກຕິດຕໍ່ກັນຫຼາຍວັນ ຂ່າວສານບ້ານເມືອງ

Copyright © 2022 All in LAOS.

Powered by PressBook Grid Blogs theme