Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ປະຊາຊົນສາມັກຄີ ສ້າງຂົວຂ້າມສາຍຫ້ວຍໂລ້ ລະຫວ່າງບ້ານ ບຶງສານເທິງ ຫາ ບ້ານນາມັນປາ

Posted on 07/02/202207/02/2022 By News

ເພື່ອເປັນການສ້າງຂະບວນການ ຂໍ່ານັບຮັບຕ້ອນໃນວັນສຳຄັນຕ່າງໆຂອງຊາດ – ຂອງພັກ ດັ່ງນັ້ນໃນລະຫວ່າງວັນທີ 31 ມັງກອນ ຜ່ານມານີ້ ທ່ານ ສີສຸວັນ ໂອລິຍະວົງ ຫົວໜ້າຫ້ອງການໂຍທາທິການ ແລະ ຂົນສົ່ງເມືອງ ພ້ອມຄະ ນະໄດ້ລົງໄປ ຊຸກຍູ້ຕິດຕາມໃນການກໍ່ສ້າງຂົວຂ້າມຫ້ວຍໂລ້ ຂອງພໍ່ແມ່ປະຊາຊົນບ້ານບຶງສານເທິງ ຫາ ບ້ານນາມັນປາ ໂດຍການຊີ້ນຳໆພາຂອງ ທ່ານ ສຳນຽງ ແສງສອນດີ ນາຍບ້ານໆບຶງສານເທິງ ພ້ອມຄະນະນາຍບ້ານທັງສອງບ້ານຕະ ຫຼອດຮອດພໍ່ແມ່ປະຊາຊົນ.

ໃນການກໍ່ສ້າງຂົວຂ້າມຫ້ວຍໂລ້ໃນຄັ້ງນີ້ ມີຄວາມຍາວ 15 ແມັດ, ກວ້າງ 5 ແມັດ ແລະ ໄດ້ໄດ້ຕັດແລວທາງ

ໃໝ່ໃນຄວາມຍາວ 700 ແມັດ, ກວ້າງ 6 ແມັດ ທັງນີ້ກໍ່ເພື່ອເຮັດໃຫ້ການສັນຈອນໄປມາ ຂອງພໍ່ແມ່ປະຊາຊົນພາຍໃນບ້ານບຶງສານເທິງ ແລະ ບ້ານອື່ນໆ ໃຫ້ມີສະດວກໃນການສັນຈອນໄປມາ ແລະ ໃນການກໍ່ສ້າງຂົວນີ້ ແມ່ນໄດ້ມີການເລີ້ມລົງມືກໍ່ສ້າງແຕ່ວັນທີ ວັນທີ 3 ມັງກອນ 2022 ເຊິ່ງມາຮອດປະຈຸບັນນີ້ ສາມາດສ້າງໄດ້ 80% ເຊິ່ງໃນການກໍ່ສ້າງ ອາດຈະໃຫ້ສຳເລັດໃນກາງ ເດືອນ ກຸມພາ ແມ່ນໃຫ້ສຳເລັດ 100% ຮູບການກໍ່ສ້າງແມ່ນໄດ້ນຳໃຊ້ແຮງງານຂອງພໍ່ແມ່ປະ ຊາຊົນພາຍໃນບ້ານ ແລະ ໄດ້ນຳໃຊ້ປູນຊີເມັນຈຳນວນ 178 ກະສອບ ໃນຈຳນວນເງິນ 35 ລ້ານກວ່າກີບ ສ່ວນທຶນແມ່ນໄດ້ມາຈາກກາລະດົມນໍາພໍ່ແມ່ປະຊາຊົນພາຍໃນບ້ານ ແລະ ບັນດາພໍ່ຄ້າ ຊາວຂາຍ ອ້ອມຂ້າງເມືອງ.

.

.

ແຂວງຄໍາມ່ວນ

ຂ່າວສານບ້ານເມືອງ

Post navigation

Previous Post: ສະມາຊິກກຳມະບານທົ່ວເມືອງໂພນທອງໄດ້ຮັບຟັງການປາຖະກະຖາວັນສ້າງຕັ້ງກຳມະບານລາວ ຄົບຮອບ 66 ປີ
Next Post: ຂ່າວໂຄວິດມື້ນີ້ຕິດເຊື້ອເພີ່ມ 282ຄົນ

Related Posts

ອຸຕຸເຕືອນຝົນຕົກຫນັກຟ້າຮ້ອງ-ຟ້າເຫຼື້ອມໃນແຕ່ລະພາກ ໄລຍະ 28-31 ມີນານີ້ ຂ່າວສານບ້ານເມືອງ
ເດັກນ້ອຍ 2 ປີ 3 ເດືອນ ໄດ້ຮັບການຊ່ວຍເຫຼືອຜ່າຕັດຕາ ຂ່າວສານບ້ານເມືອງ
ຕັດສິນຄະດີລັກລອບຂົນກັນຊາ 90 ແທ່ງ ຈຳຄຸກ 7 ປີ  ຂ່າວສານບ້ານເມືອງ
ດ່ານສາກົນແດນສະຫວັນ ທໍາລາຍຊິ້ນສ່ວນເຄື່ອງໃນສັດທີ່ນໍາເຂົ້າຜິດກົດໝາຍຈໍານວນ 1,5 ໂຕນ ຂ່າວສານບ້ານເມືອງ
ເກີດເຫດແຜ່ນດິນໄຫວ! ທາງເມືອງລອງ ແຂວງຫຼວງນໍ້າທາ ຂ່າວສານບ້ານເມືອງ
ຂໍ້ຕົກລົງວ່າດ້ວຍການກໍານົດມູນຄ່າຫົວຫນ່ວຍນັກຮຽນ-ນັກສຶກສາປະຈໍາປີ 2022 ຂ່າວສານບ້ານເມືອງ

Copyright © 2022 All in LAOS.

Powered by PressBook Grid Blogs theme