Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ສະມາຊິກກຳມະບານທົ່ວເມືອງໂພນທອງໄດ້ຮັບຟັງການປາຖະກະຖາວັນສ້າງຕັ້ງກຳມະບານລາວ ຄົບຮອບ 66 ປີ

Posted on 07/02/202207/02/2022 By News

ໃນວັນທີ 4 ກຸມພາ 2022 ນີ້ ຢູ່ທີ່ສະໂມສອນໃຫ່ຍຂອງເມືອງໄດ້ຈັດພິທີປາຖະກະຖາເລົ່າມູນເຊື້ອວັນສ້າງຕັ້ງກຳມະບານລາວຄົບຮອບ 66 ປີ ໂດຍໃຫ້ກຽດ ປາຖະກະຖາ ທ່ານ ທອງດີ ດວງພະຈັນ ຮອງເລຂາພັກເມືອງ,ມີຄະນະບໍລີງານ,ປະທານໜ່ວຍກຳມະບານ, ຕະຫຼອດຮອດສະມາຊິກກຳມະບານອ້ອມຂ້າງເມືອງເຂົ້າຮ່ວມ.

ໃນພິທີ ທ່ານ ໄດ້ຍົກໃຫ້ເຫັນກ່ຽວກັບວັນສ້າງຕັ້ງກຳມະບານລາວ ແລະປະຫວັດແຫ່ງການກຳເນີດ ແລະ ເຕີບໃຫ່ຍຂະຫຍາຍຕົວຂອງອົງການຈັດຕັ້ງກຳມະບານລາວ ວັນທີ 1 ກຸມພາ 1956 – 1 ກຸມພາ 2022, ບາງຜົນງານທີ່ພົ້ນເດັ່ນ ຂອງສູນກາງສະຫະພັນກຳມະບານລາວແຕ່ລະຄັ້ງ, ຜົນງານທີ່ພົ້ນເດັ່ນໄລຍະ 66 ປີຂອງອົງການຈັດຕັ້ງກຳມະບານລາວໃນການປະກອບສ່ວນພາລະກິດປະຕິວັດຂອງແຕ່ລະໄລຍະ, ເສີມຂະຫຍາຍທາດແທ້ ລັກສະນະດີເລີດຂອງຊົນຊັ້ນກຳມະກອນລາວ ແລະ ມູນເຊື້ອອັນດີງາມ 66 ປີຂອງອົງການກຳມະບານລາວ, ທ່ານໄດ້ກ່າວຕືມວ່າ ຊົນຊັ້ນກໍາມະກອນ ແລະ ຊາວຜູ້ອອກແຮງງານລາວບັນດາເຜົ່າ ເປັນຜູ້ປະກອບສວນໂດຍກົງ

ເພືອເຮັດໃຫ້ການພັດທະນາເສດຖະກິດ-ສັງຄົມ ມີການເຕີບໃຫຍ່ມີການຂະຫຍາຍຕົວ ສ້າງຄວາມຮັ່ງມີເຂັ້ມແຂງໃຫ້ແກ່ປະເທດຊາດ, ເປັນເຈົ້າຂອງໃນການທ້ອນໂຮມປົກປັກຮັກສາ ແລະ ສ້າງສາປະເທດຊາດເພື່ອຄວາມຢູ່ເຢັນເປັນສຸກຂອງປະຊາຊົນລາວບັນດາເຜົ່າໃນແຕ່ລະຍຸກ ແຕ່ລະສະໄໝໄດ້ສຶບທອດກັນມາຈົນເຖິງປະຈຸບັນຄື ດັ່ງຄຳຂວັນທີວ່າ ປຸກລະດົມ ນຳໃຈວັນທີ 1 ກຸມພາໝັ້ນຍືນ, ອອກແຮງງານແຂ່ງຂັນຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫ່ຍສະຫະພັນກຳມະບານລາວທົ່ວປະເທດ ໃຫ້ປະກົດຜົນເປັນຈິ່ງ, ການປາຖະກະຖາໃນຄັ້ງນີ້ ເພື່ອເຮັດໃຫ້ສະມາຊິກກໍາມະບານ, ກໍາມະກອນ ແລະ ຊາວຜູ້ອອກແຮງງານ ເຫັນໄດ້ມູນເຊື້ອ ປະຫວັດຄວາມເປັນມາແຫ່ງການເຕີບໃຫຍ່ຂະຫຍາຍຕົວ ຂອງວັນສ້າງຕັ້ງກໍາມະບານລາວ ຕະຫຼອດລະຍະ 66 ປີຜ່ານມາ ແລະ ເປັນການປູກຈິດສໍານຶກໃຫ້ແກ່ພະນັກງານ, ສະມາຊິກກໍາມະບານ, ກໍາມະກອນ ແລະ ຊາວຜູ້ອອກແຮງງານໄດ້ຮັບຮູ້ ແລະ ເຂົ້າໃຈເນື້ອໃນວັນສໍາຄັນດັ່ງກ່າວຢ່າງເລິກເຊິ່ງ; ເພື່ອນໍາໄປຜັນຂະຫຍາຍເຂົ້າໃນວຽກງານຕົວຈິງ ປະກອບສ່ວນຢ່າງຕັ້ງຫນ້າໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ປົກປ້ອງສິດຜົນປະໂຫຍດອັນຊອບທຳຂອງກຳມະກອນ, ຊາວຜູ້ອອກແຮງງານລາວບັນດາເຜົ່າ, ເດີນຕາມແນວທາງຂອງພັກ, ກ້າວສູ່ສັງຄົມນິຍົມເທື່ອລະກ້າວ; ນອກຈາກນີ້ ຕິດພັນກັບການປາຖະກະຖາມູນເຊື້ອ ແຫ່ງການກຳເນີດ, ເຕີບໃຫຍ່ຂະຫຍາຍຕົວ ແລະ ຜົນງານທີ່ພົ້ນເດັ່ນ ຕະຫຼອດໄລຍະ 66 ປີ ຂອງສະຫະພັນກຳມະບານລາວ

ຂ່າວ ສົມເພັດ ໄຊມີກອນ ນັກຂ່າວ ເມືອງໂພນທອງ ແຂວງຫຼວງພະບາງ.

ຂ່າວສານບ້ານເມືອງ

Post navigation

Previous Post: ພະຍາກອນອາກາດ ປະຈໍາວັນອາກາດຍັງຈະສືບຕໍ່ເຢັນ ຫາ ໜາວ ເຢັນຢູ່ຕື່ມອີກ
Next Post: ປະຊາຊົນສາມັກຄີ ສ້າງຂົວຂ້າມສາຍຫ້ວຍໂລ້ ລະຫວ່າງບ້ານ ບຶງສານເທິງ ຫາ ບ້ານນາມັນປາ

Related Posts

ແຂວງວຽງຈັນ ປ່ອຍປາ ສູ່ທຳມະຊາດ 50.000 ໂຕ ເນື່ອງໃນໂອກາດ ວັນປ່ອຍປາ ແລະ ອະນຸລັກສັດນໍ້າສັດປ່າ ແຫ່ງຊາດ ຂ່າວສານບ້ານເມືອງ
ລາຍງານ ຈາກ ກະຊວງສາທາລະນະສຸກ ກໍລະນີ ໄວຣັດໂຄໂຣນາ ວັນທີີ 9/2/2020 ຂ່າວສານບ້ານເມືອງ
ດີແທ້ແບບນີ້! ເຊກອງກວດໝົດ ກົງເຕີນ້ຳ, ໄຟຟ້າ ແລະ ນ້ຳມັນຖ້າບໍ່ໄດ້ມາດຕະຖານປ່ຽນຟຣີ ຂ່າວສານບ້ານເມືອງ
ຄົນຮ້າຍລັດຍິງປະຊາຊົນເສຍຊີວິດທີ່ບ້ານທົ່ງເໝືອດ ເມືອງກາສີ ຂ່າວສານບ້ານເມືອງ
ຂ່າວປະຈໍາວັນ! ລາວພົບຜູ້ຕິດເຊື້ອເພີ່ມໃໝ່ 170ຄົນ ຂ່າວສານບ້ານເມືອງ
ກະບະເສຍຫຼັກເຈີດຕໍາລົດຈັກລົດໃຫຍ່ທີ່ຈອດຖ້າໄຟແດງ (ມີຄລິບ) ຂ່າວສານບ້ານເມືອງ

Copyright © 2023 All in LAOS.

Powered by PressBook Grid Blogs theme