Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ອຸຕຸເຕືອນ ສະພາບອາກາດຈະໜາວ ແລະ ມີຝົນຕົກ

Posted on 01/02/202201/02/2022 By News

ກົມອຸຕຸນິຍົມ ແລະ ອຸທົກກະສາດ ຄາດຄະເນສະພາບອາກາດ ໃນໄລຍະວັນທີ 31 ມັງກອນ ຫາ 6 ກຸມພາ 2022 ວ່າ: ໃນໄລຍະວັນທີ 31 ມັງກອນ ຫາ 6 ກຸມພານີ້ ມວນອາກາດເຢັນຈາກປະເທດຈີນຈະເພີ່ມກຳລັງແຮງຂຶ້ນແຜ່ລົງມາປົກຄຸມຢູ່ທຸກພາກຂອງປະເທດລາວອີກເທື່ອໃໝ່ ສົມທົບກັບກະແສລົມຕາເວັນອອກ-ຕາເວັນອອກສ່ຽງເໜືອ ພັດປົກຄຸມເປັນສ່ວນໃຫຍ່ ຊື່ງຈະເຮັດໃຫ້ອາກາດເຢັນຫາໜາວເຢັນລົງ 1 ຫາ 3 ອົງສາ ພ້ອມມີໝອກບາງປົກຫຸ້ມໃນຕອນກາງຄືນ ຫາ ຕອນເຊົ້າ ຢູ່ໃນແຕ່ລະພາກ ແລະ ອາກາດຈະໜາວເຢັນຫຼາຍ ໂດຍສະເພາະຢູ່ແຂວງພາກເໜືອ, ແຂວງໄຊສົມບູນ ແລະ ເຂດພູພຽງບໍລະເວນ ພ້ອມມີໝອກໜາປົກຫຸ້ມໃນຕອນເຊົ້າ ແລະ ຈະມີຝົນຕົກໃນລະດັບຄ່ອຍ ຫາ ປານກາງ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນແຂວງພາກເໜືອ, ພາກກາງ ແລະ ພາກໃຕ້.

ແຈ້ງເຕືອນເຖິງປະຊາຊົນບັນດາເຜົ່າ, ອຳນາດການປົກຄອງ ແລະ ອົງການຈັດຕັ້ງທຸກພາກສ່ວນ ຈົ່ງມີສະຕິກຽມພ້ອມຮັບມືກັບສະພາບການປ່ຽນແປງໄວຂອງອຸນຫະພູມ, ອາກາດໜາວເຢັນຫຼາຍ ຊຶ່ງອາດຈະມີຜົນກະທົບຕໍ່ສຸຂະພາບໂດຍສະເພາະແມ່ນເດັກນ້ອຍ ແລະ ຜູ້ເຖົ້າ ຂໍໃຫ້ນຸ່ງຫົ່ມໃຫ້ຮ່າງກາຍອົບອຸ່ນຢູ່ສະເໝີ.

.

.

.

ຂ່າວສານບ້ານເມືອງ

Post navigation

Previous Post: ອຸບັດຕິເຫດ ລົດຕູ້ຄອນເທັນເນີປະທະລົດເຄນ
Next Post: ຂ່າວໂຄວິດມື້ນີ້ຕິດເຊື້ອເພີ່ມ 585 ຄົນ

Related Posts

ປັບສູງສຸດ 10 ລ້ານ ຜູ້ໃດເປີດເຄື່ອງສຽງເນືອງນັນ ຂ່າວສານບ້ານເມືອງ
ນໍ້າປ່າໄຫຼນອງຖ້ວມ ເຂດບ້ານນໍ້າແອ່ງ ແລະ ບ້ານນໍ້າໂອ ເຮືອນໄຫຼນໍ້າ 2 ຫຼັງ ນໍ້າຖ້ວມ 50 ກວ່າຫຼັງ ຂ່າວສານບ້ານເມືອງ
ຈັບຄາເຮືອນພັກ ພ້ອມຂອງກາງ 150.000 ກວ່າເມັດ ຂ່າວສານບ້ານເມືອງ
ເກີດເຫດລົດໃຫຍ່ເສຍຫຼັກປີ້ນຢູ່ເຂດບ້ານໂພສີແກ້ວ ຂ່າວສານບ້ານເມືອງ
ຊາວເມືອງໂຂງ ຍິນດີຕ້ອນຮັບນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດເຂົ້າຮ່ວມງານສະເຫຼີມສະຫຼອງວັນຊາດທີ 2 ທັນວາ ຄົບຮອບ 45 ປີ ຂ່າວສານບ້ານເມືອງ
ສະມາຄົມມິດຕະພາບລາວ-ຈີນ ຮ່ວມກັບ ນະຄອນຫຼວງວຽງຈັນ ຈັດງານລະດົມທຶນຊ່ວຍເຫຼືອຊາວເມືອງອູຮັ່ນ-ປະຊາຊົນຈີນ ຂ່າວສານບ້ານເມືອງ

Copyright © 2022 All in LAOS.

Powered by PressBook Grid Blogs theme