ໃນວັນທີ 27 ມັງກອນ 2022 ນີ້ ກະຊວງອຸດສາຫະກຳ ແລະ ການຄ້າ ອອກແຈ້ງການ ເຖິງສະມາຄົມນ້ຳມັນເຊື້ອໄຟ ແລະ ອາຍແກ໊ສທຳມະຊາດ ບັນດາບໍລິສັດນ້ຳມັນເຊື້ອໄຟ ແລະ ປ້ຳຂາຍຍ່ອຍນ້ຳມັນເຊື້ອໄຟ ໃນຂອບເຂດທົ່ວປະເທດ ເລື່ອງແຈ້ງປັບຂຶ້ນລາຄານ້ຳມັນເຊື້ອໄຟໃນເຂດທົ່ວປະເທດ

ແຈ້ງການປັບຂຶ້ນລາຄານ້ຳມັນໃນຄັ້ງນີ້ ປັບຂຶ້ນນ້ຳມັນແອັດຊັງພິເສດ 590 ກີບຕໍ່ລິດ, ນ້ຳມັນແອັດຊັງທຳມະດາ ຂຶ້ນ 710 ກີບຕໍ່ລິດ ແລະ ນ້ຳມັນກາຊວນ ຂຶ້ນ 870 ກີບຕໍ່ລິດ ເລີ່ມປະຕິບັດເວລາ 6:00 ໂມງເຊົ້າຂອງວັນທີ 28 ມັງກອນ 2022 ນີ້.
