ເຈົ້າໜ້າທີ່ ປກສ ເມືອງຫາດຊາຍຟອງ ນະຄອນ ຫຼວງວຽງຈັນ ມ້າງຄະດີຍັກຍອກຊັບ, ສໍ້ ໂ ກ ງ ຊັ ບ ແລະ ຊຸກເຊື່ອງຄ້າຂາຍ ຊັ ບ ຜິ ດ ກົດໝາຍ ( ລົດໃຫຍ່ ) ຈັ ບ ຜູ້ ຖື ກ ຫ າໄດ້ 1 ຄົນ ກວດພົບລົດໃຫຍ່ຖືກ ຍັ ກ ຍ ອ ກ 40 ຄັນ, ສາມາດເ ກັ ບ ກູ້ລົດໃຫຍ່ ຄືນມາໄດ້ 23 ຄັນ.

ພັທ ທັດສະພົງ ຫວັນມະນີຈັນ ຮອງຫົວໜ້າກອງບັນຊາການ ປກສ ເມືອງຫາດຊາຍຟອງ ໄດ້ເປີດເຜີຍ ຄະດີດັ່ງກ່າວ ໃນວັນທີ 17 ມັງກອນ ນີ້ ໃຫ້ຮູ້ວ່າ: ເບື້ອງຕົ້ນ ເຈົ້າໜ້າທີ່ພະແນກຕຳຫຼວດ ປກສ ເມືອງຫາດຊາຍຟອງ ໄດ້ຮັບຄຳຮ້ອງຟ້ອງຈາກ ທ້າວ ວົງກົດ ອາຍຸ 29 ປີ ຢູ່ບ້ານດ່ານຊ້າງ ເມືອງໄຊທານີ ນວ ວ່າ ຖືກ ທ້າວ ທົງໄຊ ( ເບີດ ) ອາຍຸ 35 ປີ ຢູ່ບ້ານທ່ານາ ເມືອງຫາດຊາຍຟອງ ຍັ ກ ຍ ອ ກ ລົດຟໍຈູນເນີ ໝາຍເລກທະບຽນ 7777 ກຳ ແພງນະຄອນ.

ຜ່ານການຕິດຕາມເປົ້າໝາຍ,ມາວັນທີ 18 ທັນ ວາ ນີ້, ກໍສາມາດ ຈັ ບ ທ້າວ ທົງໄຊ ແລະ ທຳການສອບສວນ ຜູ້ກ່ຽວ ສາລະພາບວ່າ: ນັບແຕ່ເດືອນມີນາ 2021 ເປັນຕົ້ນມາ ໄດ້ເຄື່ອນໄຫວກໍ່ເຫດ ຍັ ກ ຍອກ, ສໍ້ ໂ ກ ງລົດໃຫຍ່ ຈຳນວນຫຼາຍສິບຄັນ ໂດຍໄດ້ໃຊ້ຮູບການວິທີການປະກາດໂຄສະນາຜ່ານທາງສື່ອອນລາຍ ຮັບເຊົ່າ ແລະ ຮັບຊວດຈຳລົດໃຫຍ່, ໂດຍໃຫ້ຄ່າເຊົ່າລາຄາສູງ ເມື່ອໄດ້ລົດມາ ກໍໄດ້ນຳໄປຂາຍຕໍ່. ເຊິ່ງໄດ້ເຄື່ອນໄຫວຮ່ວມກັບໝູ່ 2 ຄົນ ຊື່ ທ້າວ ລໍາເລີ ອາຍຸ 32 ປີ ຢູ່ບ້ານແກ້ວກູ່ ເມືອງແກ້ວອຸດົມ ແຂວງວຽງຈັນ ແລະ ນາງ ຈັນໄດ ອາຍຸ 31 ປີ ຢູ່ບ້ານທາງໂຄ້ງ ເມືອງປາກງື່ມ ນະ ຄອນຫຼວງວຽງຈັນ ( ຜົວເມຍ).

ປັດຈຸບັນ, ມີຜູ້ເສຍຫາຍເຂົ້າມາແຈ້ງຄວາມກັບເຈົ້າໜ້າທີ່ ປກສ ເມືອງຫາດຊາຍຟອງ ຈຳນວນ 21 ຄົນ, ຜົນເ ສ ຍ ຫ າ ຍ ມີລົດໃຫຍ່ 40 ຄັນ ຄື: ລົດກະບະໂຕໂຢຕ້າ 26 ຄັນ, ລົດເກັງໂຕໂຢຕ້າ 4 ຄັນ, ກະບະຟອດແຣງເຈີ 3 ຄັນ ແລະ ກະບະນິດສັນ 3 ຄັນ, ລົດເກັງຮຸນໄດ 2 ຄັັນ, ລົດເກັງເກຍ 1 ຄັນ ແລະ ກະບະຮຸນໄດ 1 ຄັນ.
ໃນນີ້, ຜູ້ຖືກຫາ ໄດ້ຮັບຊວດຈຳ ຈາກຜູ້ເ ສ ຍ ຫ າ ຍ ແລ້ວເອົາໄປຂາຍຕໍ່ ມີ 5 ຄັນ, ຮັບເຊົ່າ ໂດຍໃຫ້ຄ່າເຊົ່າສູງ ແລ້ວເອົາໄປຂາຍຕໍ່ 35 ຄັນ, ແຕ່ເກັບກູ້ມາໄດ້ແລ້ວ 23 ຄັນ ຄະດີດັ່ງກ່າວ, ເຈົ້າໜ້າທີ່ປກສ ເມືອງຫາດຊາຍຟອງ ພວມສອບສວນຂະຫຍາຍຜົນ ແລະ ສືບຕໍ່ຕິດຕາມຈັບພັກພວກທີ່ຮ່ວມຂະບວນການນຳກັນ ອີກ 2 ຄົນ ມາດຳເນີນຄະດີຕາມກົດໝາຍ.