Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ໂຮງຮຽນ 16 ແຫ່ງ ຢູ່ເມືອງເງິນ ໄດ້ຮັບປື້ມອ່ານເກືອບ 5.000 ຫົວ ຈາກໂຄງການ ດີບຸກບໍລິຈາກ

Posted on 14/01/202214/01/2022 By News

ແຫລ່ງຂ່າວຈາກ ເມືອງເງິນ ແຂວງໄຊຍະບູລີ ໃຫ້ຮູ້ວ່າ: ວັນທີ 10 ມັງກອນ 2022 ນີ້, ໂຄງການດີບຸກບໍລິຈາກ ໄດ້ມອບປຶ້ມອ່ານເກືອບ 5.000 ຫົວ ເຂົ້າຫ້ອງອ່ານຢູ່ໂຮງຮຽນ 16 ແຫ່ງທົ່ວເມືອງເງິນ ລວມມູນຄ່າ 124 ລ້ານກວ່າກີບ, ເຊິ່ງພິທີມອບ-ຮັບໄດ້ຈັດຂຶ້ນຢູ່ຫ້ອງການສຶກສາທິການ ແລະ ກິລາ ເມືອງເງິນ, ຕາງໜ້າມອບໂດຍ ທ່ານ ນາງ ບຸນຊ້ອນ ໄຊວຸດທິ ເຈົ້າຂອງຮ້ານປື້ມດີບຸກ.

ທ່ານ ນາງ ບຸນຊ້ອນ ໄຊວຸດທິ ໄດ້ໃຫ້ຮູ້ວ່າ: ໂຄງການດີບຸກບໍລິຈາກ ໄດ້ເປີດຮັບບໍລິຈາກປຶ້ມ ຢູ່ຮ້ານປຶ້ມດີບຸກ ບ້ານຕານມີໄຊ ເມືອງໄຊທານີ ນະຄອນຫລວງວຽງຈັນ ໂດຍເລີ່ມປະກາດຮັບບໍລິຈາກແຕ່ວັນທີ 17 ທັນວາ 2021 ເປັນຕົ້ນມາ, ເຊິ່ງປື້ມດັ່ງກ່າວ ແມ່ນປື້ມນິທານ ແລະ ປື້ມຄວາມຮູ້ທົ່ວໄປ ໂດຍໄດ້ຮັບຈາກບັນດາຜູ້ໃຈບຸນທັງຫລາຍ ເປັນຕົ້ນ ສຳນັກພິມດອກເກດ, ສະມາຄົມນໍ້າໃຈເດັກນ້ອຍລາວ, ມູນນິທິເຈືອງສົມບູນຂັນ ແລະ ພາກ ສ່ວນອື່ນໆ.

ໂອກາດນີ້, ທ່ານ ບຸນເລື່ອນ ບົວໄລ ຮອງເຈົ້າເມືອງໆເງິນ, ຜູ້ຊີ້ນຳວຽກງານຂົງເຂດວັດທະນະທຳ-ສັງຄົມຂັ້ນເມືອງ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ແລະ ຂອບອົກຂອບໃຈມາຍັງໂຄງການດີບຸກບໍລິຈາກ ແລະ ບັນດາທ່ານຜູ້ໃຈບຸນທັງຫລາຍ ທີ່ໄດ້ນຳເອົາປື້ມມາມອບໃຫ້ຫ້ອງອ່ານຂອງແຕ່ລະໂຮງຮຽນໃນຄັ້ງນີ້. ພ້ອມທັງຢືນຢັນວ່າຈະນຳເອົາປື້ມດັ່ງກ່າວໄປມອບໃຫ້ໂຮງຮຽນປະຖົມ, ມັດທະຍົມທີ່ຢູ່ຫ່າງໄກສອກລີກ ທີ່ຍັງຂາດເຂີນປື້ມອ່ານ ຢ່າງທົ່ວເຖິງ.

ຂ່າວ: ອິນແປງ ແຫວນຄຳ

ຂ່າວສານບ້ານເມືອງ

Post navigation

Previous Post: ສວຍໂອກາດໃຊ້ບໍລິການ ບໍລິສັດຂົນສົ່ງ ເພື່ອສົ່ງ ຢ າ ເ ສ ບ ຕ ິ ດ ໄປຕ່າງແຂວງ
Next Post: ລົດໄຟລາວ-ຈີນ ປັບປຸງໄລຍະຊື້ປີ້ ສາມາດຊື້ປີ້ລວມທັງມື້ເດີນທາງໄດ້ລ່ວງໜ້າ3ມື້

Related Posts

ສະກັດກວດຄົ້ນລົດວີໂກ້ເປົ້າໝາຍ ພົບເ ຮ ໂ ຣ ອ 70 ແທ່ງ ຂ່າວສານບ້ານເມືອງ
111 ປີ ເຈົ້າຊາຍແດງ-ປະທານ ສຸພານຸວົງ ຂ່າວສານບ້ານເມືອງ
ຂ່າວດີປັບລົງລາຄາຄ່າຜ່ານທາງ! ເສັ້ນທາງໂພນທອງຫາວັງເຕົ່າ ແລະເສັ້ນທາງໂພນທອງຫາເມືອງຈຳປາສັກ ໃຫມ່ ຂ່າວສານບ້ານເມືອງ
ທໍາລາຍສິນຄ້າ ຫ້ າ ມ ນໍ າ ເຂົ້າ 700 ກວ່າກິໂລກຣາມ ຂ່າວສານບ້ານເມືອງ
ຂ່າວດ່ວນ! ປະຊາຊົນພົບເຫັນ ສົບຟູນ້ຳ ເຂດຂົວເມືອງນ້ອຍ ຂ່າວສານບ້ານເມືອງ
ນາຍຕຳຫຼວດຂັ້ນສູງ 7 ທ່ານ ໄດ້ຮັບການເລື່ອນຊັ້ນ ພົນຕີ ແລະ ພົນຈັດຕະວາ ຂ່າວສານບ້ານເມືອງ

Copyright © 2022 All in LAOS.

Powered by PressBook Grid Blogs theme