ພັທ ເກດສະໜາ ພິຈິດ ຫົວໜ້າພະແນກຕໍາຫຼວດ ກອງບັນຊາການ ປກສ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ໄດ້ເປີດເຜີຍວ່າ: ໃນວັນທີ 10 ມັງກອນ 2022 ໄດ້ມີບໍລິສັດຂົນສົ່ງແຫ່ງໜຶ່ງຕັ້ງຢູ່ເຂດເມືອງຫາດຊາຍຟອງ ແຈ້ງວ່າ: ມີລູກຄ້າເອົາເຄື່ອງມາຝາກ ໄປນະຄອນປາກເຊ ແຂວງຈໍາປາສັກ ແຕ່ສະແດງພຶດຕິກໍາສົງໃສ ຈາກນັ້ນພະນັກງານຂອງບໍລິສັດຂົນສົ່ງ ຈິ່ງໄດ້ກວດກາວັດຖຸທີ່ຫຸ້ມຫໍ່ ພົບ ຢ າ ບ ຈໍານວນ 4000 ເ ມັ ດ ຈາກນັ້ນ ເຈົ້າໜ້າທີ່ຈິ່ງໄດ້ນໍາຢາບ້າຈໍານວນດັ່ງກ່າວມາຮັກສາໄວ້.

ພໍຮອດວັນທີ 11 ມັງກອນ 2022, ໄດ້ປະສານສົມທົບກັບ ເຈົ້າໜ້າທີ່ຕໍາຫຼວດ ນະຄອນປາກເຊ ແຂວງຈໍາປາສັກ ເພື່ອຊອກຫາຜູ້ທີ່ຈະມາຮັບເອົາເຄື່ອງ ຈາກນັ້ນຮອດເວລາ 13:00 ໂມງ ກໍສາມາດກັກຕົວເປົ້າໝາຍໄດ້ຄື: ທ້າວ ສຸກສາຄອນ ອາຍຸ 28 ປີ ຫວ່າງງານ ຢູ່ບ້ານຊົ້ງນ້ອຍ ນະຄອນປາກເຊ ຈາກນັ້ນໄດ້ຂະຫຍາຍຜົນຫາຜູ້ທີ່ຝາກ ຢ າ ບ ຮອດເວລາ 16:00 ໂມງ ຂອງວັນດຽວກັນ ເຈົ້າໜ້າທີ່ ພະແນກຕໍາຫຼວດ ກອງບັນຊາການ ປກສ ເມືອງຫາດຊາຍຟອງ ກໍໄດ້ເຂົ້າກັກຕົວ ທ້າວຄໍາໃບ ອາຍຸ 30 ປີ ຢູ່ບ້ານຊົ້ງນ້ອຍ ນະຄອນປາກເຊ ປັດຈຸບັນພັກເຊົາຢູ່ຫ້ອງແຖວແຫ່ງໜຶ່ງ ຕັ້ງຢູ່ບ້ານທ່າມ່ວງ ແລະ ກວດພົບຂອງ ກ າ ງ ຢ າ ບ ອີກ 2005 ເມັດ ລວມຂອງກາງຢາບ້າທັງໝົດ 6005 ເ ມັ ດ.

ປັດຈຸບັນ ເຈົ້າໜ້າທີ່ພວມເລັ່ງສືບສວນ-ສອບສວນ ຂະຫຍາຍຜົນຊອກຫາກຸ່ມແກ້ງທີ່ຮ່ວມຂະບວນການມາດໍາເນີນຄະດີຕາມລະບຽບກົດໝາຍ.
