Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ເຮັດໂຕມີພິລຸດ ຖືກເຈົ້າໜ້າທີ່ກວດຄົ້ນ ພົບ ຢ າ 18.000 ເ ມັ ດ

Posted on 12/01/202212/01/2022 By News

ວັນທີ 29 ທັນວາ ຜ່ານມາ, ເຈົ້າໜ້າທີ່ຕໍາຫຼວດໜ່ວຍສະເພາະກິດ ປະຈໍາຢູ່ຈຸດກວດກາ ຫຼັກກິໂລແມັດ ທີ 24 ລະຫວ່າງເສັ້ນທາງ ເມືອງໄຊ-ເມືອງນາໝໍ້ ແຂວງອຸດົມໄຊ ໄດ້ສະກັດຂໍກວດກາເອກະສານລົດເກັງ CAMRY ສີຂາວ ທະບຽນ ນຮ 8858 ກໍາແພງນະຄອນ ທີ່ຂັບຂີ່ມາແຕ່ທາງເມືອງໄຊ ແຕ່ຜູ້ຂັບຂີ່ມີພິລຸດສົງໄສ,ຈຶ່ງທໍາການກວດຄົ້ນລົດ ພົບເຫັນ ຢ າ ບ ້າ 9 ມັດ ເທົ່າກັບ 18.000 ເມັດ ຊຸກເຊື່ອງໄວ້ຢູ່ຝາກະໂປງດ້ານຫຼັງ ແລະ ພົບເຫັນ ປື ນ ສັ້ ນ 1 ກະບອກ ພ້ອມ ລູ ກ ປື ນ 2 ລູກ.

ຜ່ານການສອບສວນຂອງເຈົ້າໜ້າທີ່ ໃນເບື້ອງຕົ້ນ ໃຫ້ຮູ້ວ່າ: ຜູ້ຖືກຫາ ຊື່ ທ້າວ ເຍ່ຍຢ່າງ ອາຍຸ 26 ປີ ຢູ່ບ້ານທົ່ງນາມີ ເມືອງປາກກະດິງ ແຂວງບໍລິຄຳໄຊ ແລະ ທ້າວ ຝົງວື່ ອາຍຸ 21 ປີ ຢູ່ບ້ານຊົ່ງຈາ ເມືອງນ້ຳບາກ ແຂວງຫຼວງພະບາງ ທັງສອງ ສາລະພາບວ່າ: ຢ ຈໍານວນ 18.000 ເ ມັ ດ ແມ່ນຂອງພວກກ່ຽວແທ້,ເຊິ່ງໄດ້ມາຊື້ນຳຄົນຮູ້ຈັກ ເພື່ອຈະນໍາໄປຂາຍ ແຕ່ມາຖືກເຈົ້າໜ້າທີ່ ກວດກາພົບເຫັນ ແລະ ຈັບ ຕົວກ່ອນ.

ສ່ວນປືນສັ້ນ ຍີ່ຫໍ້ COLT MK IV ຈໍານວນ 1 ກະບອກ ພ້ອມລູກປືນ 2 ລູກ ແລະ ທ້າວ ເຍ່ຍຢ່າງ ໄດ້ໃຫ້ການວ່າ ໄດ້ຊື້ທາງອອນລາຍ ນໍາຄົນບໍ່ຮູ້ຊື່ ແລະ ບໍ່ໃບອະນຸຍາດນໍາໃຊ້ປືນດັ່ງກ່າວ.

ປັດຈຸບັນ.ຄະດີດັ່ງກ່າວ, ເຈົ້າໜ້າທີ່ພະແນກຕໍາຫຼວດສະກັດກັ້ນ ແລະ ຕ້ າ ນ ຢ າ ເ ສ ບ ຕິ ດ ປກສ ແຂວງອຸດົມໄຊ ພວມສືບຕໍ່ດໍາເນີນການສອບສວນຂະຫຍາຍຜົນ ເພື່ອ ຈັ ບ ຕົວຜູ້ທີ່ມີສ່ວນຮ່ວມໃນການຊື້ຂາຍ ຢ ນຳກັນ ມາດໍາເນີນ ຄະດີຕາມກົດໝາຍ.

ທີ່ມາ: ປກສ ແຂວງອຸດົມໄຊ

ຂ່າວສານບ້ານເມືອງ

Post navigation

Previous Post: ປ່ວງຢາຈັບພ້າໄລ່ຟັນຄົນ ເຈົ້າໜ້າທີ່ຍິງປືນຂູ່ແຕ່ລູກກະເດັນຖືກດັບຄາທີ່
Next Post: ພະນັກງານ ແລະ ປະຊາຊົນ ຮ່ວມກັນອະນາໄມ-ທາສີແຄມຂັ້ນໄດຂຶ້ນແຫຼ່ງທ່ອງທ່ຽວຖໍ້າຕິ່ງ

Related Posts

ເປີດທາມລາຍ! ຜູ້ທີ່ຕິດເຊື້ອຢູ່ແຂວງວຽງຈັນ ມື້ນີ້​ 1 ຄົນ ຂ່າວສານບ້ານເມືອງ
ມອບ – ຮັບໜ້າທີ່ ເຈົ້າແຂວງໆຫຼວງນໍ້າທາ ລະຫວ່າງ ຜູ້ເກົ່າ ແລະ ຜູ້ໃໝ່ ຂ່າວສານບ້ານເມືອງ
ຂໍລາຍງານ! ລາວເຮົາຍັງບໍ່ພົບຜູ້ຕິດເຊື້ອໂຄວິດເພີ່ມ ສ່ວນຜູ້ຕິດເຊື້ອເກົ່າທັງ 4ກໍລະນີ ຍັງສືບຕໍ່ປິ່ນປົວຢູ່ໂຮງໝໍ ຂ່າວສານບ້ານເມືອງ
ເຂດເລືອກຕັ້ງທີ 18 ແຂວງໄຊສົມບູນ ມີຈຳນວນຜູ້ສະໝັກ 09 ທ່ານ, ເລືອກເອົາ 06 ທ່ານ ຂ່າວສານບ້ານເມືອງ
ຄົ້ນພົບແຫຼ່ງຜະລິດເຄື່ອງມືຍຸກຫີນ ອາຍຸ 6.000 ປີ ຂ່າວສານບ້ານເມືອງ
ຂ່າວໂຄວິດລາຍງານການຕິດເຊື້ອມີນີ້ເພີ່ມ 530ຄົນ ຂ່າວສານບ້ານເມືອງ

Copyright © 2023 All in LAOS.

Powered by PressBook Grid Blogs theme