Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ການກວດໂຄວິດແບບໄວແລ້ວ ຂຶ້ນຂີດດຽວ ບໍ່ໄດ້ໝາຍຄວາມວ່າ ບໍ່ຕິດເຊື້ອ

Posted on 11/01/202211/01/2022 By News

ທ່ານ ສີສະຫວາດ ສຸທານີລະໄຊ ຮອງຫົວໜ້າກົມຄອບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ ຖະແຫຼງຂ່າວ ກ່ຽວກັບສະພາບໂຄວິດ 19 ປະາວັນທີ 11 ມັງກອນ 2022 ວ່າ ປັດຈຸບັນ ຫຼາຍທ່ານ ຊື້ຊຸດເຄື່ອງກວດແບບໄວ ມາກວດດ້ວຍຕົວເອງ, ການກວດດ້ວຍຊຸດເຄື່ອງກວດແບບໄວດ້ວຍຕົນເອງນັ້ນ ຊຸດເຄື່ອງກວດດັ່ງກ່າວ ຕ້ອງໄດ້ຖືກຮັບຮອງຈາກກະຊວງສາທາລະນະສຸກ.

ການອ່ານຜົນກວດດ້ວຍຄວາມລະມັດລະວັງ ເພາະ ມີຫຼາຍທ່ານ ເຂົ້າໃຈຜິດວ່າ ຜົນກວດບໍ່ຂຶ້ນ 2 ຂີດ ຖືວ່າເປັນລົບ ແລະ ບໍ່ຕິດເຊື້ອ. ຂ້າພະເຈົ້າ ຂໍອະທິບາຍໃຫ້ບັນດາທ່ານຊາບວ່າ ຜົນກວດເປັນລົບ ບໍ່ໄດ້ໝາຍຄວາມວ່າ ບໍ່ຕິດເຊື້ອ ແຕ່ອາດເປັນຍ້ອນ ປະລິມານເຊື້ອຍັງໜ້ອຍ,

ສະນັ້ນ ການກວດດ້ວຍຊຸດເຄື່ອງກວດແບບໄວ ແມ່ນຍັງບໍ່ພຽງພໍ ແຕ່ຖ້າຕິດເຊື້ອແທ້ ປະລິມານເຊື້ອຈະຫຼາຍຂຶ້ນ ພາຍຫຼັງ 2-3 ວັນ ສະນັ້ນ ຈຶ່ງຄວນກວດຫາເຊື້ອຄືນອີກເທື່ອໜຶ່ງ.

ສຳລັບຄົນທີ່ມີອາການ ເຊັ່ນ: ໄຂ້, ໄອ, ນ້ຳມູກຍ້ອຍ ຖ້າກວດດ້ວຍຊຸດກວດແບບໄວ ແລ້ວຜົນກວດເປັນບວກ ແປວ່າ ທ່ານຕິດເຊື້ອ ແລະ ຄວນແຍກໂຕເອງອອກຈາກຄົນໃນຄອບຄົວ ແລະ ຄົນອ້ອມຂ້າງທັນທີ ເພື່ອປ້ອງກັນການແຜ່ເຊື້ອໄປສູ່ອ້ອມຂ້າງ.

ຂ່າວສານບ້ານເມືອງ

Post navigation

Previous Post: ກອງບັນຊາການປ້ອງກັນເຄື່ອນທີ່ ປິດຊຸດຮຽນວິຊາສະເພາະ ປກສ ຊັ້ນຕົ້ນ ຮຸ່ນທີ XI
Next Post: ກອງປະຊຸມເຜີຍແຜ່ປື້ມຄູ່ມື ການຕິດຕາມກວດກາການດໍາເນີນຄະດີເດັກ

Related Posts

Update Covid-19 ເວລາ 10:52 ວັນທີ 12 ກຸມພາ 2020 ເສຍຊີວິດ 1.115 ຄົນ, ຕິດເຊື້ອ 45.182, ປົວດີ 4.820 ຂ່າວສານບ້ານເມືອງ
ບຸນເດືອນ 3 ເພັງ ບຸນເຂົ້າຈີ່ ບຸນເດືອນທີ່ສາມຂອງຮີດ 12 ຂອງລາວ ຂ່າວສານບ້ານເມືອງ
ຄະນະນໍາແຂວງຈໍາປາສັກ ຊ່ວຍເຫຼືອປະຊາຊົນທີ່ຖືກຜົນກະທົບຈາກໄພພິບັດ ຂ່າວສານບ້ານເມືອງ
ກົມສ່ວຍສາອາກອນ ສືບຕໍ່ເຜີຍແຜ່ 4 ກົດໝາຍໃຫ້ຫົວໜ່ວຍທຸລະກິດແຂວງສະຫວັນນະເຂດ-ແຂວງຄຳມ່ວນ ຂ່າວສານບ້ານເມືອງ
ພະແນກຍຸຕິທຳແຂວງອັດຕະປືມອບວັດຖຸ ແລະ ພາຫະນະ ເຂົ້າເປັນຊັບສິນຂອງລັດ ຂ່າວສານບ້ານເມືອງ
ປະສາດຫຼອນຍ້ອນ ເ ສ ບ ຢ າ ເ ສ ບ ຕ ິ ດ ແລ້ວ ຕີ ບິດາ ໄດ້ຮັບບາດເຈັບສົມຄວນ ຂ່າວສານບ້ານເມືອງ

Copyright © 2022 All in LAOS.

Powered by PressBook Grid Blogs theme