Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ພັນລະຍາ ປະທານປະເທດ ພ້ອມດ້ວຍຄອບຄົວການນຳຢ້ຽມຢາມທະຫານຊາຍແດນ ທີ່ເມືອງມຸນລະປາໂມກ

Posted on 11/01/202211/01/2022 By News

ວັນທີ 9 ມັງກອນ 2022 ທ່ານ ນາງ ນາລີ ສີສຸລິດ ພັນລະຍາ ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດແຫ່ງ ສປປ ລາວ, ພ້ອມດ້ວຍ ບັນດາຄອບຄົວການນຳທີ່ມາຈາກສູນກາງ, ໄດ້ເຄື່ອນໄຫວຢ້ຽມຢາມ ອວຍພອນອ້າຍນ້ອງ ນາຍ ແລະ ພົນທະຫານ ທີ່ຄ້າຍ ກອງ ພັນທະຫານລາບທີ 24, ກອງຮ້ອຍທະຫານຊາຍແດນ 529 ທີ່ ເຂດເມືອງມຸນລະປາໂມກ ແຂວງຈຳປາສັກ.

ໃນໂອກາດຊົມເຊີຍຕໍ່ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 73 ປີ, ໂດຍ ມີ ທ່ານ ວິໄລວົງ ບຸດດາຄໍາ ເຈົ້າແຂວງຈຳປາສັກ, ປະທານກຳມະການ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບແຂວງ, ພົຈວ. ສຸໄກ ພິມມະສານ ຫົວໜ້າກອງບັນຊາການທະຫານແຂວງ, ມີ ຄະນະສະມາຄົມ ຄອບຄົວການນຳທີ່ມາຈາກສູນກາງ, ການນຳຂອງແຂວງ ແລະ ເມືອງ ເຂົ້າຮ່ວມ.

ການມາຢ້ຽມຢາມ ຄະນະພັກ-ຄະນະບັນຊາ, ນາຍ ແລະ ພົນທະຫານກອງພັນທະຫານລາບທີ 24, ກ້ອງຮ້ອຍທະຫານຊາຍແດນ 529 ເທື່ອນີ້, ກໍຄືໃນນາມສະມາຄົມ ຄອບຄົວການນຳຂັ້ນສູງ ແມ່ນໄດ້ນຳເອົາຄວາມອົບອຸ່ນຮັກແພງຢ່າງຈິງໃຈ ເພື່ອອວຍພອນ ໃນໂອກາດຊົມເຊີຍຕໍ່ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 73 ປີ (20 ມັງກອນ 1949 ຫາ 20 ມັງກອນ 2022) ທີ່ຈະມາເຖິງນີ້, ຕະຫລອດໄລຍະເວລາ 73 ປີ ຜ່ານມາແຫ່ງການສ້າງຕັ້ງກອງທັບປະຊາຊົນລາວ ວິລະຊົນ ຜູ້ທີ່ປະຕິ ບັດໜ້າທີ່ເປັນກຳລັງຫລັກແຫລ່ງ, ເປັນກຳລັງແຮງໃນການປົກປັກຮັກສາ, ສ້າງສາພັດທະນາປະເທດຊາດ ໃຫ້ມີສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ແລະ ວັດທະນາຖາວອນ ຕະຫລອດໄລຍະ 46 ປີຜ່ານມາ. ຊຶ່ງຜົນງານທີ່ຍາດມາໄດ້ ຈະເປັນກໍາລັງແຮງອັນມະຫາສານ ເຮັດໃຫ້ເສັ້ນທາງກ້າວເດີນຂອງປະເທດຊາດເຮົາ ສືບຕໍ່ສ້າງສາລະບອບປະຊາທິປະໄຕ ປະຊາຊົນ ຢ່າງໜັກແໜ້ນ, ເພື່ອຄວາມສົມບູນພູນສຸກຂອງປະຊາຊົນລາວບັນດາເຜົ່າ, ສືບຕໍ່ພັດທະນາເສດຖະກິດ-ສັງຄົມ ຕາມຈຸດໝາຍ ກໍຄືອຸດົມການຂອງພັກ ຄື ເຮັດໃຫ້ປະເທດຊາດມັ່ງຄັ່ງເຂັ້ມແຂງ, ປະຊາຊົນຮັ່ງມີຜາສຸກ, ສັງຄົມສາມັກຄີປອງດອງ ປະຊາທິປະໄຕ, ຍຸຕິທໍາ ແລະ ສີວິໄລ ປະກົດຜົນເປັນຈິງ.

ໂອກາດຢ້ຽມຢາມເທື່ອນີ້, ຄະນະດັ່ງກ່າວໄດ້ນຳເອົາປັດໄຈເປັນເງິນສົດ, ເຂົ້າສານ, ເຄື່ອງໃຊ້ທີ່ຈຳເປັນ ເພື່ອມອບໃຫ້ນາຍ ແລະ ພົນທະຫານກອງພັນທະຫານລາບທີ 24, ກ້ອງຮ້ອຍທະຫານຊາຍແດນ 529, ພ້ອມທັງໄດ້ປ່ອຍລູກປາ ລົງໜອງນ້ຳທຳມະຊາດໃນເຂດດັ່ງກ່າວ ເພື່ອຄວາມອຸດົມສົມດູນ ນຳອີກ.

ຂ່າວ-ພາບ: ທັດຊະນະ

ຂ່າວສານບ້ານເມືອງ

Post navigation

Previous Post: ປະຊາຊົນບ້ານນາຮັງນ້ອຍ ເມືອງອາດສະພອນສາມັກຄີກັນ ສ້າງທາງເບຕົງ ເຂົ້າຫາບ້ານ
Next Post: ຕິດໃໝ່ 999 ເສຍຊີວິດ 9

Related Posts

ນໍ້າຊອງ ວັງວຽງໄຫຼນອງ ຂໍໃຫ້ລະວັງ ຂ່າວສານບ້ານເມືອງ
ກົມພິພິຕະພັນ ໄກສອນ ພົມວິຫານ ລົງມາເຄື່ອນໄຫວວຽກງານທີ່ເມືອງຍົມມະລາດແຂວງຄຳມ່ວນ ຂ່າວສານບ້ານເມືອງ
ບ້ານແດງເມືອງໂພນໂຮງແຂວງວຽງຈັນ ຂ່າວສານບ້ານເມືອງ
ເລັ່ງຂະຫຍາຍສູນຈຳກັດບໍລິເວນ ແລະ ໂຮງໝໍ ພາກສະໜາມ ເນື່ອງຈາກແຮງງານ ແລະ ຜູ້ຕິດເຊື້ອ ໂ ຄ ວິ ດ ເພີ່ມຂຶ້ນ ຂ່າວສານບ້ານເມືອງ
ອ່ານດ່ວນ! ປກສ ແຂວງສະຫວັນນະເຂດ ເພີ່ມມາດຕະການ ປ້ອງກັນ ໂຄວິດ-19 ຂ່າວສານບ້ານເມືອງ
ທະຫານແຂວງສະຫວັນນະເຂດມອບ ຂ ອງ ກ າງ ຢ ບ 9 ແສນກວ່າ ເ ມັ ດໃຫ້ກອງບັນຊາການ ປກສ ແຂວງ  ຂ່າວສານບ້ານເມືອງ

Copyright © 2023 All in LAOS.

Powered by PressBook Grid Blogs theme