Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ປະຊາຊົນບ້ານນາຮັງນ້ອຍ ເມືອງອາດສະພອນສາມັກຄີກັນ ສ້າງທາງເບຕົງ ເຂົ້າຫາບ້ານ

Posted on 10/01/202210/01/2022 By News

ແຫລ່ງຂ່າວຈາກ ເມືອງອາດສະພອນ ແຂວງສະຫວັນນະເຂດ ໃຫ້ຮູ້ວ່າ: ເມື່ອບໍ່ດົນມານີ້, ທ່ານ ສີວິໄລ ສີທຳມະວັນ ຮອງເຈົ້າເມືອງອາດສະພອນ ແລະ ທ່ານ ແຫວນທອງ ສິງທຳມະວົງ ປະທານສະຫະພັນກຳມະບານເມືອງ ລົງຕິດຕາມ ແລະ ຊຸກຍູ້ການກໍ່ສ້າງເສັ້ນທາງເບຕົງເສີມເຫລັກ ຂອງປະຊາຊົນບ້ານນາຮັງນ້ອຍ ພາຍຫລັງເລີ່ມລົງມືກໍ່ສ້າງແຕ່ວັນທີ 3 ມັງກອນ 2022, ເຊິ່ງໄລຍະທຳອິດເລີ່ມແຕ່ສາມແຍກທາງເຂົ້າບ້ານຫາແຍກທາງເຂົ້າວັດ ມີຄວາມຍາວ 250 ແມັດ, ກວ້າງ 5 ແມັດ, ໜາ 15 ຊັງຕີແມັດ ຄາດວ່າຈະນຳໃຊ້ງົບປະມານ ໄລຍະທຳອິດ 35 ລ້ານກີບ ໂດນນຳໃຊ້ເງິນກອງທຶນບ້ານ ສົມ ທົບກັບການປະກອບສ່ວນຂອງ ພໍ່ແມ່ປະຊາຊົນພາຍໃນບ້ານນາຮັງນ້ອຍ ແລະ ພາກສ່ວນຕ່າງໆໃນສັງຄົມ.

อาจเป็นรูปภาพของ 5 คน, กลางแจ้ง และ ต้นไม้

ທ່ານ ບຸນຫລົບ ວົງຫາຈັກ ນາຍບ້ານນາຮັງນ້ອຍ ໄດ້ໃຫ້ຮູ້ວ່າ: ການສ້າງເສັ້ນທາງ ໃນຄັ້ງນີ້, ໄດ້ຕົກລົງເຫັນດີເປັນເອກະພາບກັນ ໃນການສ້າງສາພັດທະນາບ້ານຂອງຕົນໃຫ້ມີໃບໜ້າອັນໃໝ່ ໂດຍສະເພາະແມ່ນການສ້າງພື້ນຖານໂຄງລ່າງ ຖະໜົນຫົນທາງພາຍໃນບ້ານ ໃຫ້ມີຄວາມສະດວກສະບາຍ ແລະ ມີຄວາມຮັບປະກັນດ້ານຄຸນນະພາບ, ເຊິ່ງແຮງງານທີ່ປະກອບສ່ວນເຂົ້າໃນການກໍ່ສ້າງ ແມ່ນແຮງງານຂອງພໍ່ແມ່ປະຊາຊົນ ພາຍໃນບ້ານ ທັງໝົດ ໄດ້ຜັດປ່ຽນກັນເຮັດໃນແຕ່ລະວັນ, ວັນໜຶ່ງປະມານ 30 ກ່ວາຄົນ ໂດຍມີການປະສານສົມທົບກັບການນຳຂອງເມືອງ ແລະ ຫ້ອງການ ຍທຂ ເມືອງ ລົງຕິດຕາມຢ່າງໃກ້ສິດຕິດແທດໃນດ້ານວິຊາການເປັນຫລັກ.

อาจเป็นรูปภาพของ 8 คน, กลางแจ้ง และ ต้นไม้

.

อาจเป็นรูปภาพของ 9 คน, ผู้คนกำลังยืน และ กลางแจ้ง

ຂ່າວ: ຖວທ ເມືອງອາດສະພອນ

ຂ່າວສານບ້ານເມືອງ

Post navigation

Previous Post: ເຫດລົດໃຫຍ່ເສຍຫຼັກຕຳປ້ອມຕຳຫຼວດ
Next Post: ພັນລະຍາ ປະທານປະເທດ ພ້ອມດ້ວຍຄອບຄົວການນຳຢ້ຽມຢາມທະຫານຊາຍແດນ ທີ່ເມືອງມຸນລະປາໂມກ

Related Posts

ຮວບໄວລຸ້ນ ຢ າ ເ ສ ບ ຕ ິ ດ ຢູ່ຫນອງພະຍາ ຂ່າວສານບ້ານເມືອງ
ບອກຕໍ່ແດ່! ພາຍຸໝຸນເຂດຮ້ອນ ດີເປຼຊັນ ກຳລັງພັດເຂົ້າມາລາວເຮົາ ຂ່າວສານບ້ານເມືອງ
ນາທີລະທຶກໃຈ! ຊ່ວຍກັນຍູ້ລົດຂຶ້ນຈາກນໍ້າ ທີ່ທ່າໂທມ ຂ່າວສານບ້ານເມືອງ
ຄວາມອົດທົນພະຍາຍາມຄືບໍ່ເກີດຂອງຄວາມສໍາເລັດ ຂ່າວສານບ້ານເມືອງ
ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ພົບປະໂອ້ລົມ ຄະນະພັກ,ອົງການປົກ ຄອງແຂວງຈຳປາສັກ. ຂ່າວສານບ້ານເມືອງ
ແຈ້ງການຜູ້ຕິດເຊື້ອຢູ່ຫລວງພະບາງ ຕ້ອງໄດ້ຮັບຜິດຊອບຄ່າອາຫານແລະທີ່ພັກເອງ ຂ່າວສານບ້ານເມືອງ

Copyright © 2023 All in LAOS.

Powered by PressBook Grid Blogs theme