ວັນທີ 3 ມັງກອນ 2022, ໄດ້ມີເຫດການ ຜົວ ຄ າ ດ ຕ ະ ກຳ ເມຍ, ເຫດສະເ ທື ອ ນ ຂ ວັ ນ ນີ້ ເກີດຂຶ້ນ ທີ່ບ້ານພະຍາຫຼວງຄຳປິງໃຕ້ ເມືອງລອງ ແຂວງຫຼວງນໍ້າທາ.
ເຈົ້າໜ້າທີ່ ປກສ ແຂວງຫຼວງນ້ຳທາ ເປີດເຜີຍ ໃຫ້ຮູ້ວ່າ:ຄາດຕະກອນ ຊື່ ທ້າວ ມືໂກະ ອາຍຸ 41 ປີ ຢູ່ບ້ານພະຍາຫຼວງຄຳປິງໃຕ້ ເມືອງ ລອງ, ສ່ວນຜູ້ ເ ສ ຍ ຊີ ວິ ດ ຊື່ ນາງ ຢາເຕີ ອາຍຸ 48 ປີ ( ເມຍ ).

ຈາກການສອບສວນເບື້ອງຕົ້ນ ເຫດການມີຢູ່ວ່າ: ໃນມື້ເຫດ, ທ້າວ ມືໂກະ ໄດ້ພາເມຍໄປກິນເຂົ້າຢູ່ເຮືອນລູກຊາຍ.ຫຼັງຈາກທັງສອງຄົນ ກັບມາຮອດເຮືອນ, ຜູ້ເປັນຜົວ ກໍມີອາການໂມໂຫໃຫ້ເມຍ.ຈາກນັ້ນ, ຜູ້ກ່ຽວ ໄດ້ເອົາ ມີ ດ ຕັ ດ ແ ທ ງ ເມຍ ຈົນ ເ ສ ຍ ຊີ ວິ ດ ສ່ວນປະຫວັດຂອງຜູ້ຖືກຫາ ແມ່ນມີເຄື່ອນໄຫວເສບຢາເສບຕິດ ມາຫຼາຍປີແລ້ວ.

ເຈົ້າໜ້າທີ່ ສັນນິຖານໃນເບື້ອງຕົ້ນ ອາດຈະເກີດຈາກການ ເ ສ ບ ຢ າ ບ້ າ ຫຼາຍ ຈົນປ ະ ສ າ ດ ຫຼ ອ ນ ພາໃຫ້ກໍ່ເຫດດັ່ງກ່າວ. ຄະດີດັ່ງກ່າວນີ້,ເຈົ້າໜ້າທີ່ ປກສ ແຂວງຫຼວງນ້ຳທາ ຈະສືບຕໍ່ສືບສວນ-ສອບສວນຜູ້ຖືກຫາຢ່າງລະອຽດຕື່ມອີກ ເພື່ອຫາສາເຫດ ແລະ ແຮງຈູງໃຈ ໃນການກໍ່ເຫດ ຄ າ ດ ຕ ະ ກຳ ເ ມ ຍ.