Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ສະໜາມບິນສາກົນບໍ່ແກ້ວ ຄາດວ່າຈະເປີດນໍາໃຊ້ຢ່າງເປັນທາງການໃນເດືອນມີນາ ປີນີ້

Posted on 05/01/202205/01/2022 By News

ມາຮອດປັດຈຸບັນ ການກໍ່ສ້າງສະໜາມບິນສາກົນບໍ່ແກ້ວ ໃກ້ຈະສໍາເລັດແລ້ວ ຄາດວ່າຈະເປີດນໍາໃຊ້ຢ່າງເປັນທາງການໃນເດືອນມີນາ 2022 ນີ້ ເຊີ່ງຈະກາຍເປັນທ່າແຮງສໍາຄັນໃນການດຶງດູກນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ເຂົ້າໄປທ່ອງທ່ຽວພາຍໃນ ແຂວງບໍ່ແກ້ວ ນັບມື້ເພີ່ມຂຶ້ນ.

ທ່ານ ຄໍາພະຍາ ພົມປັນຍາ, ຮອງເຈົ້າແຂວງບໍ່ແກ້ວ ໃຫ້ສໍາພາດຜ່ານລາຍການຮອບບ້ານຜ່ານເມືອງຂອງວິທະຍຸກະຈາຍສຽງແຫ່ງຊາດລາວ ໃນວັນທີ 31 ທັນວາ 2021 ຜ່ານມາ ວ່າ: ພາຍຫລັງລົງມືກໍ່ສ້າງມາໄດ້ 2 ປີ ມາຮອດປັດຈຸບັນ ການກໍ່ສ້າງສະໜາມບິນສາກົນດັ່ງກ່າວ ມີຄວາມຄືບໜ້າເກືອບຮ້ອຍສ່ວນ ໂດຍໄດ້ມີການທົດສອບໃຫ້ເຮືອ ບິນຂຶ້ນ-ລົງ, ລວມເຖີງທົດສອບລະບົບການສື່ສານ ແລະ ສິ່ງອຳນວຍຄວາມສະດວກຕ່າງໆ ຢູ່ໃນສະໜາມບິນແລ້ວ. ສ່ວນວຽກທີ່ພວມສຸມໃສ່ຈັດຕັ້ງປະຕິບັດໃນປັດຈຸບັນແມ່ນການກໍ່ສ້າງອາຄານຜູ້ໂດຍສານ ຄາດວ່າຈະສໍາເລັດໃນໄວໆ ນີ້ ເພື່ອໃຫ້ທັນເປີດນໍາໃຊ້ຢ່າງເປັນທາງການໃນ ເດືອນມີນາ 2022 ນີ້. ເມື່ອສະໜາມບິນແຫ່ງນີ້ກໍ່ສ້າງສໍາເລັດ ແລະ ເປີດນໍາໃຊ້ຢ່າງເປັນທາງການ ຈະເຮັດໃຫ້ການເດີນທາງໄປ ແຂວງບໍ່ແກ້ວ ມີຄວາມສະດວກສະບາຍກວ່າເກົ່າ ແລະ ຈະປະກອບສ່ວນສໍາຄັນໃນການດຶງດູດນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດເຂົ້າໄປທ່ອງທ່ຽວພາຍໃນ ແຂວງບໍ່ແກ້ວ ນັບມື້ເພີ່ມຂຶ້ນໃນຕໍ່ໜ້າ.

ສໍາລັບສະໜາມບິນສາກົນ ບໍ່ແກ້ວ ຕັ້ງຢູ່ ບ້ານສີເມືອງງານ, ເມືອງ ຕົ້ນເຜີ້ງ ຫ່າງໄກຈາກເຂດເສດຖະກິດພິເສດສາມຫຼ່ຽມຄຳ ປະມານ 5 ກິໂລ ແມັດ, ເຊີ່ງອ້ອມຮອບໄປດ້ວຍພູຜ່າປ່າໄມ້ ແລະ ແມ່ນ້ຳຂອງ, ມີທິວທັດທີ່ສວຍສົດງົດງາມ. ສໍາລັບພິທີສຸດຖອດທາງສາສະໜາ ແລະ ທົດລອງບິນຄັ້ງທຳອິດຈັດຂຶ້ນໃນວັນທີ 22 ທັນວາ 2021 ຜ່ານມານີ້.

.

.

ຂ່າວ: ມົດແດງນ້ອຍ

ພາບ: ເຂດເສດຖະກິດພິເສດສາມຫຼ່ຽມຄຳ

ຂ່າວສານບ້ານເມືອງ

Post navigation

Previous Post: ເປັນແບບບໍ່ຮູ້ໂຕຈາກໄປຍ້ອນໂຄວິດຢູ່ເຮືອນ
Next Post: ສະພາບອາກາດມື້ນີ້ອາກາດຍັງຈະໜາວເຢັນພ້ອມມີໝອກໜາປົກຫຸ້ມ

Related Posts

ຕັ້ງດ່ານກວດກາພາຫະນະ ກວດພົບຜູ້ຂັບຂີ່ມີຢ າ ເ ສ ບ ຕິ ດ 3 ຄົນ  ຂ່າວສານບ້ານເມືອງ
ໜັງສືແຈ້ງ ການສະໜອງຂໍ້ມູນຄ່າບໍລິການຊຳລະຂີ້ເຫຍື້ອເຂົ້າໃນລະບົບໃໝ່ ຢູ່ນະຄອນຫຼວງພະບາງ ຂ່າວສານບ້ານເມືອງ
ຄະນະຜູ້ແທນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດຊຸດທີ IX ຢ້ຽມຢາມ ແລະ ທົດລອງຂີ່ລົດໄຟຂະບວນລ້ານຊ້າງ ຂ່າວສານບ້ານເມືອງ
ຫາຍຫ່ວງເດີ້! ລັດຖະບານ ຍີ່ປຸ່ນ ມອບວັກຊິນປ້ອງກັນພະຍາດໂ ຄ ວິ ດ ໃຫ້ ລາວ 616.820 ຫຼອດ ຂ່າວສານບ້ານເມືອງ
5 ປີ ຜ່ານມາສາມາດມ້າງຄະດີຢາເສບຕິດໄດ້ 13.735 ເລື່ອງ, ຈັບຜູ້ຖືກຫາໄດ້ 20.221 ຄົນ ຢຶດຢາເສບຕິດປະເພດຕ່າງໆໄດ້ຫຼາຍໂຕນ ຂ່າວສານບ້ານເມືອງ
ຍ້ອນ​ຄວາມ​ຫຶງ​ຫວງ ເຖິງ​ຂັ້ນ​ຈະ​ຂ້າ​ກັນ​ໃຫ້​ຕາຍ ຂ່າວສານບ້ານເມືອງ

Copyright © 2023 All in LAOS.

Powered by PressBook Grid Blogs theme