Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ດ່ານສາກົນຂົວມິດຕະພາບລາວ-ໄທກຽມພ້ອມບໍລິການຮັບນັກທ່ອງທ່ຽວເຂົ້າມາລາວ

Posted on 29/12/202129/12/2021 By News

ພາຍຫຼັງທີ່ລັດຖະບານໄດ້ມີຖະແຫຼງການເປີດຮັບນັກທ່ອງທ່ຽວຕ່າງປະເທດເຂົ້າມາທ່ອງທ່ຽວປະເທດລາວເຮົານັບແຕ່ຕົ້ນປີ 2022 ເປັນຕົ້ນໄປໃນໄລຍະທີ່ຍັງມີການລະ ບາດຂອງໂຄວິດພາກສ່ວນກ່ຽວຂ້ອງທັງພາກລັດ ແລະ ພາກທຸລະກິດໄດ້ມີການກະກຽມຄວາມພ້ອມດ້ານຕ່າງໆໃນວຽກທີ່ຕົນເອງຮັບຜິດຊອບໃນນັ້ນກໍມີພາກສ່ວນດ່ານສາກົນຂົວມິດຕະພາບລາວ-ໄທແຫ່ງທີ 1 ນະຄອນຫຼວງວຽງຈັນ (ນວ).

ທ່ານ ພັນໂທ ກິດ່ອນ ກິວົງໄຊ ຮອງຫົວໜ້າຄະນະຄຸ້ມ ຄອງດ່ານ ຫົວໜ້າດ່ານ ຕມ ສາກົນຂົວມິດຕະພາບລາວ-ໄທແຫ່ງທີ 1 ນວ ໄດ້ໃຫ້ສຳພາດວັນທີ 27 ທັນວາ 2021 ວ່າ:

ການກະກຽມເປີດດ່ານເພື່ອຕ້ອນຮັບນັກທ່ອງ ທ່ຽວເຂົ້າມາປະເທດລາວໂດຍຜ່ານດ່ານສາກົນແຫ່ງນີ້ຕາມແຜນການເປີດຂອງລັດ ຖະບານຕົ້ນປີ 2022 ເປັນຕົ້ນໄປ ເຊິ່ງການກຽມຄວາມພ້ອມຂອງດ່ານ 2 ແຫ່ງຄື: ດ່ານສະບິນສາກົນວັດໄຕ ແລະ ດ່ານສາກົນຂົວມິດຕະພາບລາວ-ໄທແຫ່ງທີ 1 ການອະນຸຍາດໃຫ້ນັກທ່ອງທ່ຽວເຂົ້າມາມີ 3 ໄລຍະ ສະນັ້ນເພື່ອຮອງຮັບນັກທ່ອງທ່ຽວຕ່າງປະເທດທີ່ຈະເດີນທາງເຂົ້າມາປະເທດເຮົາ ໂດຍຜ່ານດ່ານສາກົນແຫ່ງນີ້ ປັດຈຸບັນພວກເຮົາໄດ້ກະກຽມຄວາມພ້ອມຮອບດ້ານເຊັ່ນ:ດ້ານປ້ອງກັນຄວາມສະຫງົບ ດ້ານບຸກຄະລາກອນ ແລະ ດ້ານການບໍລິການ ຕມ ພາສີ ສາທາ ອຸປະກອນປ້ອງກັນໂຄວິດ ມີຈຸດຄັດກອງຢູ່ທາງດ້ານ ໜ້າດ່ານ ແລະ ອື່ນໆ ເຊິ່ງປັດຈຸບັນດ່ານພວກເຮົາກຳລັງໄດ້ຮັບການປັບປຸງພື້ນ ຖານໂຄງລ່າງຮອບດ້ານເພື່ອແກ້ໄຂການອັ່ງອໍແອອັດຂອງຜູ້ໂດຍສານ ແລະ ພາຫະນະ ໂດຍສະເພາະຕູ້ແຈ້ງເອກະສານໃໝ່ຂອງ ຕມ ພາສີ ແລະ ຂະແໜງການກ່ຽວ ຂ້ອງເພື່ອຮອງຮັບຜູ້ໂດຍສານນັບມື້ເພີ່ມຂຶ້ນເລື້ອຍໆ ໂດຍໄດ້ຮັບການຊຸກຍູ້ ເອົາໃຈໃສ່ຈາກ ນວ ແລະ ກະຊວງປ້ອງກັນຄວາມສະຫງົບ.

ສ່ວນຂອດການປະສານງານລະຫວ່າງດ່ານເຊິ່ງໜ້າ (ເບື້ອງດ່ານໄທ) ພວກເຮົາໄດ້ມີການປະສານງານກັນເປັນປົກກະຕິຕາມຫຼັກການພົວພັນສາກົນຄື:ສົນທິສັນຍາ ສັນຍາຂ້າມແດນລາວ-ໄທ ບົດບັນທຶກຄວາມເຂົ້າໃຈລາວ-ໄທ ແລະ ອື່ນໆທີ່ກ່ຽວຂ້ອງ ເຊິ່ງດ້ານຄວາມຫຍຸ້ງຍາກກໍລະນີມີນັກທ່ອງທ່ຽວ ຫຼື ມີຜູ້ໂດຍສານມາຫຼາຍ ການບໍລິການອາດມີການຊັກຊ້າເປັນຊົ່ວຄາວ ຂະແໜງການກ່ຽວຂ້ອງພາຍໃນດ່ານບາງຂະແໜງ ການກໍຂາດທາງດ້ານບຸກຄະລາກອນ ອຸປະກອນການຈັດເກັບລາຍຮັບບໍ່ພຽງພໍ ອາດມີຄວາມສ່ຽງສູງຕໍ່ການຕິດເຊື້ອເນື່ອງຈາກນັກທ່ອງທ່ຽວມາຫຼຍເຮັດໃຫ້ການອັ່ງອໍແອອັດຮັກສາໄລຍະຫ່າງບໍ່ໄດ້ ແລະ ອື່ນໆ ເຊິ່ງບັນນີ້ທາງດ່ານກໍມີຄວາມພ້ອມຮັບມື. ທ່ານ ພັນໂທ ກິດ່ອນ ກິວົງໄຊ ຍັງໃຫ້ຮູ້ຕື່ມວ່າ:

ສໍາລັບດ່ານເຊິ່ງໜ້າຕາມຂໍ້ມູນເບື້ອງຕົ້ນເພີ່ນຈະບໍ່ເປີດໃຫ້ຄົນທົ່ວໄປເດີ່ນທາງເຂົ້າ-ອອກລາວ ແລະ ຂ້າມໄປຍັງປະເທດດ່ານເຊິ່ງໜ້າ ເພີ່ນຈະມີການກຳນົດເງື່ອນ ໄຂທີ່ຈະເດີນ ທາງໄປນັ້ນ ໂດຍສະເພາະຈະມີການກັກໂຕ 1 ຄືນຢູ່ທີ່ຝັ່ງໄທ ສັກຢາຄົບໂດສ ມີເອກະສານຜ່ານກົງສຸນ ເຊິ່ງປະເທດລາວເຮົາກໍບໍ່ທັນໄດ້ເປີດໃຫ້ບຸກຄົນທົ່ວໄປເຂົ້າ-ອອກດ່ານໄດ້ຈະເປີດຮັບແຕ່ກຸ່ມນັກທ່ອງທ່ຽວເທົ່ານັ້ນ ສ່ວນນັກທ່ອງທ່ຽວທີ່ເຂົ້າມານັ້ນກັກໂຕກວດ 24 ຊົ່ວໂມງຖ້າບໍ່ພົບເຊື້ອກໍສາມາດທ່ອງທ່ຽວຕາມແຜນການໄດ້ ສ່ວນການປະຈຳການຢູ່ດ່ານປະກອບມີ ຕມ ພາສີ ກັກກັນສັດພືດ ຫ້ອງບໍລິຫານ ແລະ ກົມກົງສຸນກະຊວງການຕ່າງປະເທດ ການເຂົ້າ-ອອກແມ່ນໃຫ້ປະຕິບັດຕາມມາດຕະການຂອງຂະແໜງສາທາຢ່າງເຂັ້ມງວດຜູ້ທີ່ເຂົ້າມາຕ້ອງໄດ້ຜ່ານການຄັດກອງຈາກໜ່ວຍງານສາທາປະຈຳດ່ານກ່ອນຈຶ່ງເຂົ້າມາຫາເຈົ້າໜ້າທີ່ໄດ້ຕ້ອງໄດ້ປັບປຸງກົນໄກແບບໃໝ່ຈາກເມື່ອກ່ອນຜູ້ເຂົ້າມາຕ້ອງຜ່ານ ມຕ ແຕ່ປັດຈຸບັນໄດ້ປ່ຽນເອົາສາທາເປັນດ້ານໜ້າຖ້າກວດບໍ່ພົບພະຍາດກໍປ່ອຍໃຫ້ເຂົ້າມາຫາເຈົ້າໜ້າທີ່ ມຕ ເພື່ອກວດເອ ກະສານຕາມຂັ້ນຕອນໃນການເຂົ້າປະເທດ ທັງນີ້ເພື່ອຄວາມປອດໄພຈາກໂຄວິດ.

ແຫຼ່ງຂ່າວມຮູບພາບ: Lao National Radio

ຂ່າວສານບ້ານເມືອງ

Post navigation

Previous Post: ແຂວງບໍລິຄຳໄຊ ທໍ າ ລ າ ຍ ສວນ ຄັ ນ ຊ າ 135 ກວ່າເຮັກຕາ
Next Post: ຂ່າວໂຄວິດມື້ນີ້ຕິດເພີ່ມ 1042ຄົນ

Related Posts

ຂ່າວໂຄວິດມື້ນີ້ຕິດເຊື້ອໃໝ່ 1341ຄົນ ຂ່າວສານບ້ານເມືອງ
3 ຫນ້າວຽກຫຼັກ ຂອງໂຄງການກໍ່ສ້າງເສັ້ນທາງລົດໄຟ ລາວ – ຈີນ ຊ່ວງຜ່ານແຂວງອຸດົມໄຊ ມາຮອດປັດຈຸບັນ ແມ່ນສຳເລັດແລ້ວ 93,27% ຂ່າວສານບ້ານເມືອງ
ສະຫວັນນະເຂດເຮັດແທ້! ເພີ່ມຄວາມເຂັ້ມງວດປ້ອງກັນການລັກລອບເຂົ້າເມືອງ ຂ່າວສານບ້ານເມືອງ
ຂ່າວປະຈໍາວັນ! ລາວພົບຜູ້ຕິດເຊື້ອເພີ່ມໃໝ່ 280ຄົນ ຂ່າວສານບ້ານເມືອງ
ເຂົ້າບຸກຮ້ານຂາຍເຄື່ອງຍ່ອຍ ແລະ ເຮືອນເຊົ່າ ທີ່ລັ ກ ລອບເປີດໃຫ້ບໍລິການຫຼິ້ນ ພ ະນັ ນ ຂ່າວສານບ້ານເມືອງ
ຊ່ວຍຮັກສາ ພຣະທາຕຸ ດອນຮີໃຫຍ່ ເປັນທາຕຸເກົ່າແກ່ ທີມີປະຫວັດສາດທີ່ມາອັນຍາວນານ ຂ່າວສານບ້ານເມືອງ

Copyright © 2022 All in LAOS.

Powered by PressBook Grid Blogs theme