Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ແຂວງບໍ່ແກ້ວ ປະກາດວິໄນ ສະມາຊິກພັກຫຼາຍສະຫາຍ ແລະ ຍົກຍ້າຍພະນັກງານ-ລັດຖະກອນ ຂະແໜງການເງິນ

Posted on 28/12/202128/12/2021 By News

ພິທີປະກາດ ວິໄນສະມາຊິກພັກ ແລະ ຍົກຍ້າຍພະນັກງານລັດຖະກອນໃນຂົງເຂດ ຂະແໜງການເງິນແຂວງບໍ່ແກ້ວ ໄດ້ຈັດຂຶ້ນຢ່າງເປັນທາງການ ໃນຕອນບ່າຍວັນທີ 24 ທັນວາ 2021 ທີ່ພະແນກການເງິນແຂວງບໍ່ແກ້ວ ໂດຍການເຂົ້າຮ່ວມຂອງ ທ່ານ ສຸກຂະ ຫຼຽນທອງຄຳ ຄະນະປະຈຳພັກແຂວງ ປະທານກວດການ ພັກ-ລັດແຂວງບໍ່ແກ້ວ, ມີຫົວໜ້າພະແນກ, ຮອງພະແນກ, ຫົວໜ້າ,ຮອງຫົວໜ້ຫ້ອງການ ການເງິນເມືອງ ພະແນກການທີ່ກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ຄຳພອນ ຈະເລີນພົນ ຫົວໜ້າ ຈັດຕັ້ງ-ບໍລິຫານຫ້ອງການ ພະແນກການເງິນ ແຂວງບໍ່ແກ້ວ ໄດ້ຜ່ານຂໍ້ຕົກລົງຂອງກະຊວງການເງິນ, ຂໍ້ຕົງລົງທ່ານເຈົ້າແຂວງ ແລະ ຂໍ້ຕົກລົງຂອງພະແນກການເງິນ ແຂວງບໍ່ແກ້ວ ວ່າດ້ວຍການປະຕິບັດວິໄນ ສະມາຊິກພັກ ແລະ ຍົກຍ້າຍພະນັກງານ-ລັດຖະກອນ ຂະແໜງການເງິນ ແຂວງ,ເມືອງ. ຄະນະປະຈຳພັກແຂວງ ປະຕິບັດວິໄນຕໍ່ ສະຫາຍ ອາລຸນ ລໍຄຳພຣົມຕະກຸນ ອາຍຸ 38 ປີ ສັງກັດລັດ ວັນທີ 01 ຕຸລາ 2009 ເຂົ້າພັກສຳຮອງວັນທີ 29 ກໍລະກົດ 2013 ເຂົ້າພັກສົມບຸນ ວັນທີ 20 ສິງຫາ 2014 ອາດີດສະມາຊິກພັກ ຫົວໜ້າໜ່ວຍງານຄັງເງິນ ເມືອງຫ້ວຍຊາຍ ດ້ວຍຮູບການວິໄນ ເອົາອອກຈາກການເປັນສະມາຊິກພັກ ແລະ ບັນທຶກຮູບແບບການວິໄນ ເຂົ້າປື້ມປະຫວັດຂອງຜູ້ກ່ຽວຕະຫຼອດໄປ, ດ້ວຍເຫດຜົນ ສວຍໃຊ້ຖານະຕຳແໜ່ງເພື່ອຜົນປະໂຫຍດສ່ວນຕົວ ຍັກຍອກເງິນ ແລະ ໃຫ້ອອກຈາກການເປັນພະນັກງານລັດຖະກອນໂດຍບໍ່ໄດ້ຮັບນະໂຍບາຍໃດໆ.

ປະຕິບັດວິໄນ ຕໍ່ສະຫາຍ ສຸລິນທອນ ອາຍຸ 43 ປີ ສັງກັດລັດ ວັນທີ 01 ຕຸລາ 2003 ເຂົ້າພັກສຳຮອງ ວັນທີ 11 ຕຸລາ 2011 ເຂົ້າພັກສົມບຸນ ວັນທີ 28 ກຸມພາ 2013 ສະມາຊິກພັກ, ຮອງຫົວໜ້າຂະແໜງແຜນການບໍລິຫານລາຍຮັບ ສ່ວຍສາອາກອນແຂວງ, ສັງກັດຢູ່ໜ່ວຍພັກສ່ວຍສາອາກອນແຂວງ, ດ້ວຍຮູບການວິໄນ, ກ່າວເຕືອນຄວາມຜິດ, ຂຽນບົດສຳຫຼວດຕົນເອງ ແລະ ບັນທຶກຮູບແບບການວິໄນເຂົ້າປື້ມປະຫວັດຂອງຜູ້ກ່ຽວຕະຫຼອດໄປ, ດ້ວຍເຫດຜົນສວຍໃຊ້ຖານະຕຳແໜງເພື່ອຜົນນປະໂຫຍດສ່ວຍຕົວ ຍັກຍອກເງິນ. ຍົກຍ້າຍໄປປະຈຳການຢູ່ສະຫະພັນກຳມະບານແຂວງ ລໍຖ້າຊັບຊ້ອນບ່ອນປະຈຳການ.

ປະຕິບັດວິໄນ ພູມະໂນ ໄກຍະລາດ ອາຍຸ 45 ປີ ສັງກັດລັດ ວັນທີ 01 ເມສາ 2007 ເຂົ້າພັກສຳຮອງ ວັນທີ 22 ສິງຫາ 2007 ເຂົ້າພັກສົມບຸນວັນທີ 22 ສິງຫາ 2008 ຮອງເລຂາໜ່ວຍພັກ ຮັກສາການຫ້ອງການການເງິນເມືອງຫ້ວຍຊາຍ, ສັງກັດຢູ່ໜ່ວຍພັກຫ້ອງຊັບສິນ-ຫ້ອງກວດກາ-ຫ້ອງບັນຊີ ດ້ວຍຮູບການ ປົດຕຳແໜ່ງຮອງເລຂາ, ເປັນສະມາຊິກພັກ, ຂຽນບົດສຳຫຼວດຕົນເອງ, ບັນທຶກຮູບແບບການວິໄນເຂົ້າປື້ມປະຫວັດຂອງຜູ້ກ່ຽວຕະຫຼອດໄປ, ດ້ວຍເຫດຜົນ, ສວຍໃຊ້ຖານະຕຳແໜງເພື່ອພົນປະໂຫບດສວຍຕົວ ຍັກຍອກເງິນ ແລະ ໂຈະການເລື່ອນຂັ້ນເງິນເດືອນ (1 ຂັ້ນ 2 ປີ) ໂຈະການຍ້ອງຍໍ 2 ປີ ແລະ ຍົກຍ້ານໄປຮັບໜ້າທີໃໝ່ຂະແໜງການອື່ນ, ພ້ອມບັນທຶກໄວ້ ໃນສຳນວນປະຫວັດຂອງພະນັກງານລັດຖະກອນ.

ປະຕິບັດວິໄນຕໍ່ ສະຫາຍ ສີຂັນໄຊ ທຳມະວົງຄຳ ອາຍຸ 40 ປີ ສັງກັດລັດ ວັນທີ 01 ເມສາ 2010 ເຂົ້າພັກສຳຮອງ ວັນທີ 06 ມັງກອນ 2008 ເຂົ້າພັກສົມບຸນ ວັນທີ 06 ພະຈິກ 2008 ສະມາຊິກພັກຮອງຫົວໜ້າຂະແໜງກວດກາຫຼັງການແຈ້ງລາຍຮັບສ່ວຍສາອາກອນແຂວງ ສັງກັດຢູ່ໜ່ວຍພັກສ່ວຍສາອາກອນແຂວງ, ດ້ວຍຮູບການວິໄນ, ກ່າວເຕືອນຄວາມຜິດ,ຂຽນບົດສຳຫຼວດຕົ້ນເອງ, ບັນທຶກຮູບແບບການວິໄນເຂົ້າປື້ມປະຫວັດຂອງຜູ້ກ່ຽວຕະຫຼອດໄປ, ດ້ວຍເຫດຜົນ, ສວຍໃຊ້ຖານະຕຳແໜງເພື່ອຜົນປະໂຫຍດສວຍຕົວ ຍັກຍອກເງິນ.

ປະຕິບັດວິໄນ ຕໍ່ສະຫາຍ ສອນທະສິນ ເພັດສະລັກ ອາຍຸ 51 ປີ ສັງກັດລັດປີ ວັນທີ 01 ມັງກອນ 1999 ເຂົ້າພັກສຳຮອງ ວັນທີ 09 ມັງກອນ 2003 ເຂົ້າພັກສົມບຸນ ວັນທີ 05 ພະຈິກ 2003 ຮອງເລຂາໜ່ວຍພັກ, ຮອງຫົວໜ້າສ່ວຍສາອາກອນແຂວງ, ສັງກັດຢູ່ໜ່ວຍພັກສ່ວຍສາອາກອນແຂວງບັນຊີ, ດ້ວຍຮູບການ, ປົດຕໍາແໜງຮອງເລຂາ, ເປັນສະມາຊິກພັກ, ຂຽນບົດສຳຫຼວດຕົນເອງ, ບັນທຶກຮູບແບບການວິໄນເຂົ້າປຶ້ມມປະຫວັດຂອງຜູ້ກ່ຽວຕະຫຼອດໄປ, ດ້ວຍເຫດຜົນ, ສວຍໃຊ້ຖານະຕຳແໜງເພື່ອພົນປະໂຫບດສວຍຕົວ ຍັກຍອກເງິນ.

ປະຕິບັດວິໄນ ສະຫາຍ ນາງ ນາລີພອນ ບຸນມີໄຊ ອາຍຸ 42 ປີ ສັງກັດລັດ ວັນທີ 01 ເມສາ 2009 ເຂົ້າພັກສຳຮອງ ວັນທີ 27 ມິຖຸນາ 2006 ເຂົ້່າພັກສົມບຸນ ວັນທີ 18 ກໍລະກົດ 2007 ຮອງເລຂາໜ່ວຍພັກ ຫົວໜ້າໜ່ວຍງານສ່ວຍສາອາກອນເມືອງຫ້ວຍຊາຍ, ສັງກັດຢູ່ໜ່ວຍພັກຫ້ອງການການເງິນ ເມືອງຫ້ວຍຊາຍ, ດ້ວຍຮູບການ ປົດຕຳແໜງຮອງເລຂາ, ເປັນສະມາຊິກພັກ, ຂຽນບົດສຳຫຼວດຕົນເອງ, ບັນທຶກຮູບແບບການວິໄນເຂົ້າປື້ມປະຫວັດຂອງຜູ້ກ່ຽວຕະຫຼອດໄປ, ດ້ວຍເຫດຜົນ,ສວຍໃຊ້ຖານະຕຳແໜງເພື່ອພົນປະໂຫຍດສວຍຕົວ ຍັກຍອກເງິນ.

ປະຕິບັດວິໄນ ຂັ້ນສາມ ຕໍ່ ທ່ານ ນາງ ວິໄລລັກ ບຸນທະຈັກ ຮອງຫົວໜ້າໜ່ວຍງານຄັງເງິນ ເມືອງຫ້ວຍຊາຍ ໂຈະການເລື່ອນຂັ້ນເງິນເດືອນ (1 ຂັ້ນ 2 ປີ) ໂຈະການຍ້ອງຍໍ 2 ປີ ແລະ ຍົກຍ້າຍໄປຮັບໜ້າທີໃໝ່ຂະແໜງການອື່ນ,ພ້ອມບັນທຶກໄວ້ ໃນສຳນວນປະຫວັດຂອງພະນັກງານລັດຖະກອນ.

ປະຕິບັດວິໄນ ຂັ້ນສີ່ ຕໍ່ທ່ານ ນາງ ສົມຈັນ ອາລຸນສະຫວັດ ຮອງຫົວໜ້າຄັງເງິນ ເມືອງຜາອຸດົມ ແຂວງບໍ່ແກ້ວ, ດ້ວຍຮູບການ,ໃຫ້ອອກຈາກການເປັນລັດຖະກອນຂອງຂະແໜງການເງິນ ໂດຍບໍ່ໄດ້ຮັບນະໂຍບາຍໃດໆ ຍ້ອນຜູ້ກ່ຽວລະເມີດຕໍ່ກົດໝາຍ ແລະ ລະບຽບການ.

ປະຕິບັດວິໄນ ຂັ້ນ ສາມ ຕໍ່ພະນັກງານລັດຖະກອນສ່ວຍສາອາກອນປະຈຳແຂວງບໍ່ແກ້ວຈຳນວນ 04 ຄົນ ດ້ວຍຮູບການໂຈະການເລື່ອນຂັ້ນເງິນເດືອນ (1 ຂັ້ນ 2 ປີ) ໂຈະການຍ້ອງຍໍ 2 ປີ ແລະ ຍົກຍ້ານໄປຮັບໜ້າທີໃໝ່ຂະແໜງການອື່ນ, ພ້ອມບັນທຶກໄວ້ ໃນສຳນວນປະຫວັດຂອງພະນັກງານລັດຖະກອນ ເຊິ່ງມີ ທ່ານ ສອນ ທະສິນ ເພັດສະລັກ ຮອງຫົວໜ້າສ່ວຍສາອາກອນປະຈຳແຂວງບໍ່ແກ້ວ. ທ່ານ ສຸລິນທອນ ສິງທອງ ຮອງຫົວໜ້າຂະແໜງແຜນການບໍລິຫານລາຍຮັບ-ສ່ວຍສາອາກອນປະຈຳແຂວງບໍ່ແກ້ວ, ທ່ານ ສີຂັນໄຊ ທຳມະວົງ ຮອງຫົວໜ້າຂະແໜງກວດກາຫຼັງການແຈ້ງລາຍຮັບສ່ວຍສາອາກອນແຂວງ ສັງກັດຢູ່ໜ່ວຍພັກສ່ວຍສາອາກອນແຂວງ. ນາງ ນາລີພອນ ບຸນມີໄຊ ຫົວໜ້າໜ່ວຍງານສ່ວຍສາອາກອນເມືອງຫ້ວຍຊາຍ ສັງກັດຢູ່ໜ່ວຍພັກຫ້ອງການການເງິນ ເມືອງຫ້ວຍຊາຍ.

ໂອກາດດັ່ງກ່າວ, ທ່ານ ສຸກຂະ ຫຼຽນທອງຄຳ ຄະນະປະຈຳພັກແຂວງ ປະທານກວດກາ ພັກ-ລັດແຂວງບໍ່ແກ້ວໄດ້ມີຄຳເຫັນໂອ້ລົມວ່າ: ການປະຕິບັດວິໄນຕໍ່ພັກງານງານສະມາຊິກພັກ ພະນັກງານລັດຖະກອນ ແມ່ນປະຕິບັດຕາມກົດໝາຍ, ລະບຽບການ, ທີ່ກຳນົດໄວ້ ແລະ ກໍ່ແມ່ນພວກເຮົາທຸກຄົນເປັນຜູ້ສ້າງ ແລະ ເປັນຜູ້ກົດນົດຂຶ້ນມາເອງ ດັ່ງນັ້ນ ຖ້າຫາກບຸນຄົນໃດກໍ່ຕາມຫາກມີການປະພຶດ,

ບໍ່ຖືກຕ້ອງ ເຄື່ອນໄຫວທີຄັດຕໍ່ກົດໝາຍແມ່ນຕ້ອງຍອມຮັບ ແລະ ພ້ອມກັນປະຕິບັດຢ່າງເຂັ້ມງວດ ແລະ ເດັດຂາດບໍ່ມີການຈຳແນກ ຊົນຊັ້ນວັນນະ ໜ້າທີຕຳແໜງ.ສະນັ້ນຕໍ່ໄປຮຽກຮ້ອງໃຫ້ພະແນກການເງິນແຂວງຈົ່ງເອົາໃນໃສສຶກສາອົບຮົມການເມືອງແນວຄິດໃຫ້ຖັນແຖວສະມາຊິກພັກ ພະນັກງານລັດຖະກອນ, ຕິດຕາມກວດກາ ເປັນປົກກະຕິດ້ວຍຄວາມຮັບຜິດຊອບສູງ ແລະ ກວ້າງຂ້ວາງ, ເລິກເຊິ່ງ, ເຖິງຖອງ,ແນ່ໃສ່ຮັບປະກັນການປະຕີບັດວຽກງານໃຫ້ມີຄວາມໂປ່ງໃສ ຍຸຕິທຳ ຫລຸດຜ່ອນການຫົວໄຫລຂອງງົບປະມານຂອງລັດນັບມື້ໝົດໄປ.

ພາບ-ຂ່າວ: ຄຳພັນ ແກ້ວມະນີ

ຂ່າວສານບ້ານເມືອງ

Post navigation

Previous Post: ຂ່າວໂຄວິດມື້ນີ້ຕິດເຊື້ອເພີ່ມໃໝ່ 962ຄົນ
Next Post: ຮອງແຂວງອັດຕະປື ລົງຕິດຕາມ ການເກັບກູ້ທ້ອນໂຮມ ໄມ້ຢືນ ຕ າ ຍ ແລະ ຈົມນ້ຳ ໃນອ່າງເກັບນ້ຳເຊກະໝານ I

Related Posts

ເຂດເລືອກຕັ້ງທີ 8 ແຂວງຫົວພັນ ມີຈຳນວນຜູ້ສະໝັກ 10 ທ່ານ,​ ເລືອກເອົາ 07 ທ່ານ ຂ່າວສານບ້ານເມືອງ
ປະກາດຫາຍາດພີ່ນ້ອງຜູ່ເສຍຊີວິດ (ກົດເບິ່ງຮູບແຈ້ງ) ຂ່າວສານບ້ານເມືອງ
ປະທານາທິບໍດີສະຫະລັດອາເມກາ ຮຽກຮ້ອງໃຫ້ປະຊາຊົນຢູ່ແຕ່ໃນບ້ານ ແລະ ຫ້າມລວມຕົວກັນເກີນ 10 ຄົນໃນຊ່ວງ 15 ມື້ຫຼັງຈາກນີ້ ຂ່າວສານບ້ານເມືອງ
ຂໍ້ຫ້າມ 14 ຂໍ້ໃນງານບຸນຊ່ວງເຮືອທ່າວັດຈັນ ເນື່ອງໃນໂອກາດບຸນອອກພັນສາປະວໍລະນາ ປະຈຳປີ 2020 ຂ່າວສານບ້ານເມືອງ
Update ໄວຣັສໂຄໂຣນາ ເວລາ 15:00 ວັນທີ່ 9/2/2020 ຕິດເຊື້ອ 37253, ຫາຍດີ 2735, ຕາຍ 813 ຂ່າວສານບ້ານເມືອງ
ຕາຍແລ້ວ 362 ຕິດເຊື້ອ 17335 ໄວຣັສໂຄໂຣນາ ຂ່າວສານບ້ານເມືອງ

Copyright © 2022 All in LAOS.

Powered by PressBook Grid Blogs theme