Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ກຽມເບີກຈ່າຍເງິນເດືອນໃຫ້ພະນັກງານ ທະຫານ ຕຳຫລວດ ຜ່ານລະບົບ ATM

Posted on 24/12/202124/12/2021 By News

ວັນທີ 23 ທັນວາ 2021 ທີ່ກະຊວງການເງິນ, ໄດ້ຈັດກອງປະຊຸມປຶກສາຫາລືຄົ້ນຄວ້າກ່ຽວກັບການເບີກຈ່າຍເງິນເດືອນ, ເງິນອຸດໜູນ ແລະ ເງິນນະໂຍບາຍຕ່າງໆ ໃຫ້ພະນັກງານທະຫານ,ຕຳຫລວດຜ່ານລະບົບ ATM ຂອງທະນາຄານພັດທະນາລາວ, ໂດຍການເຂົ້າຮ່ວມເປັນປະທານຂອງທ່ານ ພູທະນູເພັດ ໄຊສົມບັດ ຮອງລັດຖະມົນຕີ ກະຊວງການງິນ, ມີຜູ້ຕາງໜ້າຈາກກະຊວງປ້ອງກັນຄວາມສະຫງົບ, ກະຊວງປ້ອງກັນປະເທດ, ທະນາຄານພັດທະນາລາວ, ກົມງົບປະມານແຫ່ງລັດ, ຄັງເງິນແຫ່ງຊາດ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ກອງປະຊຸມໃນຄັ້ງນີ້, ໄດ້ຮັບຟັງການນໍາສະເໜີຄວາມພ້ອມ ຂອງທະນາຄານພັດທະນາລາວແລະ ປຶກສາຫາລືຂໍ້ສະດວກ, ຂໍ້ຫຍຸ້ງຍາກ ແລະ ຄວາມເປັນໄປໄດ້ ໃນການເບີກຈ່າຍເງິນເດືອນ, ເງິນອຸດໜູນ ແລະ ເງິນນະໂຍບາຍຕ່າງໆໃຫ້ແກ່ພະນັກງານ, ທະຫານ, ຕໍາຫລວດຜ່ານລະບົບ ATM. ພ້ອມດຽວກັນນີ້, ຍັງໄດ້ສະເໜີຄວາມພ້ອມ ຂອງທະນາຄານພັດທະນາລາວ ໃນການໃຫ້ບໍລິການ, ຮູບແບບ ແລະ ນະໂຍບາຍຕ່າງໆ ໃຫ້ແກ່ພະນັກງານ-ລັດຖະກອນຂອງບັນດາກະຊວງຕ່າງໆ ແລະ ໃນກອງປະຊຸມ ຕາງໜ້າກະຊວງປ້ອງກັນປະເທດ, ຕາງໜ້າກະຊວງປ້ອງກັນຄວາມສະຫງົບ, ບັນດາທ່ານທີ່ເຂົ້າຮ່ວມໄດ້ຄົ້ນຄວ້າ ແລະ ປະກອບຄຳຄິດເຫັນຢ່າງກົງໄປກົງມາ, ເພື່ອໃຫ້ຄວາມສະດວກສະບາຍຂຶ້ນກວ່າເກົ່າ.

ໂອກາດນີ້, ທ່ານ ພູທະນູເພັດ ໄຊສົມບັດໄດ້ສະແດງຄວາມຂອບໃຈ ຕໍ່ກັບການປະກອບຄໍາເຫັນຢ່າງກົງໄປກົງມາ, ໂດຍອີງໃສ່ເງື່ອນໄຂປັດຈຸບັນ, ກົມງົບປະມານແຫ່ງ, ຄັງເງິນແຫ່ງຊາດໄດ້ປະ ສານສົມທົບ ແລະ ສືບຕໍ່ການຫັນເປັນທັນສະໄໝ ການເບີກຈ່າຍເງິນເດືອນ, ເງິນອຸດໜູນຕາມແຜນຍຸດທະການປະຕິຮູບຂອງຂະແໜງການເງິນ, ສຳລັບການຄົ້ນຄວ້າກະກຽມກ່ຽວກັບການເບີກຈ່າຍເງິນເດືອນ, ເງິນອຸດໜູນ ແລະ ເງິນນະໂຍບາຍຕ່າງໆໃຫ້ແກ່ພະນັກງານທະຫານ, ຕຳຫລວດຜ່ານລະບົບ ATM ຂອງທະນາຄານພັດທະນາລາວ, ສະເໜີການເບີກຈ່າຍເງິນເດືອນ ເອົາພະນັກງານທີ່ປະຈໍາການຄົງທີ່ນັບແຕ່ 1-2 ປີ ຂຶ້ນໄປ ແລະ ສະເໜີເອົາກົມກອງທີ່ບໍ່ໄດ້ເຄື່ອນຍ້າຍ ບ່ອນປະຈໍາການປົກກະຕິບັນດາກົມອອມຂ້າງກະຊວງນໍາອີກດ້ວຍ.

ພາບປະກອບ

ສຳລັບກະຊວງປ້ອງກັນຄວາມສະຫງົບ, ສະເໜີທົດລອງຢູ່ 3 ພາກສ່ວນ ຄື: 02 ວິທະຍາຄານ ແລະ 01ໂຮງໜໍ, ພ້ອມນັ້ນຍັງໄດ້ສະເໜີ ກະຊວງປ້ອງກັນຄວາມສະຫງົບຄົ້ນຄວ້າ ເອົາພະນັກງານບັນດາກົມກອງອ້ອມຂ້າງຕື່ມອີກ, ໂດຍສະເພາະພະນັກງານບໍານານ ໃນໄລຍະຜ່ານມາການເບີກຈ່າຍເງິນເດືອນ ພົບຄວາມຫຍຸ້ງຍາກ ແລະ ບັນຫາອື່ນໆ.

ຂ່າວສານບ້ານເມືອງ

Post navigation

Previous Post: ແຈ້ງໂຈະການເກັບຄ່າຜ່ານທາງແບບໃໝ່ທີ່ແຂວງຈໍາປາສັກ
Next Post: ສະຖິຕິໃໝ່ມື້ນີ້ 12ຄົນ ຕິດເຊື້ອເພີ່ມ 1007ຄົນ

Related Posts

ກະບະປີ້ນລົງທົ່ງນາ ທີ່ເມືອງຈໍາພອນ ຂ່າວສານບ້ານເມືອງ
ສ່ວຍສາອາກອນປະຈໍາແຂວງໄຊຍະບູລີສະຫຼຸບວຽກງານ ປະຈໍາປີ 2020 ຂ່າວສານບ້ານເມືອງ
ອຸບັດຕິເຫດ ລົດຕູ້ຄອນເທັນເນີປະທະລົດເຄນ ຂ່າວສານບ້ານເມືອງ
ສະຫຼົດ! ຈົມນໍ້າເສຍຊີວິດ 1 ຄົນ ທີ່ແກ້ງຊັນ ເມືອງສາລະວັນ ຂ່າວສານບ້ານເມືອງ
ອຸບັດຕິເຫດ ລົດໃຫຍ່ເສຍຫລັກປີ້ນເອງບາດເຈັບ12ຄົນ ຂ່າວສານບ້ານເມືອງ
ຄະດີເຈ້ທິບ ລູກຫວຍ 29 ຄົນແຈ້ງຄວາມເສຍຫາຍ ລວມມູນຄ່າຫຼາຍຕື້ກີບ ຂ່າວສານບ້ານເມືອງ

Copyright © 2023 All in LAOS.

Powered by PressBook Grid Blogs theme