Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ໄປບໍ່ລອດກັກໂຕແກ້ງໃຫຍ່ ລັ ກ ສາຍໄຟຟ້າ ຕາມແລວທາງລົດໄຟເຂດບ້ານຊຽງລ້ອມ ນະຄອນ ຫຼວງພະບາງ

Posted on 23/12/202123/12/2021 By News

ວັນທີ່ 21 ທັນວາ 2021, ພັນໂທ ສົມບູນ ທະນາວັນ ຮອງຫົວ ໜ້າກອງບັນຊາການປ້ອງກັນຄວາມສະຫງົບແຂວງຫຼວງພະບາງ ຫົວ ໜ້າຫ້ອງຕໍ່າຫຼວດ ໄດ້ຖະແຫຼງຂ່າວກ່ຽວກັບການຈັບກຸມ ຜູ້ກະທຳຜິດ ລັ ກ ສາຍໄຟຟ້າ ຕາມແລວທາງລົດໄຟເຂດບ້ານຊຽງລ້ອມ ນະຄອນ ຫຼວງພະບາງ.

ທ່ານກ່າວວ່າ: ວັນທີ່ 11 ທັນວາ 2021 ເຈົ້າໜ້າທີ່ພະແນກສືບ ສວນ-ສອບສວນ ຄະດີອາຍາຂັ້ນແຂວງ ໄດ້ກັກຕົວຜູ້ກະທຳຜິດ ທີ່ລົງມືລັກຊັບ ປະເພດສາຍໄຟຟ້າ ຕາມແລວທາງລົດໄຟ ຢູ່ສະຖານີລົດໄຟລາວ-ຈີນ ບ້ານຊຽງລ້ອມ ນະຄອນ ຫຼວງພະບາງ ລວມ 9 ຄົນ ແລະອີກ 1 ຄົນ ຍັງເອົາຕົວລົບໜີ, ຜ່ານການສືບສວນ-ສອບສວນພວກກ່ຽວ ໄດ້ຮັບສາລະ ພາບວ່າ ໄດ້ກະທຳຜິດ ລັ ກ ຊັ ບ ແລະໄດ້ຂະຫຍາຍຜົນໄປຫາຜູ້ຊື້ຂອງກາງ, ທັງຍຶດໄດ້ຂອງກາງປະເພດເຫຼັກເສດ ແລະສາຍໄຟຟ້າເປັນທ່ອນ ແຕ່ລະທ່ອນ ຍາວປະມານ 120 ຊັງຕີແມັດ ລວມ 28 ທ່ອນ ແລະສາຍໄຟທີ່ປອກແລ້ວອີກເກືອບ 200 ກິໂລ ເຊີ່ງປັດຈຸບັນພວມສຳນວນຄຳດີ ສົ່ງໃຫ້ອົງການໄອຍາການປະຊາ ຊົນແຂວງ ແລະສານປະຊາຊົນແຂວງ ສືບຕໍ່ດຳເນີນ ແລະຄະດີ ຕາມຂັ້ນຕອນ, ສ່ວນຜູ້ກະທຳຜິດທີ່ຍັງເອົາຕົວລົບໜີ ຈະສືບຕໍ່ດຳ ເນີນການຈັບກຸມໃຫ້ໄດ້, ໂອກາດນີ້ ພັນໂທ ສົມບູນ ທະນາວັນ ໄດ້ຮຽກຮ້ອງໃຫ້ທຸກຄົນໃນສັງຄົມ ຈົ່ງເປັນເຈົ້າການໃນການສະກັດກັ້ນປະກົດການຫຍໍ້ທໍ້ ໂດຍສະ ເພາະແມ່ນເປັນເຈົ້າການປະກອບສ່ວນ ຮັກສາຄວາມສະຫງົບ ຕາມເສັ້ນທາງລົດໄຟ ເພາະເສັ້ນທາງລົດໄຟລາວ-ຈີນຄືຊັບສົມບັດຂອງຊາດ.

ສຳລັບຜູ້ກະທຳຜິດທີ່ຖືກຈັບກຸມໃນຄັ້ງນີ້ ຜູ້ຖືກຂໍ້ກ່າວຫາລັກຊັບ ປະກອບມີ: ທ້າວ ຈັນສະໝອນ ແກ້ວວົງສາ ອາຍຸ 23 ປີ ຢູ່ບ້ານກີ່ວໝາກນາວ 2 ເມືອງຊຽງເງີນ, ທ້າວ ເຊີນ ປັນຍາສິດ ອາຍຸ 19 ປີ ຢູ່ບ້ານກີ່ວໝາກນາວ 2 ເມືອງຊຽງເງີນ, ທ້າວ ບີ່ງ ອາຍຸ 22 ປີ ຢູ່ບ້ານກີ່ວໝາກນາວ 2 ເມືອງຊຽງເງີນ, ທ້າວ ວັນ ອາຍຸ 35 ປີ ຢູ່ບ້ານກີ່ວໝາກນາວ 2 ເມືອງຊຽງເງີນ, ທ້າວ ຫອນ ອາຍຸ 25 ປີ ຢູ່ບ້ານກີ່ວໝາກນາວ 2 ເມືອງຊຽງເງີນ, ນາງ ທອງຈັນ ອາຍຸ 31 ປີ ຢູ່ບ້ານຊຽງລ້ອມ ນະຄອນ ຫຼວງພະບາງ ແລະ ນາງ ແກ້ວ ອີນທະຈັກ ອາຍຸ 37 ປີ ຢູ່ບ້ານຜາວຽງ ນະຄອນ ຫຼວງພະບາງ. ສ່ວນຜູ້ຖືກຂໍ້ກ່າວຫາການຊື້-ຂາຍຊັບ ຢ່າງຜິດກົດໝາຍ ປະກອບມີ: ທ້າວ ພູຂາວ ສີພັນດອນ ອາຍຸ 60 ປີ ຢູ່ບ້ານໂຄມຂວາງ ນະຄອນ ຫຼວງພະບາງ, ນາງ ທອງຈັນ ອາຍຸ 31 ປີ ຢູ່ບ້ານຊຽງລ້ອມ ນະຄອນ ຫຼວງພະບາງ ແລະ ທ້າວ ເວີນວັນທາວ ອາຍຸ 39 ປີ ສັນຊາດຫວຽດນາມ ປັດຈຸບັນຢູ່ບ້ານນູນສະຫວາດ ນະຄອນ ຫຼວງພະບາງ. ສຳລັບຜູ້ທີ່ຍັງເອົາຕົວລົບໜີ ແມ່ນທ້າວ ສົມດາວ ຈັນສຸດາ ອາຍຸ 31 ປີ ຢູ່ບ້ານຜາວຽງ ນະຄອນ ຫຼວງພະບາງ ເຊີ່ງເຈົ້າໜ້າທີ່ກຳລັງດຳເນີນການຈັບກຸມມາດຳເນີນຄະດີຕາມລະບຽບກົດໝາຍ.

ຂ່າວສານບ້ານເມືອງ

Post navigation

Previous Post: ຂ່າວໂຄວິດມື້ນີ້ຕິດເຊື້ອເພີ່ມ 1471ຄົນ
Next Post: ແຈ້ງການພັກຊົດເຊີຍປີໃໝ່ສາກົນ

Related Posts

ສະຖານີທາງລົດໄຟຢູ່ຫຼວງພະບາງ ຄາດສຳເລັດກ່ອນເດືອນຕຸລາ ຂ່າວສານບ້ານເມືອງ
ສະຫຼົດໃຈ! ລົດຈັກຕໍາກັບລົດຕູ້ ເສຍຊິວິດຄາທີ່ 1 ຄົນ ທີ່ ເມືອງປະທຸມພອນ ຂ່າວສານບ້ານເມືອງ
ເກີດເຫດລົດໃຫຍ່ປະທະລົດໃຫຍ່ຢູ່ເສັ້ນທາງພູເກົ້າຫຼັກ ຂ່າວສານບ້ານເມືອງ
ທ່ານ ໄມເຄິ້ນ ໄວສ໌ ໄດ້ຮັບການແຕ່ງຕັ້ງເປັນຄູຝຶກທີມຊາດລາວ ຂ່າວສານບ້ານເມືອງ
ຄຳມ່ວນ ດຳເນີນກອງປະຊຸມສາມັນຄົບຄະນະບໍລິຫານງານພັກແຂວງ ຄັ້ງທີ 17 ສະໝທີ IX ຂ່າວສານບ້ານເມືອງ
ພາຍຸຖະຫຼົ່ມເຂດບ້ານປົ່ງຫວ້ານ ເມືອງປາກລາຍ ເສຍຫາຍໜັກ 11 ພຶດສະພາ ຂ່າວສານບ້ານເມືອງ

Copyright © 2022 All in LAOS.

Powered by PressBook Grid Blogs theme