ໃນວັນທີ 13 ທັນວາ 2021 ນີ້, ສະຫາຍ ພົນຕີ ວົງຄຳ ພົມມະກອນ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ສະຫາຍ ພົນຈັດຕະວາ ວັນທອງ ບຸດຕະວົງ ຮອງກົມໃຫຍ່ເສນາທິການກອງທັບ, ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວສຳຫຼວດການກໍ່ສ້າງກອງພັນໃຫຍ່ 402 ກອງພົນທີ 4 ມີ ຄະນະພັກ-ຄະນະບັນຊາກອງພົນທີ 4, ມີກົມກໍ່ສ້າງ, ບໍລິສັດຮັບເໝົາກໍ່ສ້າງບຸບຜາສະຫວັນ, ຕະຫຼອດຮອດ ພະແນກການ ແລະ ວິຊາການທີ່ກ່ຽວຂ້ອງເຂົ້າຮ່ວມສຳຫຼວດ.

ສະຫາຍ ພັນເອກ ຕາງຕາ ຕາດເວີນຄຳ ຫົວໜ້າການທະຫານກອງພົນທີ 4 ໄດ້ລາຍງານຫຍໍ້ກ່ຽວກັບການສ້າງກອງພັນໃຫຍ່ທີ່ຂຶ້ນກັບກອງພົນ ອີງຕາມທິດທາງຂອງກະຊວງປ້ອງກັນປະເທດ ວ່າດ້ວຍການສ້າງຕັ້ງກອງພັນໃຫຍ່ 402 ທີ່ຂຶ້ນກັບກອງພົນທີ 4 ຕາມທິດຂອງກະຊວງປ້ອງກັນປະເທດວາງອອກ ຕໍ່ກຳລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບໃຫ້ນັບມື້ເຕີບໃຫຍ່ຂະຫຍາຍຕົວຂຶ້ນເທື່ອລະກ້າວ ໃນການສຳຫຼວດຄັ້ງນີ້ໄດ້ສຳຫຼວດພື້ນທີ່ເນື້ອທີ່ດິນທັງໝົດ 658 ເຮັກ ຕາ, ສຳລັບເນື້ອທີ່ສຳນັກງານກອງພັນໃຫຍ່ແມ່ນ 875 ຕາແມັດ, ຂັ້ນຕອນບື້ອງຕົ້ນແມ່ນຈະໄດ້ບຸກເບີກເນື້ອທີ່ດິນ, ກໍ່ສ້າງລະບົບໄຟຟ້າ, ກໍ່ສ້າງເຮືອນພັກຊົ່ວຄາວໃຫ້ພະນັກງານນັກຮົບ, ກໍ່ສ້າງລະບົບນ້ຳບາດານ, ກໍ່ສ້າງລະບົບຄ້າຍຄູ, ເສັ້ນທາງ ແລະ ວຽກງານອື່ນໆອີກຈຳນວນໜື່ງ, ຄາດວ່າຈະເລີ່ມລົງມືກໍ່ສ້າງໃນປີ 2022 ໂດຍບໍລິສັດຮັບເໝົາກໍ່ສ້າງບຸບຜາສະຫວັນ (ຈຳກັດ) ທັງນີ້ເພື່ອຄວາມເປັນລະບຽບຮຽບຮ້ອຍຈົບງາມຖືກຕາມຂັ້ນເທີງວາງອອກ.

ໂອກາດນີ້ ສະຫາຍຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຮຽກຮ້ອງໃຫ້ຄະນະພັກ-ຄະນະບັນຊາກອງພົນທີ 4 ຈົ່ງເພີ່ມທະວີເອົາໃຈໃສ່ຕໍ່ໂຄງການດັ່ງກ່າວຢ່າງເອົາຈິງເອົາຈັງ ປະສານງານລະຫວ່າງຂັ້ນເທີງ ກັບຂັ້ນລຸ່ມຢ່າງກົງໄປກົງມາ ລົງກວດສອບວິຊາການໃນແຕ່ລະໄລຍະ ສ້າງກອງພັນໃຫຍ່ 402 ໃຫ້ມີຄວາມເຂັ້ມແຂງຖາວອນກາຍເປັນກົມກອງທີ່ມີລະບຽບແບບແຜນທັນສະໄໝເຕີບໃຫຍ່ຂະຫຍາຍຂື້ນເປັນກ້າວໆ. ຂ່າວຍັງໃຫ້ຮູ້ຕື່ມອີກວ່າໃນວັນດຽວກັນ ສະຫາຍ ພົນຕີ ວົງຄຳ ພົມມະກອນ ແລະ ສະຫາຍ ພົນຈັດຕະວາ ວັນທອງ ບຸດຕະວົງ ຍັງໄດ້ລົງຢ້ຽມຢາມ ແລະ ຕິດຕາມການປັບປຸງກໍ່ສ້າງກົມກອງຂອງກອງພົນທີ 4 ເປັນຕົ້ນການກໍ່ສ້າງຕຶກຫ້ອງການຫຼັງໃໝ່, ກຳແພງອ້ອມຄ້າຍ ແລະ ອື່ນໆ.
ພາບ-ຂ່າວໂດຍ: ໂພຄຳ ພອນປະເສີດ