ກະຊວງສຶກສາທິການ ແລະ ກິລາ ໄດ້ໃຫ້ຮູ້ວ່າ: ຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງໂຄວິດ ກະຊວງສຶກສາທິການ ແລະ ກິລາ ໄດ້ຮ່ວມກັບກະຊວງສາທາລະນະສຸກ, ອົງການອະນາໄມໂລກ ແລະ ອົງການອຸຍນີເຊບສ້າງ 10 ມາດຕະການ ແລະ 40 ຂໍ້ແນະນໍາໃນການເປີດຮຽນຄືນໃນສະຖານການສຶກສາທີ່ປອດໄພ ໃນເຂດທີ່ມີການລະບາດ ແລະ ໄດ້ຮັບອະນຸມັດນໍາໃຊ້ຢ່າງເປັນທາງການ ຈາກຄະນະສະເພາະກິດຂັ້ນສູນກາງ
ເພື່ອເຮັດໃຫ້ການຜັນຂະຫຍາຍມາດຕະການ ແລະ ຂໍ້ແນະນໍາດັ່ງກ່າວ ໄດ້ຮັບການປະຕິບັດຢ່າງເປັນເອກະພາບໃນທົ່ວປະເທດ ແລະ ທັງຮັບປະກັນການພິຈາລະນາເປີດສະຖານການສຶກສາໃຫ້ມີຄວາມປອດໄພ, ຄະນະສະເພາະກິດກະຊວງສຶກສາທິການ ແລະ ກິລາ ຈຶ່ງໄດ້ອອກແຈ້ງການດັ່ງນີ້

.

.

.
