Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ສປປ ລາວ ກຳນົດ 3 ແຜນບູລິມະສິດ ກຽມຮັບນັກທ່ອງທ່ຽວເຂົ້າປະເທດ

Posted on 17/12/202117/12/2021 By News

ໃນວັນທີ 15 ທັນວາ 2021, ທີ່ນະຄອນຫລວງວຽງຈັນ ໃນໂອກາດເຂົ້າຮ່ວມກອງປະຊຸມ ຄະນະຮັບຜິດຊອບກະກຽມແຜນເປີດປະເທດ ເພື່ອຕ້ອນຮັບນັກທ່ຽວທ່ຽວ, ທ່ານ ອິນທີ ເດືອນສະຫວັນ ໄດ້ຕາງໜ້າໃຫ້ສະພາອຸດສາຫະກຳ ແລະ ການຄ້າແຫ່ງຊາດລາວ ນຳສະເໜີແນວຄວາມຄິດ ເປີດເຂດການທ່ອງທ່ຽວສີຂຽວ ເພື່ອການທ່ອງທ່ຽວທີ່ປອດໄພຈາກໂຄວິດ ໃນ ສປປ ລາວ ຫລື Laos Green Travel Zone ໂດຍ ທ່ານ ໄດ້ນຳສະເໜີ 3 ແຜນບູລິມະສິດ ກຽມຮັບນັກທ່ອງທ່ຽວເຂົ້າມາ ສປປ ລາວ.

ທ່ານ ອິນທີ ເດືອນສະຫວັນ ໄດ້ໃຫ້ຮູ້ວ່າ: ການເປີດເຂດການທ່ອງທ່ຽວສີຂຽວ ເພື່ອການ ທ່ອງທ່ຽວທີ່ປອດໄພຈາກໂຄວິດ ໃນ ສປປ ລາວ ຫລື Laos Green Travel Zone ເປັນການເປີດການທ່ອງທ່ຽວທີ່ເນັ້ນທຳມະຊາດ ແລະ ສີຂຽວ, ເຊິ່ງປະເທດລາວ ກໍມີຄວາມອຸດົມສົມ ບູນທາງດ້ານທຳມະຊາດ ແລະ ສີຂຽວ ເປັນສັນຍາລັກຂອງຄວາມປອດໄພ, ສະນັ້ນຈຶ່ງເກີດມີເຂດການທ່ອງທ່ຽວສີຂຽວ ໃນການເປີດການທ່ອງທ່ຽວນີ້ ໄດ້ແບ່ງເປັນ 3 ແຜນບູລິມະສິດ ຄື: ແຜນບູລິມະສິດທີ 1 ເປີດໃນວັນທີ 1 ມັງກອນ 2022 ໂດຍຈະເປີດເຂດທ່ອງທ່ຽວສີຂຽວ ຢູ່ນະຄອນຫລວງວຽງຈັນ, ເມືອງວັງວຽງ ແຂວງວຽງຈັນ ແລະ ຫລວງພະບາງ; ເປີດເສັ້ນທາງສີຂຽວ ຫລື Green travel Trail ແມ່ນສະຖານທີ່ພັກ ຫລື ແຫລ່ງທ່ອງທ່ຽວທີ່ກຳນົດ ມີ: ແຂວງອຸດົມໄຊ, ໄຊຍະບູລີ, ຊຽງຂວາງ, ຄຳມ່ວນ ແລະ ຈຳປາສັກ; ສຳລັບດ່ານເຂົ້າອອກ ແມ່ນຈະເປີດຢູ່ 2 ຈຸດ ຄື: ສະໜາມບິນສາກົນວັດໄຕ ແລະ ຂົວມິດຕະພາບທີ 1 (ວຽງຈັນ-ໜອງຄາຍ). ແຜນບູລິມະສິດທີ 2 ເປີດໃນວັນທີ 1 ເມສາ 2022 ໂດຍຈະເປີດເຂດທ່ອງທ່ຽວສີຂຽວ ຢູ່ 9 ແຂວງ ຄື: ນະຄອນຫລວງວຽງຈັນ, ແຂວງວຽງຈັນ, ຫລວງພະບາງ, ອຸດົມໄຊ, ໄຊຍະບູລີ, ຊຽງຂວາງ, ຄຳມ່ວນ, ສະຫວັນນະເຂດ ແລະ ແຂວງຈຳປາສັກ; ເປີດເສັ້ນທາງສີຂຽວ ຫລື Green travel Trail ສະຖານທີ່ພັກ ຫລື ແຫລ່ງທ່ອງທ່ຽວທີ່ກຳນົດ ມີ: ເມືອງຫ້ວຍຊາຍ (ແຂວງບໍ່ແກ້ວ), ເມືອງຫລວງນ້ຳທາ (ແຂງຫລວງນ້ຳທາ), ເຊກອງ ແລະ ສາລະວັນ; ສຳລັບດ່ານເຂົ້າອອກເປີດຢູ່ 9 ຈຸດ ຄື: ສະໜາມບິນສາກົນວັດໄຕ, ສະໜາມບິນສາກົນຫລວງພະບາງ, ດ່ານບໍ່ເຕ່ນ (ລາວ-ຈີນ), ຂົວມິດຕະພາບ (ວຽງຈັນ-ໜອງຄາຍ), ຂົວມິດຕະພາບ (ທ່າແຂກ-ນະຄອນພະນົມ), ຂົວມິດຕະພາບ (ສະຫວັນນະເຂດ-ມຸກດາຫານ), ດ່ານຊ່ອງເມັກ (ປາກເຊ-ອຸບົນລາດຊະທານີ), ດ່ານລາວບາວ (ລາວ-ຫວຽດນາມ) ແລະ ດ້ານຫລັກຊາວ (ລາວ-ຫວຽດນາມ) ແລະ ແຜນບູລິມະສິດທີ 3 ຄື ເປີດທົ່ວປະເທດ ແມ່ນວັນທີ 1 ກໍລະກົດ 2022. ສຳລັບເງື່ອນໄຂຂອງຜູ້ປະກອບການ ທີ່ຈະເຂົ້າຮ່ວມເຂດການທ່ອງທ່ຽວສີຂຽວ ບັນດາໂຮງແຮມ, ຮ້ານອາຫານ, ສະຖານທີ່ທ່ອງທ່ຽວ, ລົດນຳທ່ຽວ, ພະນັກງານນຳທ່ຽວຕ້ອງໄດ້ສັກວັກຊິນໃຫ້ຄົບໂດສ ແລະ ເຂົ້າຮ່ວມການຝຶກອົບຮົບ, ດາວໂຫລດ ແລະ ອ່ານຄູ່ມືການນຳໃຊ້ຂອງ Lao Stay Safe.

ສ່ວນເງື່ອນໄຂຂອງນັກທ່ອງທ່ຽວ ທີ່ຈະເດີນທາງເຂົ້າມາ ສປປ ລາວ ຕ້ອງຜ່ານບໍລິສັດທ່ອງທ່ຽວ, ສັກວັກຊິນປ້ອງກັນໂຄວິດ ຄົບສອງເຂັມ ຫລາຍກວ່າ 14 ວັນຂຶ້ນໄປ, ມີຜົນກວດເປັນລົບຈາກການກວດ RC PCR ບໍ່ເກີນ 72 ຊົ່ວໂມງ ກ່ອນເຂົ້າເຖິງລາວ. ພ້ອມນີ້, ຍັງມີເງື່ອນໄຂຂອງນັກທ່ອງທ່ຽວ ກ່ອນຈະໄດ້ຮັບອະນຸຍາດເຂົ້າລາວ ແລະ ທ່ອງທ່ຽວ ຕ້ອງດາວໂຫລດແອບ Lao Stay Safe, ມີປະກັນໄພຄວບຄຸມ ມູນຄ່າຢ່າງຕໍ່າ 50 ພັນໂດລາສະຫະລັດ ແລະ ກວດ RC PCR ຢູ່ສະໜາມບິນ ແລະ ລໍຖ້າຜົນກວດບໍ່ເກີດ 24 ຊົ່ວໂມງ.

ຂ່າວ : ສົມຫວັງ

ພາບ: ອ່າຍຄຳ

ຂ່າວສານບ້ານເມືອງ

Post navigation

Previous Post: ອາຍຸນ້ອຍສູ້ຊີວິດເລາະຂາຍກະແລັມລ້ຽງຊີບເຫັນກາອຸດໜຸນແດ່ເດີ້
Next Post: ຍອດມູນຄ່າສິນຄ້າທີ່ຂົນສົ່ງຜ່ານລົດໄຟຈີນ-ລາວມີຫລາຍກວ່າ 100 ລ້ານຢວນ

Related Posts

ເຈົ້າໜ້າທີ່ກອງຄຸ້ມຄອງພາສີ l ແຂວງຫລວງນໍ້າທາຢຶດພະຫະນະນໍາເຂົ້າ ຜິ ດ ກົ ດ ໜ າ ຍ ຂ່າວສານບ້ານເມືອງ
ນາຍົກລັດຖະມົນຕີ ຕ້ອນຮັບປະທານສະພາແຫ່ງຊາດ ສສ ຫວຽດນາມ ຂ່າວສານບ້ານເມືອງ
ສົດໆກະບະເສຍຫຼັກປິ້ນບາດເຈັບ 1ຄົນ ຂ່າວສານບ້ານເມືອງ
ໝູ່ບ້ານມົ້ງ ພັນຄອບຄົວແຫ່ງຊີຈຽງ ຂ່າວສານບ້ານເມືອງ
ປີ 2022 ແຂວງອັດຕະປື ຕ້ອງການທຶນພັດທະນາ 1.500 ກວ່າຕື້ກີບ ຂ່າວສານບ້ານເມືອງ
ນາຍົກລັດ​ຖະ​ມົນ​ຕີ ເນັ້ນ​ໃຫ້ຂະແໜງການທະນາຄານເອົາ​ໃຈ​ໃສ່​ຕື່ມ​ບາງ​ບັນ​ຫາ​ສຳ​ຄັນ ຂ່າວສານບ້ານເມືອງ

Copyright © 2023 All in LAOS.

Powered by PressBook Grid Blogs theme