Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ອາລະວາດຄອບຄົວຍ້ອນດີດຫຼາຍອອກລິດຕໍ່ຈິດປະສາດ

Posted on 06/12/202106/12/2021 By News

ໃນເວລາ 21:45 ໂມງ ຂອງວັນທີ 3ທັນວາ2021, ສນ 1191 ທົ່ງສາງນາງ ໄດ້ຮັບແຈ້ງຈາກບ້ານໂພນຕ້ອງສະຫວາດວ່າ: ມີເຫດ ອ າ ລ ະ ວ າ ດ ຄອບຄົວ ແລະ ເອົາ ມີ ດ ຈີ້ຄໍຕົນເອງ. ພາຍຫຼັງໄດ້ຮັບແຈ້ງ ຈິ່ງສົມທົບກັບບ້ານໂພນຕ້ອງສະຫວາດ ລົງສະຖານທີ່ເກີດເຫດ ພົບເຫັນ ທ້າວ ບົວເພັດ ອາຍຸ 27 ປີ ຫວ່າງງານ ຢູ່ບ້ານ ໂພນຕ້ອງສະຫວາດ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ກໍາລັງຢູ່ສະພາບ ເ ມົ າ ຢ າ ເ ສ ບ ຕິ ດ ຂົ່ ມ ຂູ່ ແມ່ໄດ້ໃຊ້ ມີ ດ ຈີ້ຄໍ ຕົນເອງ ເຈົ້າໜ້າທີ່ກໍໄດ້ເຂົ້າເກັ້ຍກ່ອມຜູ້ກ່ຽວໃຫ້ຄວາມຮ່ວມມື ຢຸດຕິອາລະວາດຄອບຄົວ ແລະ ທໍ າ ຮ້ າ ຍ ຕົນເອງ. ປັດຈຸບັນ ປກສ ກຸ່ມໂພນຕ້ອງ ໄດ້ສົ່ງຕົວໃຫ້ ກອງບັນຊາການ ປກສ ເມືອງຈັນທະບູລີ ຄວບຄຸມຜູ້ກ່ຽວໄວ້ຈົນກວ່າມີອາການດີຂຶ້ນ, ມີສະຕິ ຈິ່ງທໍາການສືບສວນ.

ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ຮຽກຮ້ອງມາຍັງສັງຄົມທຸກຊັ້ນຄົນ ເພື່ອອົບຮົມຕັກເຕືອນລູກຫຼານ ໃຫ້ຫ່າງໄກຈາກ ຢ າ ເ ສ ບ ຕິ ດ ເຊິ່ງເປັນຜິດໄພຕໍ່ສັງຄົມ. ສະນັ້ນ ຖ້າຫາກພົບເຫັນປະກົດຫຍໍ້ທໍ້ຕ່າງໆທີ່ເກີດຂຶ້ນ ອັນເນື່ອງມາຈາກບັນຫາ ຢ າ ເ ສ ບ ຕິ ດ ແລະ ບັນຫາອື່ນ ໃຫ້ໂທແຈ້ງຕໍ່ເຈົ້າໜ້າທີ່ ທີ່ໃກ້ທີ່ສຸດ ຫຼື ຜ່ານວັອດແອັບເບີ 02028899774 ແລະ ເຟັສບຸກ ປ້ອງກັນຄວາມສະຫງົບ ນະຄອນຫຼວງວຽງຈັນ.

ຂ່າວສານບ້ານເມືອງ

Post navigation

Previous Post: ທາງລົດໄຟຈີນ-ລາວເປີດນຳໃຊ້ຢ່າງເປັນທາງການຈະເປັນການຮັບປະກັນອັນເຂັ້ມແຂງໃຫ້ກັບການສ້າງຄູ່ຮ່ວມຊາຕາກຳຈີນ-ລາວ
Next Post: ຂ່າວໂຄວິດມື້ນີ້ຕິດເຊື້ອເພີ່ມໃໝ່ 889ຄົນ

Related Posts

ວອນພາກສ່ວນກຽ່ວຂ້ອງເຂົ້າຊ່ວຍເຫຼືອ! ຂຸມຄຳທະລົ່ມມີຜູ້ສູນຫາຍ 7ຄົນທີ່ຕິດຢູ່ໃນຂຸມຄຳບ້ານໂຈຍ ເມືອງພູກູດແຂວງຊຽງຂວາງ ຂ່າວສານບ້ານເມືອງ
ນາຍົກສັ່ງ! ໃຫ້ກຽມສັກວັກຊີນໃຫ້ກຸ່ມເປົ້າໝາຍທີ່ມີອາຍຸ 12-17 ປີ ຂ່າວສານບ້ານເມືອງ
ອິນເດຍ ຍອດຜູ້ຕິດເຊື້ອໂຄວິດທະລຸ 4 ແສນຄົນປ່ວຍເພີ່ມມື້ດຽວ 15,400 ຄົນ ຂ່າວສານບ້ານເມືອງ
ທ່ານຮອງນາຍຍົກເນັ້ນໃຫ້ໂຮງງານຜະລິດຜ້າປິດປາກເອົາຄຸນນະພາບເປັນຫຼັກ ຂ່າວສານບ້ານເມືອງ
ທະນາຄານກາງຍອມຮັບວ່າ ສ່ວນຕ່າງອັດຕາແລກປ່ຽນທະນາຄານ ກັບ ຕະຫຼາດນອກລະບົບຢູ່ໃນລະດັບສູງ ຂ່າວສານບ້ານເມືອງ
ມອບລົດຈັກທີ່ຖືກຄົນຮ້າຍລັ ກໄປ ຄືນໃຫ້ເຈົ້າຂອງເດີມ ຂ່າວສານບ້ານເມືອງ

Copyright © 2023 All in LAOS.

Powered by PressBook Grid Blogs theme